ຕັດສິນໃຈສ້າງການຫັນປ່ຽນໃນວຽກງານກໍ່ສ້າງ, ປັບປຸງພັກ
(VOVWORLD) -ພັກກອມມູນິດ ຫວຽດນາມ ໄດ້ຮັບການສ້າງຕັ້ງຂຶ້ນ ເມື່ອວັນທີ 3/2/1930 ແມ່ນບາດລ້ຽວປະຫວັດສາດອັນຍິ່ງໃຫຍ່ຂອງຊາດ ຫວຽດນາມ, ນຳການປະຕິວັດ ຫວຽດນາມ ຈາກໄຊຊະນະນີ້ໄປສູ່ໄຊຊະນະອື່ນ. ໃນວິວັດ 93 ປີແຫ່ງການສ້າງຕັ້ງ ແລະ ພັດທະນາ, ພັກ ຍາມໃດກໍ່ຖືເປັນສຳຄັນໃນວຽກງານກໍ່ສ້າງ ແລະ ປັບປຸງພັກ, ເປັນເອກະພາບໃນການສືບທອດ ແລະ ພັດທະນາແນວທາງ, ແຜນນະໂຍບາຍໃຫ້ເໝາະສົມກັບແຕ່ລະໄລຍະ, ພິເສດແມ່ນໃນບັນດາອາຍຸການມໍ່ໆມານີ້. ດ້ວຍການເພີ່ມເຕີມ, ສືບທອດ, ສ້າງແນວທາງກ່ຽວກັບວຽກງານກໍ່ສ້າງ, ປັບປຸງພັກໃຫ້ສົມບູນແບບ, ພັກກອມມູນິດ ຫວຽດນາມ ນັບມື້ນັບຕັດສິນໃຈສ້າງການຫັນປ່ຽນໃຫມ່ໃນວຽກງານນີ້.










