ສະຖານະການ ການເມືອງ

09/04/2019

ຊຸກ​ຍູ້​ການ​ຮ່ວມ​ມື​ກັບ​ບັນ​ດາ​ຄູ່​ຮ່ວມ​ມື, ເພີ່​ມ​ທະ​ວີ​ທີ່​ຕັ້ງ​ບົດ​ບາດ​ຂອງ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ​ຢູ່​ບັ​ນ​ດາ​ເວ​ທີ​ປາ​ໄສຫຼາຍ​ຝ່າຍ

(VOVWORLD) - ວັນທີ 9 ເມສາ, ທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດ ຫວຽດນາມ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ໄດ້ກັບມາເຖິງ ຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມລາຊະອານາຈັກ ມາຣົກ, ສາທາລະນະລັດ ຝລັ່ງ, ຢ້ຽມຢາມ ແລະ ເຮັດວຽກກັບລັດຖະສະພາເອີລົບ, ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ສະຫະພັນລັດຖະສະພາສາກົນ IPU 140 ຢ່າງດີງາມ. ການຢ້ຽມຢາມຄັ້ງນີ້ບັນລຸໄດ້ໝາກຜົນອັນຕັ້ງໜ້າຫຼາຍຢ່າງ, ບໍ່ພຽງແຕ່ສະແດງໃຫ້ເຫັນບົດບາດເປັນເຈົ້າການ, ຕັ້ງໜ້າຂອງ ຫວຽດນາມ ໃນການແກ້ໄຂບັນດາສິ່ງທ້າທາຍໃນພາກພື້ນ ແລະ ໃນທົ່ວໂລກເທົ່ານັ້ນ, ຫາກຍັງປະກອບສ່ວນຢ່າງຕັ້ງໜ້າໃນການເຮັດໃຫ້ການພົວພັນກັບບັນດາຄູ່ຮ່ວມມືໃຫ້ເລິກເຊີ່ງກວ່າອີກ, ເສີມຂະຫຍາຍບົດບາດ ແລະ ຖານະຂອງ ສະພາແຫ່ງຊາດ ຫວຽດນາມໃຫ້ຫຼາຍກວ່າອີກ.

ຊຸກ​ຍູ້​ການ​ຮ່ວມ​ມື​ກັບ​ບັນ​ດາ​ຄູ່​ຮ່ວມ​ມື, ເພີ່​ມ​ທະ​ວີ​ທີ່​ຕັ້ງ​ບົດ​ບາດ​ຂອງ​ສະ​ພາ​ແຫ່ງ​ຊາດ  ຫວຽດ​ນາມ ​ຢູ່​ບັ​ນ​ດາ​ເວ​ທີ​ປາ​ໄສຫຼາຍ​ຝ່າຍ
08/04/2019

ປັບປຸງ​ກຸ່ມ​ກ້ອນ​ມະຫາ​ສະມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ

(VOVWORLD) -ທ້າຍອາທິດຜ່ານມາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ແລະ ທ່ານຮອງນາຍົກລັດຖະມົນຕີຜູ້ປະຈໍາການລັດຖະບານຫວຽດນາມ ເຈືອງຮວ່າບິ່ງ ໄດ້ມີການພົບປະສັງສັນຄັ້ງຕ່າງໆກັບພໍ່ແມ່ພີ່ນ້ອງຊາວເຜົ່າຂະແມຢູ່ 4 ແຂວງ, ນະຄອນ ທາງພາກໃຕ້ຫວຽດນາມ ເນື່ອງໃນໂອກາດບຸນປີໃໝ່ Chol Chnam Thmay. ທີ່ບັນດາເຫດການດັ່ງກ່າວ, ການນໍາລັດຖະບານ ຕ່າງກໍເນັ້ນໜັກເຖິງບົດບາດສໍາຄັນຂອງພໍ່ແມ່ພີ່ນ້ອງຊາວເຜ່ົາຂະແມໃນພາລະກິດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດ. ພ້ອມທັງສະແດງຄວາມປາດຖະໜາວ່າ ພໍ່ແມ່ພີ່ນ້ອງຊາວເຜົ່າຂະແມ ຈະສືບຕໍ່ປະກອບສ່ວນກໍາລັງເຫື່ອແຮງຂອງຕົນເພື່ອຄວາມຮຸ່ງເຮືອງສີວິໄລຂອງທົ່ວປວງຊົນທັງຊາດ. ສິ່ງດັ່ງກ່າວ ໄດ້ສະແດງໃຫ້ເຫັນຄວາມເອົາໃຈໃສ່ເປັນພິເສດຂອງການນໍາຫວຽດນາມທີ່ມີຕໍ່ພໍ່ແມ່ພີ່ນ້ອງຊາວເຜົ່າຂະແມເວົ້າສະເພາະ ແລະ ບັນດາສາສະໜາອື່ນໆເວົ້າລວມ, ປະກອບສ່ວນເຂົ້າໃນການປັບປຸງກຸ່ມກ້ອນມະຫາສາມັກຄີີທົ່ວປວງຊົນທັງຊາດ.

