ສະຖານະການ ການເມືອງ

08/11/2022

ການ​ເລືອກ​ຕັ້ງ​ສະ​ພາ​ແຫ່ງ​ຊາດ​ກາງ​ສະ​ໄໝ​ຢູ່ ອາ​ເມ​ລິ​ກາ: ໄມ້ວັດ​ແທກ​ຄວາມ​ໄວ້​ວາງ​ໃຈ ແລະ ກໍ​ແມ່ນ​ສິ່ງ​ທ້າ​ທາຍ​ອັນ​ໃຫຍ່ຫຼວງ​ສຳ​ລັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ແລະ ພັກ​ປະ​ຊາ​ທິ​ປະ​ໄຕ

(VOVWORLD) -ໂດຍບໍ່ຄຶກຄື້ນຄືກັບການເລືອກຕັ້ງປະທານາທິບໍດີຄັ້ງຕ່າງໆ, ແຕ່ພັດມີຄວາມໝາຍຕັດສິນຕໍ່ເລື່ອງພັກປະຊາທິປະໄຕ ຫຼື ພັກສາທາລະນະລັດ ຈະກຳອຳນາດບໍລິຫານສະພາແຫ່ງຊາດ ອາເມລິກາ ໃນໄລຍະເວລາຢ່າງໜ້ອຍສຸດແມ່ນ 2 ປີຈະມາເຖິງ, ການເລືອກຕັ້ງກາງສະໄໝຂອງສະພາແຫ່ງຊາດຢູ່ ອາເມລິກາ ຍາມໃດກໍໄດ້ຮັບຖືວ່າແມ່ນເຫດການສຳຄັນແຖວໜ້າໃນຊີວິດການເມືອງ - ສັງຄົມ ຂອງປະເທດ ອາເມລິກາ, ອັນໄດ້ດຶງດູດຄວາມສົນໃຈຈາກຫາງສຽງເປັນຈຳນວນຫຼາຍທັງຢູ່ພາຍໃນ ແລະ ສາກົນ. ປີ 2022 ວິວັດການເລືອກຕັ້ງນີ້ ຍິ່ງດຶງດູດຄວາມສົນໃຈຈາກມະຫາຊົນກໍຄືສື່ມວນຊົນສາກົນ ຍ້ອນສະພາບການ ແລະ ລັກສະນະພິເສດຂອງເຫດການນີ້.

ການ​ເລືອກ​ຕັ້ງ​ສະ​ພາ​ແຫ່ງ​ຊາດ​ກາງ​ສະ​ໄໝ​ຢູ່ ອາ​ເມ​ລິ​ກາ: ໄມ້ວັດ​ແທກ​ຄວາມ​ໄວ້​ວາງ​ໃຈ ແລະ ກໍ​ແມ່ນ​ສິ່ງ​ທ້າ​ທາຍ​ອັນ​ໃຫຍ່ຫຼວງ​ສຳ​ລັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ແລະ ພັກ​ປະ​ຊາ​ທິ​ປະ​ໄຕ
07/11/2022

ຫວຽດນາມ - ກຳປູເຈຍ ຍາມໃດຮ່ວມແຮງຮ່ວມໃຈສາມັກຄີກັນ, ເພື່ອຄວາມວັດທະນາຖາວອນຂອງແຕ່ລະປະເທດ

(VOVWORLD) -ການຢ້ຽມຢາມໄດ້ຢືນຢັນອີກເທື່ອໜຶ່ງເຖິງທັດສະນະສະເໝີຕົ້ນສະເໝີປາຍຂອງ 2 ປະເທດແມ່ນ ຍາມໃດຮ່ວມແຮງຮ່ວມໃຈສາມັກຄີກັນ, ເພື່ອຄວາມວັດທະນາຖາວອນຂອງແຕ່ລະປະເທດ.

