ການຮ່ວມມືດ້ານເສດຖະກິດ: ໜຶ່ງໃນ 3 ເສົາຄ້ຳຕົ້ນຕໍໃນການຮ່ວມມືລະຫວ່າງຫວຽດນາມ - ອາຊຽນ
(VOVWORLD) - ປີ 2020, ຫວຽດນາມ ດຳລົງຕຳແໜ່ງເປັນປະທານ ອາຊຽນ. ນອກຈາກບັນດາເປົ້າໝາຍຍູ້ແຮງການພົວພັນຄູ່ຮ່ວມມື ຂອງ ອາຊຽນ, ເສີມຂະຫຍາຍບົດບາດເປັນໃຈກາງຂອງ ອາຊຽນ, ຊຸກຍູ້ການຮ່ວມສຳພັນ ແລະ ການເຊື່ອມຕໍ່ດ້ານເສດຖະກິດ ພາຍໃນກຸ່ມພາກພື້ນ ອາຊຽນແລ້ວ, ຫວຽດນາມ ຍັງວາງອອກບັນດາບຸລິມະສິດ ເພື່ອຊຸກຍູ້ໃນເສົາຄ້ຳ ເສດຖະກິດ ອາຊຽນ ອີກດ້ວຍ.










