ສະຖານະການ ການເມືອງ

24/08/2023

ຮ່າງກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ) ໂດຍກຳນົດລະອຽດກ່ຽວກັບນະໂຍບາຍທີ່ດິນໃຫ້ແກ່ຊາວຊົນເຜົ່າສ່ວນຫນ້ອຍ

(VOVWORLD) -ພາຍຫຼັງທີ່ໄດ້ປັບປຸງມາເປັນຫຼາຍຄັ້ງ, ມາຮອດປະຈຸບັນ, ຮ່າງກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ) ໄດ້ກຳນົດຢ່າງຈະແຈ້ງກ່ຽວກັບນະໂຍບາຍຮັບປະກັນທີ່ດິນໃຫ້ແກ່ການດຳເນີນຊີວິດຂອງຊຸມຊົນ ແລະ ນະໂຍບາຍຈັດສັນທີ່ດິນ ແລະ ໃຫ້ເຊົ່າທີ່ຢູ່ອາໄສ ແລະ ດິນທຳການຜະລິດ ໃຫ້ແກ່ປະຊາຊົນຊົນເຜົ່າສ່ວນຫນ້ອຍ ທີ່ຂຶ້ນກັບຈຳນວນຄອບຄົວທຸກຍາກຢູ່ເຂດປະສົບກັບຄວາມຫຍຸ້ງຍາກດ້ານເສດຖະກິດ-ສັງຄົມ. ບັນດາສະມາຊິກສະພາແຫ່ງຊາດ ຖືວ່າ: ການປັບປຸງນີ້ຈະແກ້ໄຂສະພາບຂາດເຂີນດິນທີ່ຢູ່ອາໄສ ແລະ ດິນທຳການຜະລິດ, ກ້າວໄປເຖິງການປັບປຸງຊີວິດການເປັນຢູ່ຂອງປະຊາຊົນ, ປະກອບສ່ວນຮັບປະກັນການພັດທະນາແບບຍືນຍົງຢູ່ເຂດຊົນເຜົ່າສ່ວນໜ້ອຍ.

ຮ່າງກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ) ໂດຍກຳນົດລະອຽດກ່ຽວກັບນະໂຍບາຍທີ່ດິນໃຫ້ແກ່ຊາວຊົນເຜົ່າສ່ວນຫນ້ອຍ
23/08/2023

50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ຫວຽດ​ນາມ - ກາ​ນາ​ດາ: “ໝັ້ນ​ຄົງ​ໜັກ​ແໜ້ນ, ດີ​ງາມ, ມີ​ຄວາມ​ໝັ້ນ​ໝາຍຫຼາຍ​ຢ່າງ”

(VOVWORLD) - ວັນທີ 21 ສິງຫາ 1973, ການາດາ ແລະ ຫວຽດນາມ ໄດ້ສ້າງຕັ້ງການພົວພັນທາງການທູດຢ່າງເປັນທາງການ. 50 ປີຜ່ານມາ, ການພົວພັນຂ້າມປາຊີຟິກ ລະຫວ່າງສອງປະເທດນັບມື້ນັບພັດທະນາດີງາມ ແລະ ເປີດກວ້າງ. ຂີດໝາຍ 50 ປີແມ່ນ ພື້ນຖານອັນໝັ້ນຄົງໜັກແໜ້ນເພື່ອເປີດໜ້າປະຫວັດສາດໃໝ່ໃຫ້ແກ່ນ້ຳໃຈມິດຕະພາບ, ຄວາມສາມັກຄີລະຫວ່າງສອງປະເທດ ຫວຽດນາມ - ການາດາ.