ປັບປຸງ​ກຸ່ມ​ກ້ອນ​ມະຫາ​ສະມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ
05/04/2019

ສັນຍາການຄ້າເສລີ: ກາລະໂອກາດພັດທະນາໃຫ້ທະວີບອາຟະລິກາ

(VOVWORLD) -ສັນຍາເຂດການຄ້າເສລີອາຟະລິກາ (AfCFTA) ເຊິ່ງສະພາແຫ່ງຊາດ Gambia ໃຫ້ສັດຕະຍາບັນ ເມື່ອວັນທີ 02 ເມສາ, ໄດ້ຍົກຈຳນວນປະເທດສະມາຊິກທີ່ໃຫ້ສັດຕະຍາບັນຂຶ້ນເຖິງ 22 ປະເທດ, ແມ່ນຕົວເລກກຳນົດຢູ່ໃນລະດັບຕ່ຳສຸດເພື່ອໃຫ້ AfCFTA ມີຜົນສັກສິດ.

ສັນຍາການຄ້າເສລີ: ກາລະໂອກາດພັດທະນາໃຫ້ທະວີບອາຟະລິກາ
04/04/2019

ຫວຽດນາມ ປາດຖະໜາຢາກປະກອບສ່ວນຫຼາຍກວ່າອີກໃຫ້ແກ່ສັັນຕິພາບໂລກ

(VOVWORLD) -ໃນເດືອນມີຖຸນາຈະມາເຖິງ, ຫວຽດນມາມ ຈະເຂົ້າຮ່ວມວິວັດການເລືອກຕັ້ງສະມາຊິກບໍ່ປະຈຳການຂອງສະພາຄວາມໝັ້ນຄົງ ສະຫະປະຊາຊາດ ອາຍຸການ 2020- 2021 ຢ່າງເປັນທາງການ. ເລື່ອງຫວຽດນາມ ອອກສະໝັກຮັບເລືອກຕັ້ງເຂົ້າສະພາຄວາມໝັ້ນຄົງ ສປຊ ຄັ້ງທີ 2 ແມ່ນສືບຕໍ່ຢັ້ງຢືນແຜນນະໂຍບາຍຂອງຫວຽດນາມ ກາຍເປັນສະມາຊິກຕັ້ງຫນ້າ, ຄູ່ຮ່ວມມືໄວ້ເນື້ອເຊື່ອໃຈ ແລະ ມີຄວາມຮັບຜິດຊອບໃນປະຊາຄົມສາກົນ ພ້ອມທັງແມ່ນໂອກາດເພື່ອໃຫ້ຫວຽດນາມສາມາດປະກອບສ່ວນໃຫ້ແກ່ອົງການຈັດຕັ້ງທີ່ມີລະດັບສຳຄັນຍຸດທະສາດສຳລັບສັນຕິພາບ, ຄວາມໝັ້ນຄົງສາກົນ ປະກອບສ່ວນຮັບປະກັນສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຢູ່ ພາກພື້ນ ແລະ ໃນໂລກ.

ຫວຽດນາມ ປາດຖະໜາຢາກປະກອບສ່ວນຫຼາຍກວ່າອີກໃຫ້ແກ່ສັັນຕິພາບໂລກ
03/04/2019

ບັນດາບາດກ້າວໃໝ່ໃນການແກ້ໄຂຜົນຮ້າຍຢ້ອນຫລັງຈາກລະເບີດບໍ່ທັນແຕກຢູ່ ຫວຽດນາມ

(VOVWORLD) - ນັບແຕ່ປີ 1975 ມາຮອດປັດຈຸບັນ, ຜົນຮ້າຍຈາກລະເບີດບໍ່ທັນແຕກພາຍຫລັງສົງຄາມໄດ້ເຮັດໃຫ້ປະຊາຊົນກ່ວາ 40.000 ຄົນເສຍຊີວິດ ແລະ 60.000 ຄົນໄດ້ຮັບບາດເຈັບ, ໃນນັ້ນ ສ່ວນຫລາຍແມ່ນແຮງງານຕົ້ນຕໍໃນຄອບຄົວ ແລະ ເດັກນ້ອຍ.

ບັນດາບາດກ້າວໃໝ່ໃນການແກ້ໄຂຜົນຮ້າຍຢ້ອນຫລັງຈາກລະເບີດບໍ່ທັນແຕກຢູ່ ຫວຽດນາມ
02/04/2019

ອາຊີ ຊອກຫາວິທີຮັກສາທ່າເຕີບໂຕເສດຖະກິດ

(VOVWORLD) - ໃນສະພາບການລະບົບການຄ້າໂລກ ພວມປະເຊີນໜ້າຕໍ່ບັນດາຮົ້ວກີດຂວາງນັບມື້ນັບເພີ່ມຂຶ້ນ ແຕ່ ອາຊີ ຍັງສະແດງໃຫ້ເຫັນຄວາມສາມາດບົ່ມຊ້ອນດ້ານເສດຖະກິດ ທີ່ເຕັມໄປດ້ວຍຄວາມໝັ້ນໝາຍ ແລະ ຄາດວ່າຈະກາຍເປັນກຸ່ມກ້ອນຮ່ວມມືພາກພື້ນໃຫຍ່ສຸດໂລກ.

