ສາລະຄະດີ

08/04/2023

ນັກ​ຮ້ອງ Ha Myo - ເພີ່ມສີ​ສັນ​​ທັນ​ສະ​ໄໝ ​ເພື່ອ​ໃຫ້​ດົນ​ຕີ​ພື້ນ​ເມືອງ​ກ້າວໄປ​ໄກ

(VOVWORLD) -Ha Myo ເປັນນັກຮ້ອງມີຊື່ສຽງຄືດັ່ງສາຍລົມໃໝ່ໃນວົງການດົນຕີ ຫວຽດນາມ ໃນໄລຍະຜ່ານມາ, ເມື່ອແນະນຳບັນດາຜົນງານດົນຕີທີ່ມີການປະສົມປະສານລະຫວ່າງ ຂັບ ເສີ໊ມ, ປະເພດສິລະປະພື້ນເມືອງ ຫວຽດນາມ ກັບ ແຣັບ ແລະ ດົນຕີ EDM (ດົນຕີ ເອເລັກໂຕນິກ ແດນສ໌) ສູ່ມະຫາຊົນ ເຊິ່ງແມ່ນປະເທດດົນຕີທີ່ລຶ້ງເຄີຍກັບໄວໜຸ່ມ ທັງຢູ່ພາຍໃນປະເທດ ຫວຽດນາມ ກໍ່ຄື ສາກົນ ດ້ວຍບັນດາຜົນງານດົນຕີແນວໃໝ່, Ha Myo ປາດຖະໜາຢາກນຳດົນຕີພື້ນເມືອງໃຫ້ຫຍັບເຂົ້າໃກ້ກັບມະຫາຊົນ ຫວຽດນາມ ແລະ ສາກົນຫຼາຍກວ່າອີກ.

ນັກ​ຮ້ອງ Ha Myo - ເພີ່ມສີ​ສັນ​​ທັນ​ສະ​ໄໝ ​ເພື່ອ​ໃຫ້​ດົນ​ຕີ​ພື້ນ​ເມືອງ​ກ້າວໄປ​ໄກ
01/04/2023

ແຜ່​ກະ​ຈາຍ​ບັ້ນ​ເຄື່ອນ​ໄຫວໂມງ​ໜ່ວຍ​ໂລກ​ ປີ 2023: ສ້າງ​ຄວາມ​ຊິ້ນ​ເຄີຍ​​ປະ​ຢັດ​ໄຟ​ຟ້າໃຫ້​ແກ່​ໄວ​ໜຸ່ມ

(VOVWORLD) - ເດືອນມີນາຂອງທຸກປີ ແມ່ນເດືອນຍອດສູງໃນການປະຕິບັດການຕອບສະໜອງ “ບັ້ນເຄື່ອນໄຫວໂມງໜ່ວຍໂລກ” ແລະກໍ່ແມ່ນເດືອນທີ່ຂະບວນການຊາວໜຸ່ມອາສາສະໝັກມີຫຼາຍການເຄື່ອນໄຫວທີ່ພົ້ນເດັ່ນ ແລະ ແທດຈິງທີ່ສຸດ. TRANSLATE with x English Arabic Hebrew Polish Bulgarian

ແຜ່​ກະ​ຈາຍ​ບັ້ນ​ເຄື່ອນ​ໄຫວໂມງ​ໜ່ວຍ​ໂລກ​ ປີ 2023: ສ້າງ​ຄວາມ​ຊິ້ນ​ເຄີຍ​​ປະ​ຢັດ​ໄຟ​ຟ້າໃຫ້​ແກ່​ໄວ​ໜຸ່ມ
25/03/2023

