ສະຖານະການ ການເມືອງ

06/12/2022

ປະ​ທານ​ປະ​ເທດ ຈີນ ຢ້ຽ​ມ​ຢາມ ອາ​ຣັບ​ບີ ຊະ​ອຸ​ດິ: ເພີ່ມ​ທະ​ວີ​ການ​ຮ່ວມ​ມື ເພື່ອ​ຄວາມ​ວັດ​ທະ​ນາ​ຖາ​ວອນ​ລວມ

(VOVWORLD) -ຕາມແຜນການ, ວັນທີ 7 ທັນວາ, ທ່ານປະທານປະເທດ ຈີນ ສີຈີ້ນຜິງ ຈະເລີ່ມດຳເນີນການຢ້ຽມຢາມ ອາຣັບບີ ຊະອຸດິ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດ ຈີນ - ອາຣັບ. ການຢ້ຽມຢາມຄັ້ງນີ້ ໄດ້ດຶງດູດຄວາມສົນໃຈຈາກຫາງສຽງສາກົນເປັນຈຳນວນຫຼວງຫຼາຍ ບໍ່ພຽງແຕ່ຍ້ອນເຫດການດັ່ງກ່າວດຳເນີນໃນສະພາບການພິເສດເທົ່ານັ້ນ, ຫາກຍັງຍ້ອນທີ່ຕັ້ງບົດບາດຂອງ ຈີນ ແລະ ບັນດາປະເທດ ອາຣັບ ທີ່ນັບມື້ນັບສູງຂຶ້ນບົນເວທີສາກົນອີກດ້ວຍ.

ປະ​ທານ​ປະ​ເທດ ຈີນ ຢ້ຽ​ມ​ຢາມ ອາ​ຣັບ​ບີ ຊະ​ອຸ​ດິ: ເພີ່ມ​ທະ​ວີ​ການ​ຮ່ວມ​ມື ເພື່ອ​ຄວາມ​ວັດ​ທະ​ນາ​ຖາ​ວອນ​ລວມ
05/12/2022

ຫວຽດນາມ - ສ.ເກົາຫຼີ: ແບບຢ່າງຂອງການພົວພັນດ້ານການທູດ

(VOVWORLD) -ປະຈຸບັນ, ຄິດສະເລ່ຍແຕ່ລະເດືອນ ມີຖ້ຽວບິນໂດຍກົງລະຫວ່າງ 2 ປະເທດກວ່າ 1.000 ຖ້ຽວ. ຈຳນວນນັກທ່ອງທ່ຽວຂອງ 2 ປະເທດໄປມາຢ້ຽມຢາມເຊິ່ງກັນ ແລະ ກັນພວມຮັບການຟື້ນຟູຢ່າງແຮງ ພາຍຫຼັງທີ່ໂລກລະບາດໄດ້ຮັບການຄວບຄຸມ.

ຫວຽດນາມ - ສ.ເກົາຫຼີ: ແບບຢ່າງຂອງການພົວພັນດ້ານການທູດ
02/12/2022

ປະທານາທິບໍດີ ຝລັ່ງ ຢ້ຽມຢາມ ອາເມລິກາ: ປັບປຸງການພົວພັນຂ້າມມະຫາສະໝຸດອັກລັງຕິກໃນບັນດາບັນຫາທົ່ວໂລກ

(VOVWORLD) - ວັນທີ 29 ພະຈິກ, ທ່ານປະທານາທິບໍດີ ຝລັ່ງ Emmanuel Macron ເລີ່ມຕົ້ນການຢ້ຽມຢາມ ອາເມລິກາ ຢ່າງເປັນທາງການທີ່ແກ່ຍາວເປັນເວລາ 4 ວັນ. ຝລັ່ງ ໃນຖານະເປັນໜຶ່ງໃນຈຳນວນປະເທດ ນຳໜ້າຂອງ ເອີລົບ, ການຢ້ຽມຢາມຄັ້ງນີ້ໄດ້ຮັບການຕີລາຄາວ່າ ບໍ່ພຽງແຕ່ຊ່ວຍປັບປຸງການພົວພັນສຳພັນທະມິດ ຝລັ່ງ - ອາເມລິກາ ພວມຢູ່ໃນລະດັບຕ່ຳ ເທົ່ານັ້ນ, ຫາກຍັງແມ່ນບາດກ້າວສຳຄັນສຳລັບການພົວພັນສັງລວມ ເອີລົບ - ອາເມລິກາ, ພ້ອມທັງອາດຈະຜົນກະທົບພໍສົມຄວນເຖິງຫຼາຍບັນຫາສາກົນທີ່ພົ້ນເດັ່ນອີກດ້ວຍ.

