ສະຖານະການ ການເມືອງ

13/12/2024

ຮັບ​ປະ​ກັນ​ພະ​ລັງ​ງານ​ເພື່ອ​ຮັ​ບ​ໃຊ້​ເປົ້າ​ໝາຍ​ພັດ​ທະ​ນາ​ປະ​ເທດ

(VOVWORLD) - ປີ 2024, ບັນດາພາກສ່ວນເສດຖະກິດ ຫວຽດນາມ ບັນລຸລະດັບເຕີບໂຕທີ່ເປັນໜ້າຈັບອົກຈັບໃຈ. ປະກອບສ່ວນເຂົ້າໃນຜົນສຳເລັດນັ້ນ ແມ່ນບົດບາດສຳຄັນຂອງຂະແໜງພະລັງງານແຫ່ງຊາດ. ເພື່ອບັນລຸໄດ້ເປົ້າໝາຍເຕີບໂຕ 8% ໃນປີ 2025 ຄື ລັດຖະບານໄດ້ວາງອອກ, ໜຶ່ງໃນບັນດາໜ້າທີ່ແຖວໜ້າໄດ້ວາງອອກນັ້ນແມ່ນ ຫວຽດນາມ ຕ້ອງສືບຕໍ່ຮັບປະກັນຄວາມໝັ້ນຄົງດ້ານພະລັງງານ.

ຮັບ​ປະ​ກັນ​ພະ​ລັງ​ງານ​ເພື່ອ​ຮັ​ບ​ໃຊ້​ເປົ້າ​ໝາຍ​ພັດ​ທະ​ນາ​ປະ​ເທດ
11/12/2024

EU-Mercosur ປະ​ຕິ​ບັດ​ສຳ​ເລັດ​ສັນ​ຍາ​ການ​ຄ້າ​ເສ​ລີ ພາຍຫຼັງ 2 ທົດ​ສະ​ວັດ

(VOVWORLD) - ພາຍຫຼັງຢຸດການເຄື່ອນໄຫວມາເປັນໄລຍະຍາວ, ວັນທີ 6 ທັນວາ, ສະຫະພາບ ເອີລົບ (EU) ແລະ ກຸ່ມຕະຫຼາດລວມ ອາເມລິກາໃຕ້ (Mercosur), ໄດ້ປະຕິບັດສຳເລັດສັນຍາການຄ້າເສລີຢ່າງເປັນທາງການ. ສັນຍາໄດ້ຮັບການຕີລາຄາວ່າຈະນຳບັນດາຜົນປະໂຫຍດທາງດ້ານເສດຖະກິດ ແລະ ການເມືອງທີ່ໃຫຍ່ຫຼວງມາໃຫ້ທັງສອງຝ່າຍ, ແຕ່ຍັງມີຄວາມສ່ຽງຖືກກີດຂວາງໃນວິວັດການໃຫ້ສັດຕະຍາບັນຢູ່ ເອີລົບ.

EU-Mercosur ປະ​ຕິ​ບັດ​ສຳ​ເລັດ​ສັນ​ຍາ​ການ​ຄ້າ​ເສ​ລີ ພາຍຫຼັງ 2 ທົດ​ສະ​ວັດ
10/12/2024

ຍາມໃດ ຫວຽດນາມ ກໍ່ນຳໜ້າ ແລະ ມານະພະຍາຍາມຢ່າງບໍ່ຢຸດຢັ້ງໃນການປະຕິບັດສົນທິສັນຍາກ່ຽວກັບກົດໝາຍວ່າດ້ວຍທະເລ

(VOVWORLD) - ໃນເວລາກວ່າ 30 ປີຜ່ານມາ, ຍາມໃດ ຫວຽດນາມ ກໍ່ນຳໜ້າ ແລະ ໄດ້ມານະພະຍາຍາມຢ່າງບໍ່ຢຸດຢັ້ງໃນການປະຕິບັດສົນທິສັນຍາກ່ຽວກັບກົດໝາຍວ່າດ້ວຍທະເລ.