ແຜ່​ຂະ​ຫຍາຍ​ດົນ​ຕີ​ຢູ່​ຕາມທ້ອງ​ຖະ​ໜົນ​ໃນ​ແຂວງ ບ່າ​ເຣ້ຍ ຫວູງ​ເຕົ່າ

(VOVWORLD) -ໃນໄລຍະ 1 ປີຜ່ານມາ, ຕອນຄ່ຳວັນສຸກຂອງທຸກໆອາທິດ, ມີປະຊາຊົນ ແລະ ແຂກທ່ອງທ່ຽວຫຼາຍຄົນຢູ່ນະຄອນ ຫວູງເຕົ່າ, ແຂວງ ບ່າເຣ້ຍ - ຫວູງເຕົ່າ, ໄດ້ພາກັນໄປຮັບຊົມລາຍການດົນຕີຢູ່ທ້ອງຖະໜົນດ້ວຍຫົວຂໍ້ “ກະແສຟອງ 72”. ຢູ່ທີ່ນີ້, ເຂົາເຈົ້າຈະໄດ້ເຊື່ອມຕົວເຂົ້າກັບຈັງຫວະສຽງເຄື່ອງດົນຕີຂອງບົດເພງຕ່າງໆໂດຍນັກສິລະປິນໜຸ່ມສະແດງ ຢ່າງຈັບອົກຈັບໃຈ ແລະ ມີຫົວຄິດປະດິດສ້າງ. ບັນດາຄ່ຳຄືນລາຕີແບບນີ້ ບໍ່ພຽງແຕ່ຊ່ວຍໂຄສະນາພາບພົດນະຄອນທ່ອງທ່ຽວ ຫວູງເຕົ່າ ເທົ່ານັ້ນ, ຫາກຍັງນຳ ດົນຕີ ຫຍັບເຂົ້າໃກ້ກັບມະຫາຊົນຫຼາຍກວ່າອີກ, ເຮັດໃຫ້ຊີວິດທາງດ້ານຈິດໃຈຂອງປະຊາຊົນ ເພີ່ມຄວາມອຸດົມສົມບູນ.

ແຜ່​ຂະ​ຫຍາຍ​ດົນ​ຕີ​ຢູ່​ຕາມທ້ອງ​ຖະ​ໜົນ​ໃນ​ແຂວງ ບ່າ​ເຣ້ຍ ຫວູງ​ເຕົ່າ
19/03/2023

ການພັດທະນາສີຂຽວຊ່ວຍໃຫ້ວິສາຫະກິດຫວຽດນາມເຊື່ອມໂຍງເຂົ້າກັບລະບົບມູນຄ່າທົ່ວໂລກໄດ້ດີກວ່າເກົ່າ

(VOVWORLD) -ການພັດທະນາສີຂຽວ, ຍືນຍົງພວມແມ່ນທິດທາງທີ່ວິສາຫະກິດຫຼາຍແຫ່ງສົນໃຈເພື່ອຕອບສະໜອງຄວາມຮຽກຮ້ອງທີ່ນັບມື້ນັບເຄັ່ງຄັດຂອງບັນດາຕະຫຼາດສົ່ງອອກໃຫຍ່, ພ້ອມທັງເພື່ອມີຜົນກຳໄລສູງສຸດ.

ການພັດທະນາສີຂຽວຊ່ວຍໃຫ້ວິສາຫະກິດຫວຽດນາມເຊື່ອມໂຍງເຂົ້າກັບລະບົບມູນຄ່າທົ່ວໂລກໄດ້ດີກວ່າເກົ່າ
18/03/2023

ຈິດຕະກອນພິການຫູ ເຈິ່ນນາມລອງ ດ້ວຍຄວາມສາມາດແຕ້ມພາບດ້ວຍລາຍແຕ້ມທີ່ມີຊີວິດຊີວາ

(VOVWORLD) - ຮ່າໂນ້ຍ ແຫ່ງອະລິຍະທຳ, ລຽບງ່າຍ ດ້ວຍບັນດາຂັ້ນໄດລະບຽງທີ່ເກົ່າແກ່, ກຳແພງໄຄຫີນ ຫຼື ບັນດາຕຶກອາຄານດ້ວຍສະຖາປັດຕະຍາກຳແບບເກົ່າແກ່ຂອງ ຝລັ່ງ ທີ່ສວຍງາມ… ໄດ້ຖືກວາດພາບຜ່ານພາບສີຂັດມັນ ແລະ ພາບແຕ້ມຢູ່ກັບທີ່ດ້ວຍປາກກາຫົວນ້ອຍກ່ວາ 50 ແຜ່ນໃນງານວາງສະແດງທີ່ມີຊື່ວ່າ “ຖະໜົນເກົ່າແກ່” ເຊິ່ງຈັດຂຶ້ນໃນຕົ້ນເດືອນ ມີນາ. ນີ້ແມ່ນງານວາງສະແດງສ່ວນຕົວຂອງ ເຈິ່ນນາມລອງ, ຊາຍໜຸ່ມຖືກພິການຫູມາແຕ່ກຳເນີດ ແຕ່ມີຄວາມສາມາດແຕ້ມບັນດາພາບແຕ້ມທີ່ມີຊີວິດຊີວາ.