ຫວຽດນາມ - ກຳປູເຈຍ ຍາມໃດຮ່ວມແຮງຮ່ວມໃຈສາມັກຄີກັນ, ເພື່ອຄວາມວັດທະນາຖາວອນຂອງແຕ່ລະປະເທດ
04/11/2022

ຫວຽດນາມ ແລະ ຄວາມມານະພະຍາຍາມປະກອບສ່ວນໃຫ້ແກ່ສັນຕິພາບ, ສະຖຽນລະພາບຢູ່ທະເລຕາເວັນອອກ

(VOVWORLD) - ວັນທີ 4 ພະຈິກ 2022, ເຊິ່ງເປັນວັນບັນດາປະເທດໃນສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ແລະ ຈີນ ໄດ້ລົງນາມໃນຖະແຫຼງການແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 8 ຈັດຂຶ້ນຢູ່ ກຳປູເຈຍ (ເດືອນພະຈິກ 11 ປີ 2002) ຄົບຮອບ 20 ປີເຕັມ.

ຫວຽດນາມ ແລະ ຄວາມມານະພະຍາຍາມປະກອບສ່ວນໃຫ້ແກ່ສັນຕິພາບ, ສະຖຽນລະພາບຢູ່ທະເລຕາເວັນອອກ
03/11/2022

ເປັນຈິດໜຶ່ງໃຈດຽວກັນ, ເຫັນດີນຳປະເທດຊາດພັດທະນາໃຫ້ໝັ້ນຄົງເຂັ້ມແຂງ, ວັດທະນາຖາວອນ, ຊາດສະຫງ່າລາສີ

(VOVWORLD) -ເລື່ອງກອງປະຊຸມສູນກາງພັກ ມີການກຳນົດທິດວາງແຜນສັງລວມລະດັບຊາດໄລຍະ 2021 – 2030 ແລະ ວິໄສທັດຮອດປີ 2050 ສະແດງໃຫ້ຢ່າງຈະແຈ້ງວິໄສທັດຍຸດທະສາດຂອງພັກກອມມູນິດ ຫວຽດນາມ ໃນການພັດທະນາປະເທດຊາດ

ເປັນຈິດໜຶ່ງໃຈດຽວກັນ, ເຫັນດີນຳປະເທດຊາດພັດທະນາໃຫ້ໝັ້ນຄົງເຂັ້ມແຂງ, ວັດທະນາຖາວອນ, ຊາດສະຫງ່າລາສີ
02/11/2022

ຊຸກ​ຍູ້​ການ​ພົວ​ພັນ ຫວຽດ​ນາມ - ຈີນ​ພັດ​ທະ​ນາ​ຢ່າງ​ດີ​ງານ, ມີ​ສະ​ຖຽນ​ລະ​ພາບ ແລະ ຍື​ນ​ຍົງ

(VOVWORLD) -ວັນທີ 1 ພະຈິກ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝຸຈ້ອງ ໄດ້ສິ້ນສຸດການຢ້ຽມຢາມ ປະເທດ ສປ.ຈີນ ຢ່າງເປັນທາງການ (30 ຕຸລາ - 1 ພະຈິກ) ຕາມຄຳເຊື້ອເຊີນຂອງທ່ານເລຂາທິການໃຫຍ່, ປະທານປະເທດ ສິຈິ້ນຜິງ. ການຢ້ຽມຢາມໄດ້ປະກອບສ່ວນເສີມຂະຫຍາຍນ້ຳໃຈຄວາມສາມັກຄີ, ມູນເຊື້ອແບບພິເສດ ລະຫວ່າງ ຫວຽດນາມ - ຈີນ, ຍູ້ແຮງ ແລະ ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ ເລິກເຊິ່ງກ່ວາອີກໃນຍຸກສະໄໝໃໝ່.

ຊຸກ​ຍູ້​ການ​ພົວ​ພັນ ຫວຽດ​ນາມ - ຈີນ​ພັດ​ທະ​ນາ​ຢ່າງ​ດີ​ງານ, ມີ​ສະ​ຖຽນ​ລະ​ພາບ ແລະ ຍື​ນ​ຍົງ
01/11/2022