ຍາມໃດ ຫວຽດນາມ ກໍ່ນຳໜ້າ ແລະ ມານະພະຍາຍາມຢ່າງບໍ່ຢຸດຢັ້ງໃນການປະຕິບັດສົນທິສັນຍາກ່ຽວກັບກົດໝາຍວ່າດ້ວຍທະເລ
09/12/2024

ການ​ຜັນ​​ປ່ຽນ ​ຢູ່ ຊີີີິ​ຣີ ສົ່ງ​ຜົນ​ກະ​ທົບ​ຍາກ​ທີ່​ຄາດ​ຄະ​ເນ​ລ່ວງ​ໜ້າ​ໄດ້​ຕໍ່ພາກ​ພື້ນ ແລະ ໂລກ

(VOVWORLD) - ກຳລັງ Hayat Tahrir al – Sham (HTS) ຢູ່ ຊີຣີ, ວັນທີ 08 ທັນວາ, ໄດ້ບຸກໂຈມຕີເຂົ້ານະຄອນຫຼວງ Damascus ໂຄ່ນລົ້ມອຳນາດການປົກຄອງຂອງປະທານາທິບໍດີ Bashar Al-Assad, ອັນໄດ້ສ້າງການຜັນປ່ຽນທາງການເມືອງຄັ້ງໃຫຍ່ສຸດພາຍໃນຮອບເວລາກວ່າ 5 ທົດສະວັດຜ່ານມາ ຢູ່ປະເທດ ຕາເວັນອອກກາງນີ້. ເຫດການດັ່ງກ່າວອາດຈະສົ່ງຜົນກະທົບທີ່ຍາກຈະຄາດຄະເນລ່ວງໜ້າໄດ້ຕໍ່ພາກພື້ນ ແລະ ໂລກ ໃນໄລຍະຈະມາເຖິງ.

ການ​ຜັນ​​ປ່ຽນ ​ຢູ່ ຊີີີິ​ຣີ ສົ່ງ​ຜົນ​ກະ​ທົບ​ຍາກ​ທີ່​ຄາດ​ຄະ​ເນ​ລ່ວງ​ໜ້າ​ໄດ້​ຕໍ່ພາກ​ພື້ນ ແລະ ໂລກ
06/12/2024

ປະ​ເທດ ຝະ​ລັ່ງ ຕໍ່​ໜ້າ​ບັນ​ດາ​ບາດ​ລ້ຽວ​ສຳ​ຄັນ

(VOVWORLD) - ວັນທີ 5 ທັນວາ, ທ່ານປະທານາທິບໍດີ ຝະລັ່ງ Emmanuel Macron ໄດ້ຕົກລົງຮອງຮອງເອົາໃບຮ້ອງຂໍລາອອກຈາກຕຳແໜ່ງຂອງລັດຖະບານ ໂດຍທ່ານນາຍົກລັດຖະມົນຕີ Michel Barnier ນຳໜ້າ ພາຍຫຼັງບັນດາສະມາຊິກລັດຖະສະພາຝ່າຍຄ້ານ ປ່ອນບັດບໍ່ໄວ້ວາງໃຈທ່ານໃນ 1 ມື້ກ່ອນ. ສິ່ງດັ່ງກ່າວບໍ່ພຽງແຕ່ແມ່ນຂີດໝາຍແຫ່ງການປ່ຽນແປງສິດອຳນາດການເມືອງເທົ່ານັ້ນ, ຫາກຍັງໄດ້ຍູ້ປະເທດຊາດຕົກເຂົ້າສູ່ສະພາບການສັບສົນອີກດ້ວຍ, ໃນຂະນະທີ່ປະເທດ ຝະລັ່ງ ພວມຕ້ອງປະເຊີນໜ້າກັບວິກິດການງົບປະມານທີ່ຮ້າຍແຮງ ແລະ ຂາດສະຖຽນລະພາບດ້ານເສດຖະກິດທີ່ແກ່ຍາວ.

