ສະຖານະການ ການເມືອງ

20/12/2022

ສ້າງລະ​ບອບ​ລະ​ບຽບ​ການ, ນະ​ໂຍ​ບາຍ ແລະ ແຫຼ່ງ​ກຳ​ລັງ​ເປັນສົມ​ບູນ​ແບບເພື່ອ​ພັດ​ທະ​ນາ​ວັດ​ທະ​ນະ​ທຳ

(VOVWORLD) -ພັກ, ລັດ ແລະ ລັດຖະບານ ຫວຽດນາມ ຍາມໃດກໍຍົກສູງບົດບາດຂອງວັດທະນະທຳ ແລະ ວຽກງານພັດທະນາວັດທະນະທຳຮັບໃຊ້ການສ້າງສາ, ປົກປັກຮັກສາ ແລະ ພັດທະນາປະເທດຊາດ. ຕົວຈິງໄດ້ສະແດງໃຫ້ເຫັນຜົນງານໃນການພັດທະນາວັດທະນະທຳໄດ້ປະກອບສ່ວນຢ່າງໃຫຍ່ຫຼວງ, ມີປະສິດທິຜົນເຂົ້າໃນວຽກງານພັດທະນາເສດຖະກິດ - ສັງຄົມ, ການເຊື່ອມໂຍງສາກົນຂອງປະເທດຊາດ, ກາຍເປັນໜຶ່ງໃນບັນດາເສົາຄ້ຳຂອງການພັດທະນາແບບຍືນຍົງ. ເພາະສະນັ້ນ, ການສ້າງລະບອບລະບຽບການ, ນະໂຍບາຍ ແລະ ແຫຼ່ງກຳລັງໃຫ້ສົມບູນແບບເພື່ອພັດທະນາວັດທະນະທຳ ນັບມື້ນັບກາຍເປັນວຽກງານທີ່ຈຳເປັນ, ຮີບດ່ວນ, ຮຽກຮ້ອງຕ້ອງມີການເຂົ້າຮ່ວມຢ່າງຂ້ຽວຂາດ, ແຮງກ້າຂອງອົງການຄຸ້ມຄອງລັດ ແລະ ຂອງທົ່ວສັງຄົມ.

ສ້າງລະ​ບອບ​ລະ​ບຽບ​ການ, ນະ​ໂຍ​ບາຍ ແລະ ແຫຼ່ງ​ກຳ​ລັງ​ເປັນສົມ​ບູນ​ແບບເພື່ອ​ພັດ​ທະ​ນາ​ວັດ​ທະ​ນະ​ທຳ
19/12/2022

ໄຊຊະນະ ຮ່າໂນ້ຍ - ດ້ຽນບຽນຝູ ທາງອາກາດປີ 1972: ໄຊຊະນະແຫ່ງຄຸນນະທາດ, ພູມປັນຍາ ແລະ ກຳລັງແຮງ ຫວຽດນາມ

(VOVWORLD) -ດ້ວຍເຈດຈຳນົງຕັດສິນໃຈຕໍ່ສູ້, ຕັດສິນໃຈຍາດເອົາໄຊຊະນະຢ່າງເດັດຂາດ, ກອງທັບ ແລະ ປະຊາຊົນທາງພາກເໜືອ ໄດ້ຕີເອົາຊະນະຕໍ່ບັ້ນບຸກໂຈມຕີທາງອາກາດ, ສ້າງ “ໄຊຊະນະ ຮ່າໂນ້ຍ - ດ້ຽນບຽນຝູ ທາງອາກາດ” ເຮັດໃຫ້ທົ່ວໂລກສັ່ນສະເທືອນ.

ໄຊຊະນະ ຮ່າໂນ້ຍ - ດ້ຽນບຽນຝູ ທາງອາກາດປີ 1972: ໄຊຊະນະແຫ່ງຄຸນນະທາດ, ພູມປັນຍາ ແລະ ກຳລັງແຮງ ຫວຽດນາມ
16/12/2022

ການເຈລະຈາສັນຕິພາບ ລັດເຊຍ - ຢູແກຼນ: ຍັງມີສິ່ງທ້າທາຍຫຼາຍຢ່າງ

(VOVWORLD) - ຊຸມມື້ຜ່ານມາ, ປະຊາຄົມສາກົນໄດ້ຮຽກຮ້ອງ ໃຫ້ລັດເຊຍ, ຢູແກຼນ ພ້ອມກັບບັນດາຝ່າຍກ່ຽວຂ້ອງໃນການປະທະກັນປະຈຸບັນຢູ່ ຢູແກຼນ ມຸ້ງໄປເຖິງຄຳສັ່ງຢຸດຍິງເນື່ອງໃນໂອກາດວັນບຸນ ຄຼິດສະມາດ ແລະ ປີໃໝ່ຈະມາເຖິງ, ຈາກນັ້ນ, ເປີດຊ່ອງທາງໃຫ້ແກ່ບັນດາການເຈລະຈາສັນຕິພາບມຸ່ງໄປເຖິງການຢຸດຕິສົງຄາມ.

