ສະຖານະການ ການເມືອງ

21/02/2025

ສະ​ພາບ​ການ​ໃໝ່​ໃນ​ການ​ພົວ​ພັນ​ລະ​ຫວ່າງ ອາ​ເມ​ລິ​ກາ-​ລັດ​ເຊຍ

(VOVWORLD) - ການພົວພັນລະຫວ່າງ ອາເມລິກາ-ລັດເຊຍ ພວມມີບັນດາບາດກ້າວຫັນປ່ຽນທີ່ໜ້າສົນໃຈ. ເລື່ອງບັນດາເຈົ້າໜ້າທີ່ອະວຸໂສ ອາເມລິກາ ແລະ ລັດເຊຍ ເມື່ອວັນທີ 18 ກຸມພາ ໄດ້ດຳເນີນການເຈລະຈາຄັ້ງທຳອິດຢູ່ Ryiadh (Saudi Arabia) ນັບແຕ່ເມື່ອເກີດການປະທະກັນຢູ່ ຢູແກຼນ ໃນເດືອນກຸມພາ ປີ 2022 ແມ່ນເຫດການທີ່ເປັນບາດລ້ຽວ, ເປີດໄລຍະໃໝ່ໃນການພົວພັນລະຫວ່າງສອງປະເທດມະຫາອຳນາດ, ພ້ອມທັງຈະສາມາດກະທົບຢ່າງແຮງຕໍ່ສະພາບການເມືອງ ແລະ ຄວາມໝັ້ນຄົງສາກົນໃນປະຈຸບັນ.

ສະ​ພາບ​ການ​ໃໝ່​ໃນ​ການ​ພົວ​ພັນ​ລະ​ຫວ່າງ ອາ​ເມ​ລິ​ກາ-​ລັດ​ເຊຍ
19/02/2025

ພື້ນ​ຖານ​ສຳ​ຄັນ​ໃຫ້​ແກ່​ໄລ​ຍະ​ພັດ​ທະ​ນາ​ໃໝ່​ຂອງ​ປະ​ເທດ​ຊາດ

(VOVWORLD) - ກອງປະຊຸມວິສາມັນຄັ້ງທີ 9, ສະພາແຫ່ງຊາດຊຸດທີ XV ໄດ້ອັດລົງໃນຕອນເຊົ້າວັນທີ 19 ກຸມພາ, ຢູ່ຮ່າໂນ້ຍ, ໄດ້ສຳເລັດຫຼາຍເນື້ອໃນຮີບດ່ວນທີ່ໄດ້ວາງອອກ. ໝາກຜົນຂອງກອງປະຊຸມແມ່ນປະຖົມປັດໄຈສຳຄັນເພື່ອນຳຫວຽດນາມ ບັນລຸໄດ້ບັນດາເປົ້າໝາຍພັດທະນາປະເທດຊາດໃນປີ 2025 ແລະ ຊຸມປີຕໍ່ໄປ.

ພື້ນ​ຖານ​ສຳ​ຄັນ​ໃຫ້​ແກ່​ໄລ​ຍະ​ພັດ​ທະ​ນາ​ໃໝ່​ຂອງ​ປະ​ເທດ​ຊາດ
18/02/2025

ເອີລົບ ຊອກຫາຄວາມສາມັກຄີຕໍ່ໜ້າການຜັນແປດ້ານຄວາມໝັ້ນຄົງ

(VOVWORLD) - ບັນດາການນຳ ເອີລົບ ໄດ້ກ້າວເຂົ້າສູ່ກອງປະຊຸມຢູ່ ປາຣີ ດ້ວຍ 3 “ພຶດຕິກຳຕົວຈິງໃໝ່” ທີ່ຕ້ອງປະເຊີນໜ້າ ພາຍຫຼັງກອງປະຊຸມຄວາມໝັ້ນຄົງ Munich

ເອີລົບ ຊອກຫາຄວາມສາມັກຄີຕໍ່ໜ້າການຜັນແປດ້ານຄວາມໝັ້ນຄົງ
17/02/2025

ມະ​ຕິ 57 ກະ​ຕຸກ​ຊຸກ​ຍູ້​ໃຫ້​ວິ​ສາ​ຫະ​ກິດ​ເຕັກ​ໂນ​ໂລ​ຢີ​ບືນ​ຕົວ​ຂຶ້ນ

(VOVWORLD) - ບັນດາວິສາຫະກິດເຕັກໂນໂລຢີທີ່ເປັນເສົາຄ້ຳສວມບົດບາດແກ່ນສານໃນການປະຕິບັດບັນດາເນື້ອໃນຂອງມະຕິສະບັບເລກທີ 57 – NQ – TW ຂອງກົມການເມືອງ ເຊິ່ງໄດ້ປະກາດໃຊ້ໃນວັນທີ 22 ທັນວາ 2024, ໃນນັ້ນ ໄດ້ກຳນົດວ່າ “ການພັດທະນາວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ ແລະ ຫັນເປັນດີຈີຕອນແຫ່ງຊາດ” ແມ່ນບາດກ້າວບຸກທະລຸທີ່ສຳຄັນແຖວໜ້າເພື່ອພັດທະນາເສດຖະກິດ - ສັງຄົມ, ນຳປະເທດຊາດພັດທະນາຢ່າງກະໂດດຂັ້ນ, ຮັ່ງມີເຂັ້ມແຂງໃນສັງກາດໃໝ່. ບັນດາບໍລິສັດເຕັກໂນໂລຢີຕ້ອນຮັບ, ຕອບສະໜອງຢ່າງຕັ້ງໜ້າ, ຍົກອອກຄຳໝັ້ນສັນຍາ ແລະ ກຽມພ້ອມເຂົ້າຮ່ວມ, ຈັດຕັ້ງຜັນຂະຫຍາຍດ້ວຍບັນດາການກະທຳລະອຽດ.