ປະ​ເທດ ຝະ​ລັ່ງ ຕໍ່​ໜ້າ​ບັນ​ດາ​ບາດ​ລ້ຽວ​ສຳ​ຄັນ
04/12/2024

ສິ່ງ​ທ້າ​ທາຍ​ໃຫຍ່​ລໍ​ຖ້າ​ບັນ​ດາ​ການ​ນຳ​ໃໝ່ ເອີ​ຣົບ

(VOVWORLD) - ຄະນະການນຳໃໝ່ຂອງ ສະຫະພາບເອີຣົບ (EU), ວັນທີ 01 ທັນວາ, ໄດ້ເລີ່ມຕົ້ນອາຍຸການໃໝ່ຢ່າງເປັນທາງການ. ຕາມວົງການນັກສັງເກດ, ໃນ 5 ປີຈະມາເຖິງບັນດາການນຳໃໝ່ຂອງກຸ່ມ ຈະຕ້ອງແກ້ໄຂບັນດາສິ່ງທ້າທາຍທີ່ໄດ້ຮັບຖືວ່າແມ່ນໃຫຍ່ຫຼວງທີ່ສຸດ ເຊິ່ງ EU ຕ້ອງປະເຊີນໜ້ານັບແຕ່ເມື່ອກຸ່ມນີ້ໄດ້ຮັບການສ້າງຕັ້ງຂຶ້ນ, ບໍ່ວ່າໃນຂົງເຂດຄວາມໝັ້ນຄົງ, ພູມີສາດການເມືອງ ຕະຫຼອດຮອດເສດຖະກິດ.

ສິ່ງ​ທ້າ​ທາຍ​ໃຫຍ່​ລໍ​ຖ້າ​ບັນ​ດາ​ການ​ນຳ​ໃໝ່ ເອີ​ຣົບ
03/12/2024

ສ້າງກຳລັງໜູນໃໝ່ໃຫ້ແກ່ທ່ວງທ່າພັດທະນາການພົວພັນ ຫວຽດນາມ - ຍີ່ປຸ່ນ

(VOVWORLD) - ນີ້ແມ່ນການຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການຄັ້ງທຳອິດຂອງທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ, ພ້ອມກັນນັ້ນ, ກໍ່ແມ່ນການຢ້ຽມຢາມ ຍີ່ປຸ່ນ ເປັນຄັ້ງທຳອິດຂອງປະທານສະພາແຫ່ງຊາດ ຫວຽດນາມ, ພາຍຫຼັງເວລາ 12 ປີ ນັບແຕ່ປີ 2012

ສ້າງກຳລັງໜູນໃໝ່ໃຫ້ແກ່ທ່ວງທ່າພັດທະນາການພົວພັນ ຫວຽດນາມ - ຍີ່ປຸ່ນ
02/12/2024

ບູ​ລະ​ນະ​ການ​ຈັດ​ຕັ້ງ​ກົງ​ຈັກ​ໃຫ​້​ກະ​ທັດ​ລັດ​ຍິ່ງ​ໄວ​ກໍ່​ຍິ່ງ​ມີ​ຜົນ​ດີ​ໃຫ້​ແກ່​​ປະ​ເທດ​ຊາດ

(VOVWORLD) - ກ່າວຄຳເຫັນທີ່ກອງປະຊຸມທົ່ວປະເທດເຊື່ອມຊືມ, ຜັນຂະຫຍາຍສະຫຼຸບວຽກງານປະຕິບັດມະຕິເລກທີ 18 - NQ/TW, ວັນທີ 1 ທັນວາ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ເນັ້ນໜັກວ່າ ວຽກງານດຳເນີນການປະຕິວັດ ເຮັດໃຫ້ການຈັດຕັ້ງກົງຈັກຂອງລະບົບການເມືອງກະທັດລັດ ບໍ່ອາດຊັກຊ້າກ່ວານີ້ອີກ. ນີ້ແມ່ນໜ້າທີ່ສຳຄັນພິເສດ, ຕ້ອງປະຕິບັດດ້ວຍຄວາມຕັດສິນໃຈຢ່າງສູງສຸດ, ການກະທຳຢ່າງຂ້ຽວຂາດທີ່ສຸດຂອງທົ່ວລະບົບການເມືອງ.