ການເຈລະຈາສັນຕິພາບ ລັດເຊຍ - ຢູແກຼນ: ຍັງມີສິ່ງທ້າທາຍຫຼາຍຢ່າງ
15/12/2022

ສືບຕໍ່ກໍ່ສ້າງ ແລະ ພັດທະນາວັນນະຄະດີສິລະປະ

(VOVWORLD) -ກອງປະຊຸມສຳມະນາວິທະຍາສາດທົ່ວປະເທດ “ ຫວນຄືນ 15 ປີແຫ່ງການປະຕິບັດມະຕິເລກທີ 23 ຂອງກົມການເມືອງ ຊຸດທີ X ກ່ຽວກັບການສືບຕໍ່ກໍ່ສ້າງ ແລະ ພັດທະນາວັນນະຄະດີສິລະປະ ໃນໄລຍະໃຫມ່” ໃກ້ຈະດຳເນີນໄປຢູ່ ຮ່າໂນ້ຍ. ໃນວິວັດການກໍ່ສ້າງ, ປົກປັກຮັກສາ, ພັດທະນາປະເທດຊາດ, ພັກກອມມູນິດ ຫວຽດນາມ ໄດ້ກຳນົດ ວັດທະນະທຳ ແມ່ນພື້ນຖານດ້ານຈິດໃຈຂອງສັງຄົມ, ແມ່ນກຳລັງແຮງພາຍໃນ, ແມ່ນກຳລັງຫນູນເພື່ອພັດທະນາ. ໃນນັ້ນ ວັນນະຄະດີ ສິລະປະ ແມ່ນຂົງເຂດສຳຄັນຂອງວັດທະນະທຳ. ພັດທະນາວັນນະຄະດີ, ສິລະປະ ຕ້ອງຖືປະຊາຊົນແມ່ນໃຈກາງ, ແມ່ນເປົ້າໝາຍ, ປະກອບສ່ວນສ້າງສຳເລັດຄຸນຄ່າ, ບຸກຄະລີກະພາບຂອງຊາວຫວຽດນາມ, ມຸ່ງໄປເຖິງຄຸນຄ່າຫລັກຂອງຊາດ.

ສືບຕໍ່ກໍ່ສ້າງ ແລະ ພັດທະນາວັນນະຄະດີສິລະປະ
14/12/2022

ນຳ​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ ກັບ​ບັນ​ດາ​ປະ​ເທດ EU ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່

(VOVWORLD) - ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ 3 ປະເທດ ສະມາຊິກສະຫະພາບ ເອີລົບ (EU) ນັ້ນແມ່ນ ລາຊະອານາຈັກ ລຸກຊຳບວກ, ລາຊະນາອາຈັກ ໂຮນລັງ ແລະ ລາຊະນາອາຈັກ ແບນຊິກ ໃນລະຫວ່າງວັນທີ 9 – 15 ທັນວາ. ການຢ້ຽມຢາມ ແລະ ເຮັດວຽກຂອງທ່ານນາຍົກລັດຖະມົນຕີ ຄັ້ງນີ້ບໍ່ພຽງແຕ່ບັນລຸໄດ້ຄວາມເຊື່ອໝັ້ນທາງດ້ານການເມືອງເທົ່ານັ້ນ, ຫາກຍັງນຳມາເຊິ່ງໝາກຜົນຫຼາຍຢ່າງອີກດ້ວຍ ລະອຽດແມ່ນບັນດາຄຳໝັ້ນສັນຍາຮ່ວມມືໃນບັນດາຂົງເຂດທີ່ເປັນທ່າແຮງ ແລະ ມີຄວາມຕ້ອງການຂອງແຕ່ລະຝ່າຍ, ເພີ່ມເຕີ່ມໃຫ້ກັນ, ພ້ອມກັນພັດທະນາ.

ນຳ​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ ກັບ​ບັນ​ດາ​ປະ​ເທດ EU ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່
13/12/2022

ຫວຽດ​ນາມ ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ ອາ​ຊຽນ ແລະ ອີ​ຢູ ເພື່ອ​ພ້ອມ​ກັນ​ພັດ​ທະ​ນາ

(VOVWORLD) -ວັນທີ 14 ທັນວາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດ ສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນລະຫວ່າງ ອາຊຽນ ກັບ ສະຫະພາບເອີຣົບ (ອີຢູ) ຄົບຮອບ 45 ປີ, ຢູ່ ບຣຸກແຊນ, ປະເທດແບນຊິກ. ການນຳຂັ້ນສູງ ຫວຽດນາມ ເຂົ້າຮ່ວມເຫດການສຳຄັນນີ້ ເປັນການຢັ້ງຢືນວ່າ ຫວຽດນາມ ຍາມໃດກໍຖືການພັດທະນາການພົວພັນຄູ່ຮ່ວມມື ແລະ ການຮ່ວມມືຮອບດ້ານກັບ ອີຢູ ເປັນສຳຄັນ, ພ້ອມທັງສະໜັບສະໜູນການເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດ ອາຊຽນ - ອີຢູ.

