ຄວາມສາມັກຄີສາກົນເພື່ອສັນຕິພາບ, ການຮ່ວມມື ແລະ ການພັດທະນາແບບຍືນຍົງ
(VOVWORLD) -ກອງປະຊຸມໃຫຍ່ ຄັ້ງທີ 22 ສະພາສັນຕິພາບໂລກ ຖືກໄຂຂຶ້ນໃນວັນທີ 22 ພະຈິກ, ຢູ່ຮ່າໂນ້ຍ ໂດຍມີການເຂົ້າຮ່ວມຂອງຜູ້ແທນ 200 ທ່ານ, ໃນນັ້ນມີແຂກຖືກເຊີນປະມານ 100 ທ່ານທີ່ມາຈາກ 49 ປະເທດ ແລະ ເຂດແຄວ້ນເຊິ່ງເປັນສະມາຊິກຂອງບັນດາອົງການສະມາຊິກຂອງສະພາສັນຕິພາບໂລກ. ນີ້ແມ່ນເຫດການທີ່ມີຄວາມໝາຍຄວາມສຳຄັນ, ປະກອບສ່ວນຍົກສູງບົດບາດ, ທີ່ຕັ້ງຂອງ ຫວຽດນາມ, ສະແດງໃຫ້ເຫັນການປະກອບສ່ວນຢ່າງຕັ້ງໜ້າ ແລະ ເຕັມໄປດ້ວຍຄວາມຮັບຜິດຊອບຂອງຫວຽດນາມ ໃນວຽກງານການເຄື່ອນໄຫວຂອງສະພາສັນຕິພາບໂລກ ເວົ້າສະເພາະ ແລະ ຂະບວນການສັນຕິພາບໂລກ ເວົ້າລວມ.










