ປ່ຽນແປງໃໝ່ປະດິດຄິດສ້າງ - ບັນດາໝາກຜົນທຳອິດ
(VOVWORLD) - ການປ່ຽນແປງໃໝ່ປະດິດຄິດສ້າງ ເວົ້າລວມ ຫຼື ເລີ່ມຕົ້ໜທຸລະກິດປະດິດຄິດສ້າງ ເວົ້າສະເພາະ ແມ່ນໜຶ່ງໃນບັນດາປັດໄຈຊີ້ນຳສ້າງການພັດທະນາແບບຍືນຍົງ ໃຫ້ແກ່ປະເທດໜຶ່ງ ເຂດແຄ້ວນໜຶ່ງ. ຢູ່ ຫວຽດນາມ ຈາກແຜນນະໂຍບາຍຂອງພັກ ແລະ ລັດ, ບັນດາກະຊວງ ແລະ ຂະແໜງການໄດ້ຜັນຂະຫຍາຍບັນດາການເຄື່ອນໄຫວໜູນຊ່ວຍການປ່ຽນແປງໃໝ່ ປະດິດຄິດສ້າງ ແລະ ເລີ່ມຕົ້ນທຸລະກິດ ຈາກນັ້ນກໍ່ຊຸກຍູ້ຊາວໜຸ່ມປະຕິບັດບັນດາໂຄງການເລີ່ມຕົ້ນທຸລະກິດ ຄ່ອຍໆສ້າງລະບົບນິເວດເລີ່ມຕົ້ນທຸລະກິດຢ່າງກວ້າງຂວາງຢູ່ພາຍໃນ ແລະ ຕ່າງປະເທດເປັນຮູບປະທຳ.










