ສະຖານະການ ການເມືອງ

27/04/2023

ພ້ອມແລ້ວທີ່ຈະເຈລະຈາເພື່ອຮັດແຄບຄວາມແຕກຕ່າງກ່ຽວກັບສິດທິມະນຸດ

(VOVWORLD) -ວັນທີ 20 ມີນາ ຜ່ານມາ, ກະຊວງການຕ່າງປະເທດ ອາເມລິກາ ຫາກໍ່ປະກາດບົດລາຍງານສິດທິມະນຸດປະຈຳປີ 2022 ໂດຍຖືວ່າ: “ບາງປະເທດຢູ່ ອາຊີ, ໃນນັ້ນ ມີ ຫວຽດນາມ ໄດ້ລະເມີດສິດທິມະນຸດໂດຍມີລະບົບ”. ການຕີລາຄານີ້ ແມ່ນເບິ່ງແຕ່ລຳພັງຝ່າຍດຽວ, ບໍ່ມີຂໍ້ອ້າງອີງ, ສ່ອງແສງບໍ່ຖືກກັບຄວາມເປັນຈິງ ແລະທາດແທ້ຂອງບັນຫາສິດທິມະນຸດຢູ່ຫວຽດນາມ. ໃນຂອບເຂດການພົວພັນອັນດີງາມລະຫວ່າງສອງປະເທດ, ຫວຽດນາມພ້ອມແລ້ວທີ່ຈະເຈລະຈາກັບ ອາເມລິກາ ເພື່ອຮັດແຄບຄວາມແຕກຕ່າງໃນການຮັບຮູ້ບັນຫາສິດທິມະນຸດ ຢູ່ ຫວຽດນາມ.

ພ້ອມແລ້ວທີ່ຈະເຈລະຈາເພື່ອຮັດແຄບຄວາມແຕກຕ່າງກ່ຽວກັບສິດທິມະນຸດ
26/04/2023

ຫວຽດ​ນາມ ພວມ​ປະ​ຕິ​ບັດ​ບົດ​ບາດ​ຊຸກ​ຍູ້​ການ​ຫັນ​ປ່ຽນ​ລະ​ບົບ​ທັນ​ຍາ​ຫານ, ອາ​ຫານ​ທົ່ວ​ໂລກ​ເປ​ັນ​ຢ່າງ​ດີ

(VOVWORLD) - ວັນທີ 27 ເມສາ, ກອງປະຊຸມຄັ້ງທີ 4 ລະບົບທັນຍາຫານ, ອາຫານແບບຍືນຍົງ - ເຄືອຂ່າຍໜ່ວຍໂລກດຽວຂອງ ສປຊ ໄດ້ອັດລົງຢູ່ ຮ່າໂນ້ຍ, ພາຍຫຼັງການປະຊຸມທີ່ດຳເນີນເປັນເວລາ 4 ວັນ (24 – 27 ເມສາ). ບັນດາບົດຮຽນປະສົບການຂອງ ຫວຽດນາມ ໃນວິວັດການຫັນປ່ຽນລະບົບທັນຍາຫານ, ອາຫານ ໄດ້ຮັບການຕີລາຄາສູງຈາກບັນດາອົງການຈັດຕັ້ງສາກົນ, ເຂົາເຈົ້າຖືວ່າ ຫວຽດນາມ ພວມປະຕິບັດບົດບາດຫັນປ່ຽນລະບົບທັນຍາຫານ, ອາຫານທົ່ວໂລກເປັນຢ່າງດີ. TRANSLATE with x English Arabic Hebrew Polish Bulgarian Hindi Portugues

ຫວຽດ​ນາມ ພວມ​ປະ​ຕິ​ບັດ​ບົດ​ບາດ​ຊຸກ​ຍູ້​ການ​ຫັນ​ປ່ຽນ​ລະ​ບົບ​ທັນ​ຍາ​ຫານ, ອາ​ຫານ​ທົ່ວ​ໂລກ​ເປ​ັນ​ຢ່າງ​ດີ
25/04/2023

ຕໍ່​ກຳ​ນົດ​ເວ​ລາ​ຂໍ້​ຕົກ​ລົງ​ທັນ​ຍາ​ຫານ​ທະ​ເລ​ດຳ ເພື່ອຫຼີກ​ລ້ຽງ​ວິ​ກິດ​ການ​ດ້ານ​ສະ​ບຽງ​ອາ​ຫານ​ທົ່ວ​ໂລກ

(VOVWORLD) -ກອງປະຊຸມລັດຖະມົນຕີກະຊວງກະສິກຳບັນດາປະເທດໃນກຸ່ມບັນດາພື້ນຖານອຸດສາຫະກຳພັດທະນາແຖວໜ້າໂລກ (G7) ຫາກໍສິ້ນສຸດລົງ ພາຍຫຼັງໂຮມປະຊຸມ 2 ມື້ຢູ່ນະຄອນ Miyazaki ຂອງ ຍີ່ປຸ່ນ. ໃນຖະແຫຼງການຮ່ວມທີ່ໄດ້ຍົກອອກມາພາຍຫຼັງກອງປະຊຸມ, ບັນດາລັດຖະມົນຕີໄດ້ຮຽກຮ້ອງໃຫ້ຕໍ່ກຳນົດເວລາຂໍ້ຕົກລົງກ່ຽວກັບ ຂໍ້ລິເລີ່ມທັນຍາຫານທະເລດຳ, ຮຽກຮ້ອງໃຫ້ບັນດາຝ່າຍຕ້ອງຜັນຂະຫຍາຍຢ່າງຄົບຖ້ວນ ກໍຄືເປີດກວ້າງຂອບຂະໜາດຂໍ້ຕົກລົງດັ່ງກ່າວ. ໃນຂະນະນັ້ນ, ວັນທີ 24 ເມສາ, ທ່ານເລຂາທິການໃຫຍ່ ສປຊ Antonio Guterres ກໍໄດ້ນຳສະເໜີແບບວິທີການແກ້ໄຂຂໍ້ຕົກລົງທັນຍາຫານທະເລດຳໃນການພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov ຢູ່ ນິວຢອກ.

ຕໍ່​ກຳ​ນົດ​ເວ​ລາ​ຂໍ້​ຕົກ​ລົງ​ທັນ​ຍາ​ຫານ​ທະ​ເລ​ດຳ ເພື່ອຫຼີກ​ລ້ຽງ​ວິ​ກິດ​ການ​ດ້ານ​ສະ​ບຽງ​ອາ​ຫານ​ທົ່ວ​ໂລກ
21/04/2023

ມຸ່ງໄປເຖິງລະບົບທັນຍາຫານແບບຍືນຍົງ

(VOVWORLD) - ວັນທີ 24 ເມສາ ຈະມາເຖິງ, ຢູ່ຮ່າໂນ້ຍ, ຈະຈັດກອງປະຊຸມທົ່ວໂລກຄັ້ງທີ 4 ກ່ຽວກັບລະບົບສະບຽງອາຫານ, ທັນຍາຫານ ແບບຍືນຍົງ - ເຊິ່ງເປັນເຄືອຂ່າຍຈັກກະວານຂອງ ສປຊ.

ມຸ່ງໄປເຖິງລະບົບທັນຍາຫານແບບຍືນຍົງ
20/04/2023

ບັນດາປື້ມຫົວພິເສດສົ່ງມອບໃຫ້ ເຈື່ອງຊາ ແລະ ຮ້ານຍາມ DK1

(VOVWORLD) -ໃນວັນທີ 10 - 15 ເມສາ, ຄະນະປະຕິບັດງານເລກ 3 ໂດຍ ພົນເຮືອຕີ ເຈີນງອັກກວຽດ, ຮອງເສນາທິການໃຫຍ່ເຫຼົ່າທັບກອງທັບເຮືອ ຫວຽດນາມ ເປັນຫົວຫນ້າຄະນະ ໄດ້ລົງຢ້ຽມຢາມ, ໃຫ້ກຳລັງໃຈ, ເກັບກຳສະພາບການແນວຄິດ, ຊີວິດການເປັນຢູ່, ໝາກຜົນການປະຕິບັດຫນ້າທີ່ປົກປັກຮັກສາອະທິປະໄຕທະເລໝູ່ເກາະຂອງກອງທັບ ແລະ ປະຊາຊົນ ຢູ່ 5 ເກາະທີ່ຂຶ້ນກັບໝູ່ເກາະເຈື່ອງຊາ. ໃນຂອບເຂດການຢ້ຽມຢາມຄັ້ງນີ້, ຄະນະໄດ້ມອບຊຸດປື້ມ: ວາງວ້ອງເລີ່ຍນອນເນືອກ” ໂດຍຄັດສະເຫນີບັນດາປະໂຫຍກ, ຄຳເວົ້າທີ່ີມີຄວາມໝາຍ ເຂົ້າໃຈງ່າຍ ແລະ ໄດ້ໃຈປະຊາຊົນຂອງປະທານໂຮ່ຈີມິນ ., ປື້ມ: “ບາງບັນຫາທິດສະດີ, ພຶດຕິກຳຕົວຈິງແຫ່ງເສັ້ນທາງກ້າວຂຶ້ນສັງຄົມນິຍົມຢູ່ ຫວຽດນາມ”, ປື້ມ: “ເດັດດ່ຽວ, ຢືດໝັ້ນການຕໍ່ສູ້ປ້ອງກັນ, ຕ້ານການສໍ້ລາດບັງຫລວງ, ປະກົດການຫຍໍ້ທໍ້, ປະກອບສ່ວນກໍ່ສ້າງພັກ ແລະ ລັດ ຫວຽດນາມ ໃຫ້ນັບມື້ນັບປອດໃສ, ໝັ້ນຄົງເຂັ້ມແຂງ” ຂອງທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ມອບໃຫ້ພະນັກງານ, ນັກຮົບ ທະຫານເຮືອເຂດ 4 ແລະ ບັນດາໝູ່ເກາະ, ຮ້ານຍາມ. ນີ້ແມ່ນບັນດາປື້ມທີ່ມີຄວາມໝາຍ, ມີຄຸນຄ່າດ້ານທິດສະດີ ແລະ ພຶດຕິກຳຕົວຈິງ, ມີລັກສະນະກຳນົດທິດສູງສຳລັບພະນັກງານ, ນັກຮົບທະຫານເຮືອເຂດ 4 ແລະ ປະຊາຊົນໃນໝູ່ເກາະ ເຈື່ອງຊາ. TRANSLATE with x English Arabic

ບັນດາປື້ມຫົວພິເສດສົ່ງມອບໃຫ້ ເຈື່ອງຊາ ແລະ ຮ້ານຍາມ DK1
19/04/2023

ຫວຽດ​ນາມ ແລະ ສ.ເຊັກ​ໂກ ປັບ​ປຸງ​ການ​ພົວ​ພັນ​ສອງ​ຝ່າຍ

(VOVWORLD) - ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ວັນທີ 20 ເມສາ ທ່ານນາຍົກລັດຖະມົນຕີ ສ.ເຊັກໂກ Petr Fiala ຈະດຳເນີນການຢ້ຽມຢາມຫວຽດນາມ ຢ່າງເປັນທາງການໃນລະຫວ່າງວັນທີ 20 – 22 ເມສາ. ນີ້ແມ່ນການໄປປະຕິບັດງານຢູ່ອາຊີຄັ້ງທຳອິດຂອງທ່ານນາຍົກລັດຖະມົນຕີ Petr Fiala ນັບແຕ່ເວລາດຳລົງຕຳແໜ່ງເມື່ອທ້າຍປີ 2021 ແລະ ນີ້ແມ່ນການຢ້ຽມຢາມຫວຽດນາມ ຄັ້ງທຳອິດຂອງຜູ້ນຳລັດຖະບານເຊັກໂກ ໃນໄລຍະເວລາ 15 ປີຜ່ານມາ. ການຢ້ຽມຢາມມີຄວາມໝາຍສຳຄັນຕໍ່ສອງຝ່າຍ, ສືບຕໍ່ເພີ່ມທະວີ ແລະ ປັບປຸງການພົວພັນມິດຕະພາບທີ່ເປັນມູນເຊື້ອ, ພ້ອມທັງສ້າງກຳລັງໜູນສຳຄັນໃນການຊຸກຍູ້ການພົວພັນສອງຝ່າຍ. TRANSLATE with x English Arabic Hebrew Polish Bulgarian Hindi

ຫວຽດ​ນາມ ແລະ ສ.ເຊັກ​ໂກ ປັບ​ປຸງ​ການ​ພົວ​ພັນ​ສອງ​ຝ່າຍ
18/04/2023

ໂລກ​ມາ​ນະ​ພະ​ຍາ​ຍາມ​ຊອ​ກ​ຫາ​ມາດ​ຕະ​ການ​ໃຫ້​ແກ່​ການ​ປະ​ທະ​ກັນ​ຢູ່ ຊູ​ດັງ

(VOVWORLD) -ໃນຊຸມວັນຜ່ານມາ, ຍາມໃດໂລກກໍຕິດຕາມທຸກຜັນແປທາງການເມືອງ ແລະ ຄວາມໝັ້ນຄົງຢູ່ ຊູດັງ - ບ່ອນທີ່ພວມເກີດການປະທະກັນລະຫວ່າງກອງທັບ ກັບ ອົງການເຄິ່ງການທະຫານກຳລັງປະຕິກິລິຍາໄວ (RSF) ຢ່າງໃກ້ຊິດ. ໄລ່ມາຮອດປັດຈຸບັນນີ້, ມີຜູ້ເສຍຊີວິດເກືອບ 100 ຄົນ, ໃນນັ້ນ ມີທັງພະນັກງານ ສປຊ. ບັນດາຄວາມມານະພະຍາຍາມທາງການທູດ ພວມໄດ້ຜັນຂະຫຍາຍເພື່ອແນໃສ່ຮຽກຮ້ອງບັນດາຝ່າຍທີ່ກ່ຽວຂ້ອງຈົ່ງລະງັບໃຈ, ສ້າງກາລະໂອກາດແກ່ການເຈລະຈາເພື່ອສ້າງສະຖຽນລະພາບໃຫ້ແກ່ພາກພື້ນ.

ໂລກ​ມາ​ນະ​ພະ​ຍາ​ຍາມ​ຊອ​ກ​ຫາ​ມາດ​ຕະ​ການ​ໃຫ້​ແກ່​ການ​ປະ​ທະ​ກັນ​ຢູ່ ຊູ​ດັງ
17/04/2023

ສ້າງສາຍພົວພັນມິດຕະພາບກັບບັນດາປະເທດຄູ່ຮ່ວມມືທີ່ເປັນມູນເຊື້ອຢູ່ພາກພື້ນ ອາເມລິກາລາຕິງ ໃຫ້ເລິກເຊິ່ງຂຶ້ນຕື່ມ

(VOVWORLD) - ການຢ້ຽມຢາມສະແດງໃຫ້ເຫັນຢ່າງຈະແຈ້ງຄຳໝັ້ນສັນຍາ, ຄວາມມຸ່ງມາດປາດຖະໜາຂອງ ຫວຽດນາມ ໃນເລື່ອງເພີ່ມທະວີການພົວພັນຫຼາຍດ້ານກັບ 3 ປະເທດ, ຫັນນະໂຍບາຍການຕ່າງປະເທດຂອງ ຫວຽດນາມ ປະກົດຜົນເປັນຈິງ

ສ້າງສາຍພົວພັນມິດຕະພາບກັບບັນດາປະເທດຄູ່ຮ່ວມມືທີ່ເປັນມູນເຊື້ອຢູ່ພາກພື້ນ ອາເມລິກາລາຕິງ  ໃຫ້ເລິກເຊິ່ງຂຶ້ນຕື່ມ
14/04/2023

ເພີ່ມທະວີຄວາມມານະພະຍາຍາມຮັກສາທ່າຟື້ນຟູເສດຖະກິດທົ່ວໂລກ

(VOVWORLD) - ຍ້ອນສະພາບພູມສາດການເມືອງທົ່ວໂລກມີຫຼາຍການຜັນແປທີ່ສັບສົນ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້ນັ້ນ, ທ່າຟື້ນຟູ ແລະ ການເຕີບໂຕເສດຖະກິດໂລກປະເຊີນໜ້າກັບຫຼາຍຄວາມສ່ຽງ ແລະ ສິ່ງທ້າທາຍທີ່ຮ້າຍແຮງ, ເຮັດໃຫ້ຄວາມສ່ຽງຊຸດໂຊມເພີ່ມຂຶ້ນ. ເພື່ອຮັບມື, ບັນດາພື້ນຖານເສດຖະກິດໃຫຍ່ ແລະ ພິເສດແມ່ນບັນດາອົງການການເງິນ - ເສດຖະກິດທົ່ວໂລກ, ເຊິ່ງນຳໜ້າແມ່ນທະນາຄານໂລກ (WB) ແລະ ກອງທຶນເງິນຕາສາກົນ (IMF), ພວມມານະພະຍາຍາມຊອກຫາມາດຕະການທີ່ເໝາະສົມ.

ເພີ່ມທະວີຄວາມມານະພະຍາຍາມຮັກສາທ່າຟື້ນຟູເສດຖະກິດທົ່ວໂລກ