ເສດຖະກິດທົ່ວໂລກ: ແງ່ຫວັງຕັ້ງຫນ້າ ແຕ່ສິ່ງທ້າທາຍຍັງບໍ່ທັນສິ້ນສຸດເທື່ອ

(VOVWORLD) -ໄລຍະຜ່ານມາດ ພື້ນຖານເສດຖະກິດໂລກຮັບຮູ້ຫລາຍສັນຍານຕັ້ງຫນ້າກ່ຽວກັບການຟື້ນຕົວ ແລະ ການເຕີບໂຕ, ເປັນຕົ້ນຢູ່ແມ່ນສອງພື້ນຖານເສດຖະກິດໃຫຍ່ສຸດຂອງໂລກ. ເຖິງຢ່າງໃດກໍຕາມດ ເສດຖະກິດທົ່ວໂລກ ຍັງຄົງໄດ້ຮັບຖືວ່າແມ່ນພວມຕ້ອງປະເຊີນຫນ້າກັບສິ່ງທ້າທາຍຫລາຍຢ່າງທີ່ີຮ້າຍແຮງ ພິເສດ ຈາກສະພາບພູມສາດການເມືອງທụສັບສົນກ່ຽວຂ້ອງເຖິງຫລາຍອົງການທụມີລະດັບຜົນສະທ້ອນໃຫຍ່ໃນຂອບເຂດທົ່ວໂລກ. ຄວາມຈິງນີ້ສະແດງໃຫ້ເຫັນວ່າ ບັນດາພື້ນຖານເສດຖະກິດ ຍັງຄົງຕ້ອງມີຄວາມານະພະຍາຍາມຫລາຍຢ່າງ ແລະສຸມໃສ່ແຫລ່ງກຳລັງໃຫ້ແກ່ໄລຍະຈະມາເຖິງ ພ້ອມທັງຢຶດໝັ້ນຕໍ່ກັບເປົ້າໝາຍການພັດທະນາແບບຍືນຍົງເພື່ອຜ່ານຜ່າຄວາມຫຍຸ້ງຍາກ.

ເສດຖະກິດທົ່ວໂລກ: ແງ່ຫວັງຕັ້ງຫນ້າ ແຕ່ສິ່ງທ້າທາຍຍັງບໍ່ທັນສິ້ນສຸດເທື່ອ
31/10/2022

ການຢ້ຽມຢາມສະແດງໃຫ້ເຫັນຄວາມສຳຄັນຂອງການພົວພັນລະຫວ່າງ ຫວຽດນາມ - ຈີນ

(VOVWORLD) -ດ້ວຍຄວາມມານະພະຍາຍາມຂອງທັງ 2 ຝ່າຍ, ໃນໄລຍະຜ່ານມາ ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ຫວຽດນາມ - ຈີນ ສືບຕໍ່ຮັກສາທ່ວງທ່າພັດທະນາຢ່າງມີສະຖຽນລະພາບ, ຕັ້ງໜ້າ, ບັນລຸຜົນງານສຳຄັນຫຼາຍຢ່າງໃນທຸກຂົງເຂດ.

ການຢ້ຽມຢາມສະແດງໃຫ້ເຫັນຄວາມສຳຄັນຂອງການພົວພັນລະຫວ່າງ ຫວຽດນາມ - ຈີນ
28/10/2022

ເປິດກ້ວາງຂົງເຂດ ແລະ ແງ່ຫວັງພັດທະນາທາງທິດຕາເວັນອອກພາກໃຕ້ ທີ່ມີທ່າແຮງຫຼາຍຢ່າງ

(VOVWORLD) - ວັນທີ 22 ຕຸລາ 2022, ກົມການເມືອງ, ຄະນະເລຂາໄດ້ຈັດກອງປະຊຸມທົ່ວປະເທດຜັນຂະຫຍາຍມະຕິເລກທີ 24 ຂອງກົມການເມືອງຊຸດທີ XIII ກ່ຽວກັບການພັດທະນາເສດຖະກິດ - ສັງຄົມ, ຮັບປະກັນການປ້ອງກັນຊາດ - ປ້ອງກັນຄວາມສະຫງົບຢູ່ທາງຕາເວັນອອກພາກໃຕ້ ຮອດປີ 2030, ວິໄສທັດຮອດປີ 2045.