ຈິດຕະກອນພິການຫູ ເຈິ່ນນາມລອງ ດ້ວຍຄວາມສາມາດແຕ້ມພາບດ້ວຍລາຍແຕ້ມທີ່ມີຊີວິດຊີວາ
11/03/2023

ນັກ​ຮົບ​ເກົ່າ ອາ​ເມ​ລິ​ກາ ແລະ ພາ​ລະ​ກຳ​ຊີ​ວິດ​ພາຍຫຼັງ​ກວ່າ​ເຄິ່ງ​ສະ​ຕະ​ວັດ

(VOVWORLD) -ເດືອນ ມີນາ ນີ້, ນັກຮົບເກົ່າ ອາເມລິກາ Peter Mathews, ຢູ່ນະຄອນ Bergenfield, ລັດ New Jersey, ເຊິ່ງເປັນຜູ້ທີ່ພົບເຫັນ ແລະ ເກັບຮັກສາປຶ້ມບັນທຶກຂອງທະຫານ ຫວຽດນາມ ໃນຕະຫຼອດ 56 ປີ ຜ່ານມາ ມາຢາມ ຫວຽດນາມ. ສຳລັບນັກຮົບເກົ່າ ອາເມລິກາ ທີ່ມີອາຍຸ 77 ປີຄົນນີ້, ການມອບສົ່ງວັດຖຸພັນເຫຼົ່ານັ້ນ ແມ່ນພາລະກຳອັນໜຶ່ງ, ເພາະວ່ານີ້ກໍແມ່ນການກະທຳສິ້ນສຸດການເດີນທາງໃນຊີວິດຂອງລາວ.

ນັກ​ຮົບ​ເກົ່າ ອາ​ເມ​ລິ​ກາ ແລະ ພາ​ລະ​ກຳ​ຊີ​ວິດ​ພາຍຫຼັງ​ກວ່າ​ເຄິ່ງ​ສະ​ຕະ​ວັດ
04/03/2023

ນັກ​ສິ​ລະ​ປະ​ການ ຕະ​ທູ​ເຮືອງ: ນຳ​ກຸບ ຫວຽດ​ນາມ ອອກ​ສູ່​ໂລກ

(VOVWORLD) -ທ່ານຜູ້ຟັງທີ່ເຄົາລົບ! ກຸບ ແມ່ນຜະລິດຕະພັນທີ່ເປັນມູນເຊື້ອມີຄວາມສະໜິດຕິດພັນກັບການດຳລົງຊີວິດຂອງຊາວຫວຽດນາມແລະນຳຄວາມງາມມາໃຫ້ແມ່ຍິງຫວຽດນາມ. ດ້ວຍຄວາມຕັດສິນໃຈສືບທອດແລະເສີມຂະຫຍາຍບັນດາມຸນຄ່າທີ່ເປັນມູນເຊື້ອອັນດີງາມ, ນັກສິລະປະການກຸບ ຕະທູເຮືອງໄດ້ປະກອບສ່ວນນຳກຸບຫວຽດນາມເຊິ່ງແມ່ນຜະລິດຕະພັນຫັດຖະກຳກຸບເຂົ້າສູ່ຕະຫຼາດແລະສົ່ງອອກໄປຍັງບາງປະເທດໃນໂລກ. ໃນລາຍການພາກນີ້, ເຊີນທ່ານຜູ້ຟັງ ພ້ອມກັບນັກຂ່າວແທັງນາມໄປຊອກຮູ້ກ່ຽວກັບຂະບວນການຮັກສາຜະລິດຕະພັນ “ກຸບໃບໄມ້ໝູ່ບ້ານຈວງ”.

ນັກ​ສິ​ລະ​ປະ​ການ ຕະ​ທູ​ເຮືອງ: ນຳ​ກຸບ ຫວຽດ​ນາມ ອອກ​ສູ່​ໂລກ
04/03/2023

ຫງວຽນບົງມາຍແລະງານວາງສະແດງ “ກ້າຢູ່ໃນຊີວິດທີ່ຮຸ່ງເຮືອງ”

(VOVWORLD) -ການເດີນທາງດັ່ງກ່າວໄດ້ຊ່ວຍໃຫ້ທ່ານນາ ງຫວຽນບົງມາຍ ມີໂອກາດໄດ້ພົບປະແລະບັນທຶກບັນດາເລື່ອງລາວຂອງຊີວິດການເປັນຢູ່ທີ່ມີສີສັນຫຼາກຫຼາຍຂອງບັນດາເຜົ່າໃນທຸກແຖບຖິ່ນຂອງ ຫວຽດນາມ