ມະ​ຕິ 57 ກະ​ຕຸກ​ຊຸກ​ຍູ້​ໃຫ້​ວິ​ສາ​ຫະ​ກິດ​ເຕັກ​ໂນ​ໂລ​ຢີ​ບືນ​ຕົວ​ຂຶ້ນ
14/02/2025

ອະ​ນາ​ຄົດ​ການ​ປະ​ທະ​ກັນ​ຢູ່ ຢູ​ແກຼນ ແມ່ນ​ບັນ​ຫາ​ກວມ​ລວມ​ທີ່ກອງ​ປະ​ຊຸມ​ຄວາມ​ໝັ້ນ​ຄົງ Munich

(VOVWORLD) - ກອງປະຊຸມຄວາມໝັ້ນຄົງ Munich (MSC) ປະຈຳປີຄັ້ງທີ 61 ຊື່ງໄດ້ດຳເນີນແຕ່ວັນທີ 14-15 ກຸມພາ ຢູ່ນະຄອນ Munich ທາງພາກໃຕ້ປະເທດ ເຢຍລະມັນ. ກອງປະຊຸມປີນີ້ ໄດ້ດຶງດູດຄວາມສົນໃຈເປັນພິເສດ ຂະນະທີ່ອຳນາດການປົກຄອງໃໝ່ຢູ່ ອາເມລິກາ ພວມດຳເນີນບັນດາການກະທຳດ້ານຄວາມໝັນຄົງ ແລະ ການທູດສຳຄັນທີ່ກ່ຽວຂ້ອງເຖິງບັນດາການປະທະກັນຂະໜາດໃຫ່ຍໃນໂລກ, ພິເສດແມ່ນຢູ່ ຢູແກຼນ.

ອະ​ນາ​ຄົດ​ການ​ປະ​ທະ​ກັນ​ຢູ່ ຢູ​ແກຼນ  ແມ່ນ​ບັນ​ຫາ​ກວມ​ລວມ​ທີ່ກອງ​ປະ​ຊຸມ​ຄວາມ​ໝັ້ນ​ຄົງ Munich
12/02/2025

ຕັດ​ສິນ​ຫຼາຍ​ບັນ​ຫາ​ຮີບ​ດ່ວນ, ຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ໃນ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ

(VOVWORLD) - ກອງປະຊຸມວິສາມັນຄັ້ງທີ 9, ສະພາແຫ່ງຊາດຊຸດທີ XV ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 12 ກຸມພາ, ຢູ່ຮ່າໂນ້ຍ. ຢູ່ກອງປະຊຸມຄັ້ງນີ້ (ດຳເນີນໃນລະຫວ່າງວັນທີ 12 – 19 ກຸມພາ), ສະພາແຫ່ງຊາດພິຈາລະນາ, ຕັດສິນຫຼາຍບັນຫາຮີບດ່ວນເພື່ອຮັບໃຊ້ການປະຕິວັດສັບຊ້ອນ, ປັບປຸງການຈັດຕັ້ງກົງຈັກ ໃຫ້ກະທັດລັດລົງ, ຕອບສະໜອງຄວາມຮຽກຮ້ອງຕ້ອງການສູງສຸດຂອງປະເທດຊາດໃນສັງກາດໃໝ່, ພ້ອມກັນນັ້ນແມ່ນການແກ້ໄຂບັນດາຄວາມຫຍຸ້ງຍາກ, ຂໍ້ຕິດຂັດຢ່າງທັນການເພື່ອຊຸກຍູ້ການພັດທະນາເສດຖະກິດ - ສັງຄົມຂອງປະເທດຊາດ ແລະ ບັນດາກົນໄກ, ນະໂຍບາຍພິເສດສຳລັບບາງໂຄງການ, ກິດຈະກຳສຳຄັນຂອງຊາດ.

