ການຜັນແປດ້ານການເມືອງຢູ່ ອີຕາລີ ແລະ ຄວາມອາດສາມາດສົ່ງຜົນກະທົບຕໍ່ນະໂຍບາຍລວມຂອງເອີຣົບ
(VOVWORLD) -ໂດຍແມ່ນປະເທດທີ່ມີບົດບາດ ພ້ອມດ້ວຍທີ່ຕັ້ງຍຸດທະສາດສຳຄັນໃນສະຫະພາບເອີຣົບ (ອີຢູ), ການຜັນແປທາງດ້ານການເມືອງທີ່ເກີດຂຶ້ນຢ່າງຕໍ່ເນື່ອງຢູ່ ອີຕາລີ ໃນປັດຈຸບັນ ພວມໄດ້ດຶງດູດຄວາມສົນໃຈເປັນພິເສດຈາກຫາງສຽງໃນພາກພື້ນ ແລະ ສາກົນ. ໃນນັ້ນ, ໝາກຜົນຂອງການເລືອກຕັ້ງທົ່ວປະເທດກ່ອນກຳນົດເວລາ ຄືວັນທີ 25 ກັນຍາ ດ້ວຍໄຊຊະນະໄດ້ແກ່ຝ່າຍຂວາຈັດນັ້ນ, ໄດ້ຮັບຖືວ່າ ອາດຈະກໍ່ຜົນກະທົບສ່ວນໃດສ່ວນໜຶ່ງຕໍ່ການກຳນົດທິດ ແລະ ນະໂຍບາຍລວມຂອງ ອີຢູ.










