ນັກຮ້ອງ Ha Myo - ເພີ່ມສີສັນທັນສະໄໝ ເພື່ອໃຫ້ດົນຕີພື້ນເມືອງກ້າວໄປໄກ
(VOVWORLD) -Ha Myo ເປັນນັກຮ້ອງມີຊື່ສຽງຄືດັ່ງສາຍລົມໃໝ່ໃນວົງການດົນຕີ ຫວຽດນາມ ໃນໄລຍະຜ່ານມາ, ເມື່ອແນະນຳບັນດາຜົນງານດົນຕີທີ່ມີການປະສົມປະສານລະຫວ່າງ ຂັບ ເສີ໊ມ, ປະເພດສິລະປະພື້ນເມືອງ ຫວຽດນາມ ກັບ ແຣັບ ແລະ ດົນຕີ EDM (ດົນຕີ ເອເລັກໂຕນິກ ແດນສ໌) ສູ່ມະຫາຊົນ ເຊິ່ງແມ່ນປະເທດດົນຕີທີ່ລຶ້ງເຄີຍກັບໄວໜຸ່ມ ທັງຢູ່ພາຍໃນປະເທດ ຫວຽດນາມ ກໍ່ຄື ສາກົນ ດ້ວຍບັນດາຜົນງານດົນຕີແນວໃໝ່, Ha Myo ປາດຖະໜາຢາກນຳດົນຕີພື້ນເມືອງໃຫ້ຫຍັບເຂົ້າໃກ້ກັບມະຫາຊົນ ຫວຽດນາມ ແລະ ສາກົນຫຼາຍກວ່າອີກ.










