ລະດູບານໃໝ່ແຫ່ງຄວາມຄາດຫວັງຂອງ ຫວຽດນາມ ແຫ່ງການເຊື່ອມໂຍງ
(VOVWORLD) - ລະດູບານໃໝ່ປີມະເມຍ, ປະຊາຊົນຫວຽດນາມ ບໍ່ພຽງແຕ່ຕ້ອນຮັບບຸນປີໃໝ່ປະຈຳຊາດ ຫວຽດນາມ (ບຸນເຕັດ) ໃນທ່າມກາງຄວາມເບີກບານມ່ວນຊື່ນເຕົ້າໂຮມກັນເທົ່ານັ້ນ, ຫາກຍັງລໍຄອຍບັນດາກາລະໂອກາດໃໝ່ ເມື່ອຫວຽດນາມ ພວມກ້າວຂຶ້ນດ້ວຍທ່າຄວາມພ້ອມຂອງປະເທດທີ່ສ້າງສັນ ແລະ ມີຄວາມຮັບຜິດຊອບ. ໃນຊຸມວັນຕົ້ນປີໃໝ່, ຂໍເຊີນບັນດາທ່ານຜູ້ຟັງພ້ອມກັບພວກຂ້າພະເຈົ້າມາຢາມປະເທດທີ່ພວມມີຄວາມໝັ້ນໃຈບືນຕົວຂຶ້ນອອກສູ່ທະເລໃຫຍ່, ຢັ້ງຢືນທີ່ຕັ້ງບົດບາດຜ່ານລາຍການພິເສດ “ລະດູບານໃໝ່ແຫ່ງຄວາມຄາດຫວັງຂອງ ຫວຽດນາມ ແຫ່ງການເຊື່ອມໂຍງ’’ ດັ່ງຕໍ່ໄປນີ້.










