ການຂໍຕົວໜັງສືຂໍພອນຍາມຕົ້ນປີໃໝ່, ຄວາມຄາດຫວັງສະແດງອອກຜ່ານແຕ່ລະຕົວໜັງສື
(VOVWORLD) - ການຂໍຕົວໜັງສືຂໍພອນຍາມຕົ້ນປີໄດ້ກາຍເປັນຄວາມຊິນເຄີຍຂອງຊາວ ຫວຽດນາມ ໃນໂອກາດບຸນປີໃໝ່, ລະດູບານໃໝ່ວຽນມາ ພ້ອມກັບຄວາມປາດຖະໜາຢາກໃຫ້ປີໃໝ່ມີແຕ່ຄວາມໂຊກດີ, ຄວາມສະຫງົບສຸກ, ປາດຖະໜາສິ່ງໃດໄດ້ສິ່ງນັ້ນ. ນີ້ກໍແມ່ນຈຸດຄວາມງາມທາງດ້ານວັດທະນະທຳ, ສະແດງໃຫ້ເຫັນມູນເຊື້ອດຸໝັ່ນມັກການຮ່ຳຮຽນຂອງຊາດ ຫວຽດນາມ.










