ສ້າງຕົວເມືອງອັດສະລິຍະຢູ່ນະຄອນ ໂຮ່ຈີມິນ
(VOVWORLD) - ຕາມໝາກຜົນຈັດອັນດັບດັດຊະນີຫັນເປັນດີຈີຕອນປີ 2022, ໂດຍກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ປະກາດຫວ່າງມໍ່ໆມານີ້, ນະຄອນ ໂຮ່ຈີມິນ ໄດ້ບືນຕົວຂຶ້ນຢືນອັນດັບທີ 2 ໃນທົ່ວປະເທດ. ການທີ່ບັນລຸໄດ້ໝາກຜົນດັ່ງກ່າວ ກໍຍ້ອນໃນໄລຍະຜ່ານມາ, ທາງນະຄອນໄດ້ສຸມໃສ່ສ້າງຕົວເມືອງອັດສະລິຍະຕິດພັນກັບການຫັນເປັນດີຈີຕອນ ແລະ ເພີ່ມທະວີການພົວພັນແລກປ່ຽນລະຫວ່າງອຳນາດການປົກຄອງກັບປະຊາຊົນ, ສອດຄ່ອງກັບຂັ້ນຕອນສ້າງຕົວເມືອງອັດສະລິຍະຂອງນະຄອນ.