ບູ​ລະ​ນະ​ການ​ຈັດ​ຕັ້ງ​ກົງ​ຈັກ​ໃຫ​້​ກະ​ທັດ​ລັດ​ຍິ່ງ​ໄວ​ກໍ່​ຍິ່ງ​ມີ​ຜົນ​ດີ​ໃຫ້​ແກ່​​ປະ​ເທດ​ຊາດ
29/11/2024

ຕອບ​ສະ​ໜອງ​ຄຳ​ຮຽກ​ຮ້ອງ​ປ່ຽນ​ແປງໃໝ່, ສຸມ​ໃສ່​​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ຢ່າງສູງ​ສຸດ

(VOVWORLD) - ວັນທີ 30 ພະຈິກ, ກອງປະຊຸມສະໄໝສາມັນເມື່ອທີ 8 ສະພາແຫ່ງຊາດຫວຽດນາມ ຊຸດທີ XV ຈະອັດລົງ. ບັນດາລັດຖະນະໂຍບາຍທີ່ກອງປະຊຸມຄັ້ງນີ້ ຈະປະກອບສ່ວນຕອບສະໜອງຄຳຮຽກຮ້ອງປ່ຽນແປງໃໝ່, ທັນການ, ແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດ, ລຸລ່ວງແຫຼ່ງກຳລັງ, ສຸມໃສ່ການພັດທະນາເສດຖະກິດ-ສັງຄົມຢ່າງສູງສຸດ.

ຕອບ​ສະ​ໜອງ​ຄຳ​ຮຽກ​ຮ້ອງ​ປ່ຽນ​ແປງໃໝ່,  ສຸມ​ໃສ່​​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ຢ່າງສູງ​ສຸດ
28/11/2024

ຮອດຈຸດເວລາເໝາະສົມເພື່ອປະຕິບັດການປະຕິວັດສ້າງກົງຈັກການຈັດຕັ້ງໃຫ້ກະທັດລັດ

(VOVWORLD) - ບັນຫາປ່ຽນແປງໃຫມ່, ສັບຊ້ອນກົງຈັກການຈັດຕັ້ງ ຂອງລະບົບການເມືອງໃຫ້ກະທັດລັດ, ເຄື່ອນໄຫວມີປະສິດທິພາບ, ປະສິດທິຜົນ ແມ່ນຫນ້າທີ່ສຳຄັນພິເສດຂອງ ພັກ,ລັດ. ການສະຫລຸບຂອງກອງປະຊຸມສູນກາງພັກຊຸດທີ XIII ໃນວັນທີ 25 ພະຈິກ ຜ່ານມາ ແລະບັນດາບົດກ່າວປາໄສຂອງທ່ານເລຂາທິການໃຫຍ່ ໂຕເລີມ ໃນໄລຍະມໍ່ໆມານີ້ ໄດ້ກຳນົດຢ່າງຈະແຈ້ງວ່າ ນີ້ແມ່ນການປະຕິວັດ, ຕ້ອງເປັນເອກະພາບຢ່າງສູງກ່ຽວກັບຄວາມຮັບຮູ້ ແລະການກະທຳຂອງທົ່ວພັກ ແລະທົ່ວລະບົບການເມືອງ.

ຮອດຈຸດເວລາເໝາະສົມເພື່ອປະຕິບັດການປະຕິວັດສ້າງກົງຈັກການຈັດຕັ້ງໃຫ້ກະທັດລັດ