ຫງວຽນບົງມາຍແລະງານວາງສະແດງ “ກ້າຢູ່ໃນຊີວິດທີ່ຮຸ່ງເຮືອງ”
26/02/2023

ບັນດາຂອງທີ່ລະນຶກອັນລ້ຳຄ່າຂອງຄອບຄົວພໍ່ຕູ້ ຈ່າງລາວຫຼື

(VOVWORLD) - ກ່ວາ 70 ປີໄດ້ຜ່ານພົ້ນໄປແລ້ວ, ແຕ່ພໍ່ຕູ້ ຈ່າງລາວຫຼື ຍັງຄົງຮັກສາບັນດາເຄື່ອງໃຊ້ໃນຄົວເຮືອນຂອງຄອບຄົວຕົນທີ່ບັນທຶກເລື່ອງລາວທີ່ຕິດພັນກັບໄລຍະເວລາໜຶ່ງຂອງການເຄື່ອນໄຫວປະຕິວັດຂອງ ປະທານ ໄກສອນ ພົມວິຫານ ຢູ່ ສສ ຫວຽດນາມ. ເຖິງວ່າ ເວລາຫຼາຍສິບປີໄດ້ຜ່ານໄປກໍ່ຕາມ, ເຮັດໃຫ້ບັນດາວັດຖຸພັນນັ້ນຫຼຸ້ຍຫ້ຽນ ແຕ່ໃນຕົວຂອງມັນເອງຍັງມີບັນດາເລື່ອງລາວທີ່ລຽບງ່າຍ ແລະ ມີຫຼາຍຄວາມໝາຍທີ່ສຸດ. ສຳລັບພໍ່ຕູ້ແລ້ວ, ບັນດາວັດຖຸພັນນັ້ນຍັງມີຄວາມໝາຍດ້ານປະຫວັດສາດຂອງການພົວພັນ ຫວຽດນາມ - ລາວ, ມີຂີດໝາຍຂອງການນຳຜູ້ຍິ່ງໃຫຍ່ແຫ່ງປະເທດ ລາວ ແລະ ນ້ຳໃຈກອມມູນິດສາກົນອີກດ້ວຍ.

ບັນດາຂອງທີ່ລະນຶກອັນລ້ຳຄ່າຂອງຄອບຄົວພໍ່ຕູ້ ຈ່າງລາວຫຼື
25/02/2023

ເຈິ່ນຕວັນຫວຽດ - ຜູ້ນໍາພາບພົດ ຫວຽດນາມ ອອກສູ່ໂລກ

(VOVWORLD) -ເດືອນມັງກອນຜ່ານມາ, ຜົນງານຂອງນັກຖ່າຍຮູບ ເຈິ່ນຕວັນຫວຽດ ຍາດໄດ້ລາງວັນກິດຕິມະສັກໃນການປະກວດຮູບຖ່າຍຂາວ - ດຳ ທີ່ມີຊື່ສຽງທີ່ສຸດໃນໂລກ “International Monochrome Photography Awards”. ລາວເປັນຊ່າງຖ່າຍຮູບ ຫວຽດນາມ ຜູ້ດຽວທີ່ຮ່ວມມືກັບ National Geographic (NatGeo), ເຊິ່ງເປັນວາລະສານທີ່ມີຊື່ສຽງຂອງສະມາຄົມພູມສາດແຫ່ງສະຫະລັດ ອາເມລິກາ. ເຈິ່ນຕວັນຫວຽດ ແມ່ນເຈົ້າຂອງຜົນງານຮູບຖ່າຍນັບຮ້ອຍແຜ່ນ ທີ່ເຊີດຊູຄວາມງາມ ຫວຽດນາມ ເຊິ່ງໄດ້ລົງພິມໃນວາລະສານດັ່ງກ່າວ. ສຳລັບ ຕວັນຫວຽດ ແລ້ວ, ການຖ່າຍຮູບ ບໍ່ພຽງແຕ່ເປັນວຽກງານໜຶ່ງເທົ່ານັ້ນ ຫາກຍັງແມ່ນຄວາມໄຝ່ຝັນຂອງລາວອີກດ້ວຍ.

ເຈິ່ນຕວັນຫວຽດ - ຜູ້ນໍາພາບພົດ ຫວຽດນາມ ອອກສູ່ໂລກ