ປະທານາທິບໍດີ ຝລັ່ງ ຢ້ຽມຢາມ ອາເມລິກາ: ປັບປຸງການພົວພັນຂ້າມມະຫາສະໝຸດອັກລັງຕິກໃນບັນດາບັນຫາທົ່ວໂລກ
01/12/2022

“ຖືປະຊາຊົນເປັນກົກ” -ພື້ນຖານແກ່ນສານໃນການເຄື່ອນໄຫວຂອງພະນັກງານແນວໂຮມ

(VOVWORLD) -ຕັ້ງແນວຄິດ “ຖືປະຊາຊົນເປັນກົກ” ແມ່ນພື້ນຖານແກ່ນສານໃນການເຄື່ອນໄຫວຂອງພະນັກງານແນວໂຮມ ແມ່ນການຢັ້ງຢືນຂອງທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ໃນການພົບປະກັບຜູ້ແທນ 63 ທ່ານທີ່ເຂົ້າຮ່ວມກອງປະຊຸມຍ້ອງຍໍປະທານແນວໂຮມປະເທດຊາດຂັ້ນຕາແສງ ແລະ ຫົວຫນ້າຄະນະປະຕິບັດງານແນວໂຮມດີເດັ່ນທົ່ວປະເທດເມື່ອວັນທີ 26 ພະຈິກປີ 2022 ຢູ່ ຮ່າໂນ້ຍ. ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ກໍ່ຊີ້ແຈ້ງຄວາມຮຽກຮ້ອງຕ້ອງການໃຫຍ່ກ່ຽວກັບການເພີ່ມທະວີປັບປຸງກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດໃນໄລຍະ ຫວຽດນາມເຊື່ອມຕົວຢ່າງແຮງເຂົ້າກັບປະຊາຄົມສາກົນ.

“ຖືປະຊາຊົນເປັນກົກ” -ພື້ນຖານແກ່ນສານໃນການເຄື່ອນໄຫວຂອງພະນັກງານແນວໂຮມ
30/11/2022

ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລັດ​ຖະ​ສະ​ພາ​ລະ​ຫວ່າງ ຫວຽດ​ນາມກັ​ບ ອົດ​ສະ​ຕາ​ລີ ແລະ ນິວ​ຊີ​ແລນ

(VOVWORLD) - ວັນທີ 30 ພະຈິກ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ເລີ່ມຕົ້ນການຢ້ຽມຢາມອົດສະຕາລີ ແລະ ນິວຊີແລນ ຢ່າງເປັນທາງການ. ການຢ້ຽມຢາມຈະແກ່ຍາວເປັນເວລາ 1 ອາທິດນີ້ແມ່ນການຢ້ຽມຢາມອົດສະຕາລີ ແລະ ນິວຊີແລນຄັ້ງທຳອິດຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໃນຖານະເປັນຜູ້ນຳໜ້າອົງການນິຕິບັນຍັດ ຫວຽດນາມ. ການຢ້ຽມຢາມແມ່ນໂອກາດເພື່ອຮັດແໜ້ນການພົວພັນມິດຕະພາບ, ຄູ່ຮ່ວມມືຍຸດທະສາດ ກັບສອງຄູ່ຮ່ວມມືຫຼັກແຫຼ່ງ ຂອງຫວຽດນາມ ຢູ່ພາກພື້ນ ປາຊີຟິກໃຕ້ ແລະ ຊຸກຍູ້ການຮ່ວມມືລະຫວ່າງບັນດາອົງການນິຕິບັນຍັດ.

ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລັດ​ຖະ​ສະ​ພາ​ລະ​ຫວ່າງ ຫວຽດ​ນາມກັ​ບ ອົດ​ສະ​ຕາ​ລີ ແລະ ນິວ​ຊີ​ແລນ
29/11/2022

ສ້າງ ແລະ ພັດທະນາລະບົບຄຸນຄ່າ ຫວຽດນາມ ໃນໄລຍະປະເທດຊາດເຊື່ອມໂຍງເຂົ້າກັບສາກົນ

(VOVWORLD) -ວັນທີ 29 ພະຈິກ, ຢູ່ຮ່າໂນ້ຍ, ຄະນະໂຄສະນາສຶກສາສູນກາງພັກຄອມມູນິດ ຫວຽດນາມ ໄດ້ສົມທົບກັບສະພາທິດສະດີສູນກາງ; ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ແລະ ສາຖາບັນບັນດິດວິທະຍາສາດສັງຄົມ ຫວຽດນາມ ໄດ້ຈັດກອງປະຊຸມສໍາມະນາແຫ່ງຊາດ ດ້ວຍຫົວຂໍ້ “ລະບົບຄຸນຄ່າແຫ່ງຊາດ, ລະບົບຄຸນຄ່າວັດທະນະທຳ, ລະບົບຄຸນຄ່າຄອບຄົວ ແລະ ມາດຖານຄົນ ຫວຽດນາມ ໃນຍຸກສະໄໝໃໝ່”. ນີ້ແມ່ນໜຶ່ງໃນບັນດາກິດຈະກຳ ເພື່ອແນໃສ່ເຮັດແຈ້ງຄວາມໝາຍ ແລະ ປັດໄຈພື້ນຖານຂອງບັນດາລະບົບຄຸນຄ່າເຫຼົ່ານັ້ນໃນຍຸກສະໄໝໃໝ່ຕື່ມອີກ, ຕາມການກຳນົດທິດຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ຫວຽດນາມ ຫງວຽນຝູຈ້ອງ ໃນກອງປະຊຸມວັດທະນະທຳ ທົ່ວປະເທດຜັນຂະຫຍາຍປະຕິບັດມະຕິກອງປະຊຸມໃຫຍ່ຊຸດທີ XIII ຂອງພັກກອມມູນິດ ຫວຽດນາມ ເມື່ອເດືອນ ພະຈິກ ປີ 2021.

ສ້າງ ແລະ ພັດທະນາລະບົບຄຸນຄ່າ ຫວຽດນາມ ໃນໄລຍະປະເທດຊາດເຊື່ອມໂຍງເຂົ້າກັບສາກົນ
25/11/2022

ຫລຸດຜ່ອນຄວາມເຄັ່ງຕຶງໃນແຫຼມເກົາຫຼີ ເພື່ອສັນຕິພາບ, ສະຖຽນລະພາບຂອງພາກພື້ນ ອາຊີຕາເວັນອອກສ່ຽງເໜືອ ແລະ ໃນໂລກ

(VOVWORLD) - ໄລຍະຜ່ານມາ, ສະພາບການໃນແຫຼມ ເກົາຫຼີ ມີການຜັນແປທີ່ເຄັ່ງຕຶງຢ່າງຕໍ່ເນື່ອງ. ໃນສະພາບພູມສາດການເມືອງໃນທົ່ວໂລກມີການຜັນແປທີ່ສັບສົນ, ປະຊາຄົມສາກົນກະຕຸກຊຸກຍູ້ບັນດາຝ່າຍທີ່ກ່ຽວຂ້ອງມີການກະທຳດ້ວຍຄວາມຮັບຜິດຊອບ ແລະ ສ້າງສັນ, ເພື່ອສັນຕິພາບ, ສະຖຽນລະພາບຢູ່ໃນພາກພື້ນ ແລະ ຢູ່ໃນໂລກ.

