ໄຊຊະນະດ້ຽນບຽນຝູ: ຈາກອະດີດເຖິງປະຈຸບັນ
(VOVWORLD) -ກ່ອນນີ້ 69 ປີ (7 ພຶດສະພາ 1954 – 7 ພຶດສະພາ 2023), ກອງທັບ ແລະ ປະຊາຊົນ ຫວຽດນາມ ໄດ້ຍາດເອົາໄຊຊະນະປະຫວັດສາດ ດ້ຽນບຽນຝູ. ໄຊຊະນະດັ່ງກ່າວໄດ້ນຳໄປສູ່ການລົງນາມໃນສັນຍາເຊີແນວກ່ຽວກັບການຢຸດຕິສົງຄາມ ແລະ ຟື້ນຟູສັນຕິພາບຢູ່ອິນດູຈີນ, ສ້າງປະຖົມປັດໄຈເພື່ອໃຫ້ປະຊາຊົນຫວຽດນາມ ທ້ອນໂຮມປະເທດຊາດເປັນເອກະພາບໃນປີ 1975. 69 ປີພາຍຫຼັງໄຊຊະນະ ດ້ຽນບຽນຝູ, ປະຊາຊົນຫວຽດນາມ ແລະ ຝລັ່ງ ໄດ້ຮ່ວມກັນສ້າງສາຍພົວພັນມິດຕະພາບ, ການຮ່ວມມື ແລະ ພັດທະນາ.