ຫວຽດ​ນາມ ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ ອາ​ຊຽນ ແລະ ອີ​ຢູ ເພື່ອ​ພ້ອມ​ກັນ​ພັດ​ທະ​ນາ
12/12/2022

ປີສາມັກຄີມິດສະພາບ ຫວຽດນາມ - ລາວ: ພ້ອມກັນປົກປັກຮັກສາ, ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບແບບພິເສດ

(VOVWORLD) -ປີສາມັກຄີມິດຕະພາບ ຫວຽດນາມ - ລາວ ໄດ້ຫັນແຜນນະໂຍບາຍ, ນະໂຍບາຍສະເໝີຕົ້ນສະເໝີປາຍຖືເປັນສຳຄັນ ແລະ ໃຫ້ບຸລິມະສິດການພັດທະນາການພົວພັນກັບບັນດາປະເທດບ້ານໃກ້ເຮືອນຄຽງໃຫ້ປະກົດຜົນເປັນຈິງ

ປີສາມັກຄີມິດສະພາບ ຫວຽດນາມ - ລາວ: ພ້ອມກັນປົກປັກຮັກສາ, ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບແບບພິເສດ
09/12/2022

ການໄປປະຕິບັດງານຢູ່ຕ່າງປະເທດສ້າງກາລະໂອກາດພັດທະນາໃໝ່ຫຼາຍຢ່າງ

(VOVWORLD) - ວັນທີ 9 ທັນວາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເດີນທາງໄປເຂົ້າຮ່ວມກອງປະຊຸມຂັ້ນສູງເພື່ອສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນ ອາຊຽນ - ອີຢູ ຢູ່ ບຣຸກແຊນ (ແບນຊິກ) ແລະ ຢ້ຽມຢາມ ລຸກຊຳບວກ, ລາຊະອານາຈັກ ໂຮນລັງ ແລະ ລາຊະອານາຈັກ ແບນຊິກ ຢ່າງເປັນທາງການ.

ການໄປປະຕິບັດງານຢູ່ຕ່າງປະເທດສ້າງກາລະໂອກາດພັດທະນາໃໝ່ຫຼາຍຢ່າງ
08/12/2022

ຫວຽດນາມ ເພີ່ມທະວີການສຶກສາກ່ຽວກັບສິດທິມະນຸດ

(VOVWORLD) -ໃນລະບົບບັນດາຄຸນຄ່າຊື່ງມະນຸດໄດ້ສ້າງຂຶ້ນ, ສິດທິມະນຸດມີທີ່ຕັ້ງສຳຄັນ ທັງແມ່ນເປົ້າໝາຍ, ກຳລັງຫນູນ, ທັງແມ່ນເງື່ອນໄຂຊຸກຍູ້ການພັດທະນາຂອງບັນດາຄຸນຄ່າທີ່ຍັງເຫລືອ. ເຄົາລົບ ແລະ ຊຸກຍູ້ເລື່ອງຮັບປະກັນສິດທິມະນຸດໄດ້ກາຍເປັນທ່າອ່ຽງທີ່ແນ່ນອນມີລັກສະນະທົ່ວໂລກ, ຕາມນັ້ນແລ້ວ ການສຶກສາສິດທິມະນຸດ ກໍ່ໄດ້ກາຍເປັນຄວາມຮຽກຮ້ອງຕ້ອງການທີ່ຈຳເປັນ, ມີລັກສະນະຂອງຍຸກສະໄຫມ. ຄືກັບທຸກປະເທດ, ການສຶກສາສິດທິມະນຸດມີບົດບາດສຳຄັນໃນຍຸດທະສາດມະນຸດຂອງພັກ ແລະ ລັດຫວຽດນາມ.

ຫວຽດນາມ ເພີ່ມທະວີການສຶກສາກ່ຽວກັບສິດທິມະນຸດ
07/12/2022

ເພີ່ມ​ທະ​ວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານຍຸດ​ທະ​ສາດ ກັບ ອົດ​ສະ​ຕາ​ລີ ແລະ ນິວ​ຊີ​ແລນ

(VOVWORLD) -ຕອນບ່າຍວັນທີ 7 ທັນວາ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ໄດ້ມາຮອດຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມອົດສະຕາລີ ແລະ ນິວຊີແລນ ຢ່າງຈົບງາມຕາມຄຳເຊື້ອເຊີນຂອງທ່ານປະທານສະພາຕ່ຳ ອົດສະຕາລີ Milton Dick, ທ່ານນາງSue Linesປະທານສະພາສູງ ອົດສະຕາລີ ແລະ ທ່ານAdrian Rurawhe ປະທານສະພາແຫ່ງຊາດ ນິວຊີແລັນ. ມີການເຄື່ອນໄຫວກ່ວາ 40 ລາຍການຢູ່ສອງປະເທດໄດ້ເປີດກາລະໂອກາດຮ່ວມມືໃໝ່ຫຼາຍຢ່າງລະຫວ່າງ ຫວຽດນາມ ກັບ 2 ປະເທດ ຢູ່ພາກພື້ນປາຊີຟິກໃຕ້.

ເພີ່ມ​ທະ​ວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານຍຸດ​ທະ​ສາດ ກັບ ອົດ​ສະ​ຕາ​ລີ ແລະ ນິວ​ຊີ​ແລນ