ຫລຸດຜ່ອນຄວາມເຄັ່ງຕຶງໃນແຫຼມເກົາຫຼີ ເພື່ອສັນຕິພາບ, ສະຖຽນລະພາບຂອງພາກພື້ນ ອາຊີຕາເວັນອອກສ່ຽງເໜືອ ແລະ ໃນໂລກ
24/11/2022

25 ປີ ເຊື່ອມຕໍ່ອິນເຕີແນັດທົ່ວໂລກ - ພື້ນຖານເພື່ອໃຫ້ ຫວຽດນາມ ພັດທະນາເສດຖະກິດ ດິຈີຕອນ, ສັງຄົມ ດິຈີຕອນ

(VOVWORLD) -ວັນທີ 19 ພະຈິກ ປີ 1997, ຫວຽດນາມ ເຊື່ອມຕໍ່ກັບ ເຄືອຂ່າຍອິນເຕີແນັດທົ່ວໂລກຢ່າງເປັນທາງການ, ເປັນຂີດໝາຍສຳຄັນໃນປະຫວັດສາດຂອງຂະແຫນງຖະແຫລງຂ່າວ ແລະ ສື່ສານຂອງປະເທດຊາດ. ພາຍຫລັງ 25 ປີແຫ່ງການພັດທະນາ, ອິນເຕີແນັດ ໄດ້ກາຍເປັນສ່ວນຫນຶ່ງທີ່ຂາດບໍ່ໄດ້, ແລະ ໄດ້ນຳໃຊ້ໃນທຸກຂົງເຂດຂອງຊີວິດສັງຄົມຂອງປະຊາຊົນ ຫວຽດນາມ ນັບລ້ານໆຄົນ ແລະ ແມ່ນພື້ນຖານເພື່ອພັດທະນາເສດຖະກິດ ດິຈີຕອນ, ສັງຄົມ ດິຈີຕອນ.

25 ປີ ເຊື່ອມຕໍ່ອິນເຕີແນັດທົ່ວໂລກ - ພື້ນຖານເພື່ອໃຫ້ ຫວຽດນາມ ພັດທະນາເສດຖະກິດ ດິຈີຕອນ, ສັງຄົມ ດິຈີຕອນ
23/11/2022

ຍູ້​ແຮງ​ການ​ພັດ​ທະ​ນາ​ວັດ​ທະ​ນະ​ທຳ, ສ້າງ​ກຳ​ລັງ​ໜູນ​ໃຫ້​ແກ່​ການ​ເຕີບ​ໂຕ​ດ້ານ​ເສດ​ຖະ​ກິດ - ສັງ​ຄົມ

(VOVWORLD) - ວັນທີ 24 ພະຈິກ ແມ່ນຄົບຮອບໜຶ່ງປີແຫ່ງວັນຈັດກອງປະຊຸມວັດທະນະທຳທົ່ວປະເທດ. ໜຶ່ງປີຜ່ານມາ, ວຽກງານພັດທະນາວັດທະນະທຳທຸກຂັ້ນ, ທຸກຂະແໜງການ ແລະ ທ້ອງຖິ່ນໃນທົ່ວປະເທດ ໄດ້ເອົາໃຈໃສ່ຊຸກຍູ້ເປັນພິເສດດ້ວຍເນື້ອໃນຈິດໃຈຖືການພັດທະນາວັດທະນະທຳແມ່ນພື້ນຖານ ແລະ ກຳລັງໜູນສຳຄັນໃຫ້ແກ່ການເຕີບໂຕ ແລະ ພັດທະນາເສດຖະກິດ - ສັງຄົມ.

ຍູ້​ແຮງ​ການ​ພັດ​ທະ​ນາ​ວັດ​ທະ​ນະ​ທຳ, ສ້າງ​ກຳ​ລັງ​ໜູນ​ໃຫ້​ແກ່​ການ​ເຕີບ​ໂຕ​ດ້ານ​ເສດ​ຖະ​ກິດ - ສັງ​ຄົມ