ເປິດກ້ວາງຂົງເຂດ ແລະ ແງ່ຫວັງພັດທະນາທາງທິດຕາເວັນອອກພາກໃຕ້ ທີ່ມີທ່າແຮງຫຼາຍຢ່າງ
27/10/2022

ການວາງແຜນກຳນົດສັງລວມແຫ່ງຊາດເພື່ອຫັນຄວາມຄາດຫວັງພັດທະນາປະເທດຊາດໃຫ້ປະກົດຜົນເປັນຈິງ

(VOVWORLD) -ສຳເນົາເອກະສານການວາງແຜນກຳນົດສັງລວມແຫ່ງຊາດ ໄລຍະ 2021 – 2030, ວິໄສທັດຮອດປີ 2050 ໂດຍລັດຖະບານຍື່ນສະເຫນີຕໍ່ສະພາແຫ່ງຊາດຊຸດທີ XV ຕົກລົງໃນກອງປະຊຸມສະໄຫມສາມັນເທື່ອທີ 4 ພວມດຳເນີນຢູ່ ຮ່າໂນ້ຍ. ກ່ອນນັ້ນ ໃນຕົ້ນເດືອນຕຸລາປີ 2022, ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ XIII ທີ່ກອງປະຊຸມຄັ້ງທີ 6 ໄດ້ສະຫງວນເວລາສ່ວນຫລາຍເພື່ອຄົ້ນຄ້ວາ, ປຶກສາຫາລື ແລະ ເປັນເອກະພາບສູງກ່ຽວກັບຄວາມຈຳເປັນຕ້ອງປະກາດໃຊ້ ແລະ ຈັດຕັ້ງປະຕິບັດການວາງແຜນກຳນົດສັງລວມແຫ່ງຊາດໄລຍະ ໄລຍະ 2021 – 2030, ວິໄສທັດຮອດປີ 2050 ໃຫ້ເປັນຢ່າງດີ.

ການວາງແຜນກຳນົດສັງລວມແຫ່ງຊາດເພື່ອຫັນຄວາມຄາດຫວັງພັດທະນາປະເທດຊາດໃຫ້ປະກົດຜົນເປັນຈິງ
26/10/2022

ປະ​ສິດ​ທິ​ຜົນ​ຈາກ​ບັນ​ດາ​ລັດ​ຖະ​ນະ​ໂຍ​ບາຍ​ທີ່​ຖືກ​ຕ້ອງ ແລະ ທັນ​ການ

(VOVWORLD) - ໃນຂອບເຂດກອງປະຊຸມສະໄໝສາມັນເທື່ອທີ 4, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV, ບັນດາສະມາຊິກສະພາແຫ່ງຊາດຈະປຶກສາຫາລືໃນເວລາ 2 ວັນ (ຄືວັນທີ 27 ແລະ ວັນທີ 28 ຕຸລາ 2022) ກ່ຽວກັບສະພາບການດ້ານເສດຖະກິດ - ສັງຄົມປີ 2022 ແລະ ແຜນການປີ 2023. ກ່ອນໜ້ານັ້ນ, ໃນວາລະປຶກສາຫາລືຢູ່ໜ່ວຍໃນທ້າຍອາທິດຜ່ານມາ, ມີສະມາຊິກສະພາແຫ່ງຊາດ ຫຼາຍຄົນໄດ້ສະແດງຄວາມເຊື່ອໝັ້ນຕໍ່ໝາກຜົນທີ່ຕັ້ງໜ້າໃນການເຕີບໂຕ, ຄວບຄຸມໄພເງິນເຟີ້, ຮັກສາເສດຖະກິດມະຫາພາກໃຫ້ເປັນປົກກະຕິ. ບັນດາສະມາຊິກຖືວ່າ ບັນດາລັດຖະນະໂຍບາຍທີ່ຖືກຕ້ອງ, ທັນການ, ພ້ອມກັບຄວາມຕັດສິນໃຈຢ່າງສູງຂອງທົ່ວລະບົບການເມືອງນັ້ນ, ເສດຖະກິດຂອງປະເທດຊາດຈະເພີ່ມຄວາມໄວ, ບັນລຸລະດັບການເຕີບໂຕສູງກ່ວາເມື່ອທຽບໃສ່ກັບການຄາດຫວັງ.

ປະ​ສິດ​ທິ​ຜົນ​ຈາກ​ບັນ​ດາ​ລັດ​ຖະ​ນະ​ໂຍ​ບາຍ​ທີ່​ຖືກ​ຕ້ອງ ແລະ ທັນ​ການ