50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ຫວຽດ​ນາມ - ກາ​ນາ​ດາ: “ໝັ້ນ​ຄົງ​ໜັກ​ແໜ້ນ, ດີ​ງາມ, ມີ​ຄວາມ​ໝັ້ນ​ໝາຍຫຼາຍ​ຢ່າງ”
22/08/2023

ກຳ​ປູ​ເຈຍ ເລີ່ມ​ຕົ້ນ​ໄລ​ຍະທາງ​ໃໝ່

(VOVWORLD) - ວັນທີ 22 ສິງຫາ, ກອງປະຊຸມປະຖົມມະລຶກສະພາແຫ່ງຊາດ ກຳປູເຈຍ ຊຸດທີ VII ໄດ້ລົງຄະແນນສຽງຮັບຮອງເອົາກົງຈັກລັດຖະບານ ກຳປູເຈຍ ຊຸດໃໝ່. ລັດຖະບານໃໝ່ ໂດຍທ່ານນາຍົກລັດຖະມົນຕີຄົນໃໝ່ Hun Manet ນຳໜ້າ ຈະສືບຕໍ່ປະຕິບັດບັນດາແຜນນະໂຍບາຍ, ນະໂຍບາຍ ແລະ ເສີມຂະຫຍາຍຜົນງານຂອງຊຸດກ່ອນ, ເພື່ອແນໃສ່ຊຸກຍູ້ການເຕີບໂຕເສດຖະກິດ, ຍົກສູງຄ່າຄອງຊີບໃຫ້ແກ່ປະຊາຊົນ, ເພີ່ມທະວີ ແລະ ປັບປຸງລະບົບຮັບປະກັນຊີວິດສັງຄົມ.

ກຳ​ປູ​ເຈຍ ເລີ່ມ​ຕົ້ນ​ໄລ​ຍະທາງ​ໃໝ່
21/08/2023

ໜ້າປະຫວັດສາດໃໝ່ໃນການຮ່ວມມືລະຫວ່າງ ຫວຽດນາມ ແລະ ກາຊັກສະຖານ

(VOVWORLD) - ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ ກາຊັກສະຖານ ແລະ ຫວຽດນາມ ໃນຕະຫຼອດ 31 ປີຜ່ານມາ ບັນລຸໄດ້ໝາກຜົນຕັ້ງໜ້າຫຼາຍຢ່າງ.

ໜ້າປະຫວັດສາດໃໝ່ໃນການຮ່ວມມືລະຫວ່າງ ຫວຽດນາມ ແລະ ກາຊັກສະຖານ
18/08/2023

ກອງປະຊຸມສຸດຍອດ ອາເມລິກາ - ຍີ່ປຸ່ນ - ສ. ເກົາຫຼີ: ນຳການຮ່ວມມື 3 ຝ່າຍຂຶ້ນສູ່ລະດັບສູງໃໝ່

(VOVWORLD) - ວັນທີ 18 ສິງຫາ, ຢູ່ຄ້າຍ David, ລັດ Maryland (ປະເທດ ອາເມລິກາ), ໄດ້ຈັດກອງປະຊຸມສຸດຍອດ 3 ຝ່າຍ ອາເມລິກາ - ຍີ່ປຸ່ນ - ສ ເກົາຫຼີ. ນີ້ແມ່ນກອງປະຊຸມສຸດຍອດ 3 ຝ່າຍຄັ້ງທຳອິດໄດ້ຈັດຂຶ້ນແບບເອກະລາດ ແທນທີ່ໄດ້ຈັດຢູ່ນອກເຫດການການທູດຫຼາຍຝ່າຍຄັ້ງຕ່າງໆ.

ກອງປະຊຸມສຸດຍອດ ອາເມລິກາ - ຍີ່ປຸ່ນ - ສ. ເກົາຫຼີ: ນຳການຮ່ວມມື 3 ຝ່າຍຂຶ້ນສູ່ລະດັບສູງໃໝ່
17/08/2023

ຜົນງານຂອງວຽກງານພະນັກງານໃນເຄິ່ງສະໄຫມຂອງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ

(VOVWORLD) -ປະກອບສ່ວນສຳຄັນເຂົ້າໃນຜົນງານແຫ່ງການພັດທະນາເສດຖະກິດ - ສັງຄົມ, ຮັບປະກັນການປ້ອງກັນຊາດ ປ້ອງກັນຄວາມສະຫງົບຂອງປະເທດຊາດໃນເຄິ່ງສະໄຫມຂອງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ ແມ່ນມີຂີດໝາຍພົ້ນເດັ່ນຂອງວຽກງານພະນັກງານ. ຈາກພຶດຕິກຳຕົວຈິງ ປະຈຸບັນ, ພັກກອມມູນິດ ຫວຽດນາມ ສືບຕໍ່ສ້າງສຳເລັດກົນໄກ, ນະໂຍບາຍເພື່ອສ້າງຖັນແຖວພະນັກງານ ຕອບສະຫນອງຄວາມຕ້ອງການແຫ່ງການພັດທະນາປະເທດຊາດ ແລະ ເພີ່ມທະວີກຳລັງຄວາມສາມາດການນຳພາຂອງພັກກອມມູນິດ ຫວຽດນາມ.

ຜົນງານຂອງວຽກງານພະນັກງານໃນເຄິ່ງສະໄຫມຂອງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ
16/08/2023

ຫວຽດ​ນາມ ສືບ​ຕໍ່​ຍູ້​ແຮງ​ການ​ປ້ອງ​ກັນ​ຕ້ານ​ການ​ສໍ້ລາດ​ບັງຫຼວງ ແລະ ປະ​ກົດ​ການ​ຫຍໍ້​ທໍ້

(VOVWORLD) - ນັບແຕ່ຕົ້ນອາຍຸການຂອງກອງປະຊຸມໃຫຍ່ພັກກອມມະນູດ ຫວຽດນາມ ຊຸດທີ XIII ມາຮອດປັດຈຸບັນ, ວຽກງານປ້ອງກັນຕ້ານການສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້ ຂອງ ຫວຽດນາມ ບັນລຸໄດ້ໝາກຜົນທີ່ພົ້ນເດັ່ນຫຼາຍຢ່າງ ແລະ ວຽກງານປ້ອງກັນຕ້ານການສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້ ໄດ້ກາຍເປັນທ່າອ່ຽງທີ່ບໍ່ອາດຕ່າວປິນໄດ້. ວັນທີ 16 ສິງຫາ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝຸຈ້ອງ ຫົວໜ້າຄະນະຊີ້ນຳສູນກາງກ່ຽວກັບວຽກງານປ້ອງກັນຕ້ານການສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້ ໄດ້ເປັນປະທານກອງປະຊຸມຜັນຂະຫຍາຍບັນດາໜ້າທີ່ສຳຄັນຂອງຄະນະຊີ້ນຳ, ສະແດງໃຫ້ເຫັນວ່າ ຫວຽດນາມ ຈະສືບຕໍ່ຍູ້ແຮງວຽກງານປ້ອງກັນຕ້ານການສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້ໃນໄລຍະຈະມາເຖິງ.

ຫວຽດ​ນາມ ສືບ​ຕໍ່​ຍູ້​ແຮງ​ການ​ປ້ອງ​ກັນ​ຕ້ານ​ການ​ສໍ້ລາດ​ບັງຫຼວງ ແລະ ປະ​ກົດ​ການ​ຫຍໍ້​ທໍ້
15/08/2023

ອາບ​ກາ​ນິດ​ສະ​ຖານ ພາຍຫຼັງ 2 ປີ ທີ່ ຕາ​ລີ​ບານ​ ກັບ​ຄືນ​ມາ​ກຳ​ອຳ​ນາດ

(VOVWORLD) - ອາບການິດສະຖານ ໄດ້ຜ່ານຜ່າໄລຍະ 2 ປີທີ່ເຕັມໄປດ້ວຍຄວາມຫຍຸ້ງຍາກ, ສິ່ງທ້າທາຍ ນັບແຕ່ເມື່ອກຳລັງກອງທັບ ອາເມລິກາ ຖອນຕົວ ແລະ ກຳລັງ ຕາລີບານ ຂຶ້ນກຳອຳນາດບໍລິຫານປະເທດ ອາຊີໃຕ້ ນີ້ຕໍ່ໄປ. ຊີວິດການເປັນຢູ່ຂອງປະຊາຊົນ ນັບມື້ນັບປະສົບກັບຄວາມຫຍຸ້ງຍາກກວ່າ ຍ້ອນການຊ່ວຍເຫຼືອຖືກຫຼຸດລົງ ພ້ອມກັບບັນດາຄຳສັ່ງລົງໂທດສົ່ງຜົນກະທົບຢ່າງໜັກໜ່ວງຕໍ່ພື້ນຖານເສດຖະກິດ. ຍິ່ງວິຕົກກັງວົນກວ່າ ແມ່ນສະພາບການຂາດສະບຽງອາຫານ, ການຈຳກັດການສຶກສາສຳລັບເດັກຍິງ ພ້ອມດ້ວຍການກໍ່ການຮ້າຍພວມແມ່ນສິ່ງທ້າທາຍເຮັດໃຫ້ ອາບການິດສະຖານ ມີສະຖຽນລະພາບ ແລະ ເຕີບໂຕເສດຖະກິດ.

ອາບ​ກາ​ນິດ​ສະ​ຖານ ພາຍຫຼັງ 2 ປີ ທີ່ ຕາ​ລີ​ບານ​ ກັບ​ຄືນ​ມາ​ກຳ​ອຳ​ນາດ
14/08/2023

“ສ້າງຄວາມຮັ່ງມີ, ເຂັ້ມແຂງຈາກທະເລແຫ່ງບ້ານເກີດເມືອງນອນ” ແຜ່ກະຈາຍເນື້ອໃນຈິດໃຈມະຕິຂອງພັກກ່ຽວກັບຍຸດທະສາດພັດທະນາເສດຖະກິດທະເລ

(VOVWORLD) - ບັນດາສານທີ່ຍົກອອກມາໃນລາຍການແມ່ນ: ຄວາມຮັກຕໍ່ທະເລ, ໝູ່ເກາະ, ຄວາມເອກອ້າງທະນົງໃຈຕໍ່ປະເທດຊາດ, ເຈດຈຳນົງ, ຄວາມຕັດສິນໃຈປົກປັກຮັກສາອະທິປະໄຕເຂດທະເລ, ໝູ່ເກາະແຫ່ງບ້ານເກີດເມືອງນອນ

“ສ້າງຄວາມຮັ່ງມີ, ເຂັ້ມແຂງຈາກທະເລແຫ່ງບ້ານເກີດເມືອງນອນ” ແຜ່ກະຈາຍເນື້ອໃນຈິດໃຈມະຕິຂອງພັກກ່ຽວກັບຍຸດທະສາດພັດທະນາເສດຖະກິດທະເລ
11/08/2023

ຫັນມະຕິຂອງພັກ ກ່ຽວກັບການພັດທະນາເສດຖະກິດທະເລໃຫ້ປະກົດຜົນເປັນຈິງ

(VOVWORLD) - ມະຕິເລກທີ 36 - ມຕ/ສກ, ລົງວັນທີ 22 ຕຸລາ 2018 ຂອງຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ (ຊຸດທີ XII) ກ່ຽວກັບຍຸດທະສາດແຫ່ງການພັດທະນາເສດຖະກິດທະເລ ຫວຽດນາມ ຮອດປີ 2030, ວິໄສທັດຮອດປີ 2045 ແບບຍືນຍົງ, ວາງຄາດໝາຍຮອດປີ 2030, ນຳ ຫວຽດນາມ ກາຍເປັນປະເທດທີ່ມີທ່າແຮງທາງທະເລໂດຍໄວ, ອາດສາມາດເຂົ້າຮ່ວມແກ້ໄຂບັນດາບັນຫາສາກົນ, ພາກພື້ນກ່ຽວກັບດ້ານທະເລ ແລະ ມະຫາສະໝຸດ.

ຫັນມະຕິຂອງພັກ ກ່ຽວກັບການພັດທະນາເສດຖະກິດທະເລໃຫ້ປະກົດຜົນເປັນຈິງ