ຂໍ້ສະເໜີຢຸດຍິງໃນ 30 ວັນເປີດຄວາມຫວັງຢຸດຕິການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ
(VOVWORLD) - ວັນທີ 11 ມີນາ, ອາເມລິກາ ແລະ ຢູແກຼນ ໄດ້ດຳເນີນການເຈລະຈາຢູ່ນະຄອນ Jeddah, ອາຣັບບິ ຊາອຸດິ ແລະ ອອກຖະແຫຼງການຮ່ວມ, ໃນນັ້ນຈຸດສຸມແມ່ນສະເໜີຄຳສັ່ງຢຸດຍິງຢ່າງຮອບດ້ານໃນຮອບເວລາ 30 ວັນສຳລັບການປະທະກັນລະຫວ່າງລັດເຊຍ - ຢູແກຼນ. ນີ້ແມ່ນການກະທຳທາງການທູດທີ່ຕັ້ງໜ້າທີ່ສຸດໃນໄລຍະເວລາກ່ວາ 3 ປີຜ່ານມາເພື່ອແນໃສ່ຢຸດຕິການປະທະກັນໃຫຍ່ທີ່ສຸດຢູ່ເອີລົບນັບແຕ່ພາຍຫຼັງສົງຄາມໂລກຄັ້ງທີ II.