ອາຊີ ຊອກຫາວິທີຮັກສາທ່າເຕີບໂຕເສດຖະກິດ
01/04/2019

15 ປີ ​ແຫ່ງ​ການ​ຮ່ວມ​ມື ຕ່າງຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ

(VOVWORLD) - ໃນສະພາບການລວມຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງຫວຽດນາມ - ຈີນ, ການຮ່ວມມືຢູ່ທະເລ, ໃນນັ້ນມີການຮ່ວມມືຮ່ວມກັນຂຸດຄົ້ນສິນໃນນໍ້າຢູ່ອ່າວພາກເໜືອ ແມ່ນຈຸດໜຶ່ງທີ່ພົ້ນເດ່ັນ. ພາຍຫຼັງໄລຍະ 15 ປີ ແຫ່ງການລົງນາມໃນສັນຍາແບ່ງກໍານົດເຂດອ່າວພາກເໜືອ ແລະ ສັນຍາຮ່ວມມືໃນອາຊີບຫາປາຢູ່ເຂດອ່າວພາກເໜືອ ລະຫວ່າງຫວຽດນາມ - ຈີນ ມີຜົນສັກສິດ ແລະ ຜັນຂະຫຍາຍປະຕິບັດ ໄດ້ປະກອບສ່ວນສ້າງສະພາບຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍ ແລະ ສະຖຽນລະພາບຢູ່ເຂດອ່າວພາກເໜືອ.

15 ປີ ​ແຫ່ງ​ການ​ຮ່ວມ​ມື ຕ່າງຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ
29/03/2019

ວິວັດທະນາການ Brexit ຍັງປະສົບກັບຄວາມຫຍຸ້ງຍາກທີ່ສຸດ

(VOVWORLD) -ວິວັດທະນາການນຳປະເທດອັງກິດ ຖອນຕົວອອກຈາກສະຫະພາບເອີລົບ (EU) ຫຼືເອີ້ນວ່າ Brexit ນັບມື້ນັບປະສົບກັບຄວາມຫຍຸ້ງຍາກທີ່ສຸດ, ເມື່ອບັນດາສະມາຊິກລັດຖະສະພາອັງກິດ ບໍ່ຫາໄດ້ສຽງເວົ້າລວມໃນບໍ່ວ່າວິທີການໃດໆທີ່ໄດ້ຍົກອອກມາເພື່ອປ່ອນບັດໃນວັນທີ 27 ມີນາ

ວິວັດທະນາການ Brexit ຍັງປະສົບກັບຄວາມຫຍຸ້ງຍາກທີ່ສຸດ
28/03/2019

ເສີມຂະຫຍາຍບົດບາດຂອງການຕ່າງປະເທດລັດຖະສະພາ

(VOVWORLD) -ວັນທີ 28 ມີນາ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ເລີ່ມຕົ້ນການເຄື່ອນໄຫວຫຼາຍຢ່າງໃນການໄປປະຕິບັດງານເປັນເວລາຫຼາຍວັນ ຢູ່ລາຊະອານາຈັກມາຣົກ, ສາທາລະນະລັດຝລັ່ງ, ລັດຖະສະພາເອີຣົບ (EP) ແລະ ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ສະຫະພັນລັດຖະສະພາສາກົນ ຄັ້ງທີ 140 (IPU-140). ນີ້ແມ່ນການໄປປະຕິບັດງານຢູ່ຕ່າງປະເທດຄັ້ງທີ 2 ຂອງທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ນັບແຕ່ຕົ້ນປີ 2019 ເພື່ອແນໃສ່່ສືບຕໍ່ຢັ້ງຢືນບົດບາດສໍາຄັນຂອງການຕ່າງປະເທດລັດຖະສະພາໃນການປັບປຸງການພົວພັນສອງຝ່າຍ ແລະ ຫຼາຍຝ່າຍລະຫວ່າງຫວຽດນາມ ກັບບັນດາປະເທດຄູ່ຮ່ວມມື.

ເສີມຂະຫຍາຍບົດບາດຂອງການຕ່າງປະເທດລັດຖະສະພາ
27/03/2019

ຫວຽດນາມ-ບຣູໄນເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດ

(VOVWORLD) -ນີ້ແມ່ນການຢ້ຽມຢາມຫວຽດນາມ ຄັ້ງທີ 2, ພາຍຫຼັງເປັນເວລາກວ່າ 20 ປີຂອງກະສັດບຣູໄນ ເພື່ອແນໃສ່ຮັດແໜ້ນການພົວພັນມິດຕະພາບ, ຊຸກຍູ້ການຮ່ວມມືທັງ 2 ຝ່າຍ ແລະ ຫຼາຍຝ່າຍ, ມຸ່ງໄປເຖິງພິທີສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ 2 ປະເທດ (1992 - 2022).

ຫວຽດນາມ-ບຣູໄນເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດ