ພັດທະນາເສດຖະກິດລວມໝູ່, ສະຫະກອນ ໃນໄລຍະໃຫມ່
(VOVWORLD) -ຢູ່ ຫວຽດນາມ, ແຕ່ດົນນານມາແລ້ວ ພັກກອມມູນິດ ຫວຽດນາມ ແລະ ປະທານ ໂຮ່ຈີມິນ ໄດ້ມີຄວາມເອົາໃຈໃສ່ເຖິງເສດຖະກິດລວມໝູ່, ພັດທະນາສະຫະກອນ. ວັນທີ 11 ເມສາປີ 1946, ໃນຄວາມຫຍຸ້ງຍາກຂອງຊຸມວັນຕົ້ນແຫ່ງການສະຖາປະນາປະເທດຊາດ, ທ່ານປະທານ ໂຮ່ຈີມິນ ໄດ້ຂຽນຈົດໝາຍໂດຍຮຽກຮ້ອງຜູ້ມີດິນມີນາ, ຊາວກະສິກອນ ຫວຽດນາມ ເຂົ້າຮ່ວມສະຫະກອນກະສິກຳ. ເພີ່ນໄດ້ເນັ້ນຫນັກຢ່າງແຮງວ່າ: “ຊາວກະສິກອນ ຢາກສ້າງຄວາມຮັ່ງມີ, ກະສິກຳຢາກວັດທະນາຖາວອນ ຈຳເປັນຕ້ອງມີສະຫະກອນ”; “ສະຫະກອນ ແມ່ນການເຕົ້າໂຮມທຶນຮອນ, ສຸມກຳລັງເຫື່ອແຮງນຳກັນ. ມີທຶນຫລາຍ, ມີກຳລັງແຮງ, ຄວາມຫຍຸ້ງຍາກແມ່ນຫນ້ອຍລົງ ແຕ່ຜົນປະໂຫຍດມີຫລາຍ”. ຄວາມຈິງ ໃນ 77ປີຜ່ານມາໄດ້ຊີ້ໃຫ້ເຫັນວ່າ: ເສດຖະກິດລວມໝູ່ ຍາມໃດກໍ່ແມ່ນພາກສ່ວນເສດຖະກິດສຳຄັນ, ຕ້ອງໄດ້ຮັບການປັບປຸງ ແລະ ພັດທະນາພ້ອມກັບເສດຖະກິດແຫ່ງລັດ ໃຫ້ກາຍເປັນພື້ນຖານເສດຖະກິດແຫ່ງຊາດຢ່າງໝັ້ນຄົງຫນັກແຫນ້ນ.