ຕັດ​ສິນ​ຫຼາຍ​ບັນ​ຫາ​ຮີບ​ດ່ວນ, ຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ໃນ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ
10/02/2025

ກອງ​ປະ​ຊຸມ​ສຸດຍອດ AI ຈັດ​ຂຶ້ນ​ຢູ່ ປາ​ຣີ ໃຫ້​ບຸ​ລິ​ມະ​ສິດ​ຊຸກ​ຍູ້​ບັນ​ດາ​ຜົນ​ປະ​ໂຫຍດ​ຂອງ​ເຕັກ​ໂນ​ໂລ​ຢີ

(VOVWORLD) - ໂດຍໄດ້ດຳເນີນໃນລະຫວ່າງວັນທີ 10 – 11 ກຸມພາ ຢູ່ນະຄອນຫຼວງ ປາຣີ, ກອງປະຊຸມສຸດຍອດການກະທຳກ່ຽວກັບປັນຍາປະດິດ (AI) ຫັນທິດໃຫ້ບຸລິມະສິດຈາກການຄວບຄຸມຄວາມປອດໄພ AI ໄປສູ່ການພັດທະນາ ແລະ ແບ່ງປັນຜົນປະໂຫຍດ ເຊິ່ງ AI ນຳມາໃຫ້, ກໍຄືເພີ່ມທະວີການຮ່ວມມືໃນສະພາບການຄວາມເຄັ່ງຕຶງທາງດ້ານພູມີສາດການເມືອງເລີ່ມສົ່ງຜົນກະທົບຕໍ່ຂົງເຂດເຕັກໂນໂລຢີນີ້.

ກອງ​ປະ​ຊຸມ​ສຸດຍອດ AI ຈັດ​ຂຶ້ນ​ຢູ່ ປາ​ຣີ ໃຫ້​ບຸ​ລິ​ມະ​ສິດ​ຊຸກ​ຍູ້​ບັນ​ດາ​ຜົນ​ປະ​ໂຫຍດ​ຂອງ​ເຕັກ​ໂນ​ໂລ​ຢີ
07/02/2025

ເຂດ ​ກາ​ຊາ ​ປະ​ເຊີນ​ໜ້າ​ກັບ​ອະ​ນາ​ຄົດ​ຍາກ​ທີ່​ຈະ​ຄາດ​ຄະ​ເນ​ໄດ້ ພາຍຫຼັງ​ແຜນ​ການຢຶດຄອງ​ຂອງ ອາ​ເມ​ລິ​ກາ

(VOVWORLD) - ຄຳຖະແຫຼງທີ່ກໍ່ຄວາມໂຕ້ຖຽງກັນຂອງປະທານາທິບໍດີ ອາເມລິກາ Donald Trump ກ່ຽວກັບເລື່ອງ ອາເມລິກາ ຈະຢຶດຄອງເຂດກາຊາ ພວມເຮັດໃຫ້ອະນາຄົດຂອງເຂດດິນແດນແຫ່ງນີ້ ຍາກທີ່ຈະຄາດຄະເນໄດ້ ໃນສະພາບການທີ່ການປະທະກັນເກີດຂຶ້ນໃນກວາ 16 ເດືອນຜ່ານມາ ໄດ້ທຳລາຍເກືອບທັງໝົດເຂດດິນແດນຂອງຊາວ ປາແລັດສະຕິນ 2.3 ລ້ານຄົນແຫ່ງນີ້.

ເຂດ ​ກາ​ຊາ ​ປະ​ເຊີນ​ໜ້າ​ກັບ​ອະ​ນາ​ຄົດ​ຍາກ​ທີ່​ຈະ​ຄາດ​ຄະ​ເນ​ໄດ້  ພາຍຫຼັງ​ແຜນ​ການຢຶດຄອງ​ຂອງ ອາ​ເມ​ລິ​ກາ
05/02/2025

ຊຸກ​ຍູ້​ຄວາມ​ຄືບ​ໜ້າ​ໃນ​ການ​ປະ​ຕິ​ບັດ​ບັນ​ດາ​ໂຄງ​ການ​ຄົມ​ມະ​ນາ​ຄົມ​ຈຸດ​ສຸມ​ລະ​ດັບ​ຊາດ

(VOVWORLD) - ເພື່ອສ້າງທ່າກ້າວກະໂດດຂັ້ນໃຫ້ແກ່ສັງກາດໃໝ່ - ສັງກາດບຸກບືນຂອງຊາດ, ຫວຽດນາມພວມສຸມໃສ່ເຂົ້າ 3 ຂອດບຸກທະລຸຍຸດທະສາດ, ໃນນັ້ນບຸກທະລຸກ່ຽວກັບພື້ນຖານໂຄງລ່າງໄດ້ຮັບການຜັນຂະຫຍາຍທີ່ມີຄວາມຈຳເປັນ. ບັນດາໂຄງການຄົມມະນາຄົມຈຸດສຸມລະດັບຊາດພວມໄດ້ຮັບການຍູ້ແຮງຄວາມຄືບໜ້າດ້ວຍຄວາມຕັດສິນໃຈຢູ່ລະດັບສູງສຸດນັບແຕ່ຜູ້ນຳລັດຖະບານຈົນຮອດບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ພ້ອມກັບຄວາມເຫັນດີເຫັນພ້ອມຂອງປະຊາຊົນ.

ຊຸກ​ຍູ້​ຄວາມ​ຄືບ​ໜ້າ​ໃນ​ການ​ປະ​ຕິ​ບັດ​ບັນ​ດາ​ໂຄງ​ການ​ຄົມ​ມະ​ນາ​ຄົມ​ຈຸດ​ສຸມ​ລະ​ດັບ​ຊາດ