ພ້ອມແລ້ວທີ່ຈະເຈລະຈາເພື່ອຮັດແຄບຄວາມແຕກຕ່າງກ່ຽວກັບສິດທິມະນຸດ
(VOVWORLD) -ວັນທີ 20 ມີນາ ຜ່ານມາ, ກະຊວງການຕ່າງປະເທດ ອາເມລິກາ ຫາກໍ່ປະກາດບົດລາຍງານສິດທິມະນຸດປະຈຳປີ 2022 ໂດຍຖືວ່າ: “ບາງປະເທດຢູ່ ອາຊີ, ໃນນັ້ນ ມີ ຫວຽດນາມ ໄດ້ລະເມີດສິດທິມະນຸດໂດຍມີລະບົບ”. ການຕີລາຄານີ້ ແມ່ນເບິ່ງແຕ່ລຳພັງຝ່າຍດຽວ, ບໍ່ມີຂໍ້ອ້າງອີງ, ສ່ອງແສງບໍ່ຖືກກັບຄວາມເປັນຈິງ ແລະທາດແທ້ຂອງບັນຫາສິດທິມະນຸດຢູ່ຫວຽດນາມ. ໃນຂອບເຂດການພົວພັນອັນດີງາມລະຫວ່າງສອງປະເທດ, ຫວຽດນາມພ້ອມແລ້ວທີ່ຈະເຈລະຈາກັບ ອາເມລິກາ ເພື່ອຮັດແຄບຄວາມແຕກຕ່າງໃນການຮັບຮູ້ບັນຫາສິດທິມະນຸດ ຢູ່ ຫວຽດນາມ.










