ກໍ່ສ້າງເຂດທົ່ງພຽງແມ່ນ້ຳແດງໃຫ້ກາຍເປັນເຂດກຳລັງຫນູນພັດທະນາແຖວຫນ້າ
(VOVWORLD) -“ແນວຄິດຊີ້ນຳ ແລະເນື້ອໃນຂອງມະຕິເລກທີ 30 ຂອງກົມການເມືອງ ແລະ ໂຄງການດຳເນີນງານຂອງລັດຖະບານ ໄດ້ມີການກຳນົດທິດຫລາຍຢ່າງ ແລະ ວິໄສທັດໃຫມ່ ໃນການພັດທະນາເຂດທົ່ງພຽງແມ່ນ້ຳແດງ, ນຳເຂດນີ້ກາຍເປັນເຂດເສດຖະກິດກຳລັງຫນູນເຕີບໂຕໃຫຍ່ສຸດຂອງທົ່ວປະເທດ”.ນັ້ນແມ່ນສານຈາກ ກອງປະຊຸມໃຫຍ່ຜັນຂະຫຍາຍໂຄງການດຳເນີນງານຂອງລັດຖະບານໃນການປະຕິບັດມະຕິເລກທີ 30 ລົງວັນທີ 23 ພະຈິກປີ 2022 ຂອງກົມການເມືອງ ກ່ຽວກັບທິດທາງການພັດທະນາເສດຖະກິດ ສັງຄົມ, ຮັບປະກັນການປ້ອງກັນຊາດປ້ອງກັນຄວາມສະຫງົບເຂດທົ່ງພຽງແມ່ນ້ຳແດງຮອດປີ 2030, ວິໄສທັດຮອດປີ 2045, ຊື່ງໄດ້ຈັດຕັ້ງຢູ່ແຂວງ ກວ໋າງນິງ ເມື່ອວັນທີ 12 ກຸມພາ ປີ 2023.










