ຫວຽດນາມ ຮັບຮູ້ການປະກອບສ່ວນຂອງບັນດາເພື່ອນມິດ ອາເມລິກາ
(VOVWORLD) - ໄລຍະກວ່າ 50 ປີ ຜ່ານມາ, ມີເພື່ອນ ອາເມລິກາ ຫຼາຍຄົນຕິດພັນກັບ ຫວຽດນາມ. ບໍ່ພຽງແຕ່ຕໍ່ສູ້ເພື່ອຍາດເອົາເອກະລາດ ແລະ ຄວາມຍຸຕິທຳ, ຄັດຄ້ານສົງຄາມຂອງ ອາເມລິກາ ຢູ່ ຫວຽດນາມ ເທົ່ານັ້ນ, ເຂົາເຈົ້າຍັງສະຫງວນເວລາສ່ວນໃຫຍ່ຂອງຊີວິດ ເພື່ອເຮັດວຽກງານຮຳບາດແຜ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະ ກັນ, ຮັດແໜ້ນນ້ຳໃຈໄມຕີຈິດມິດຕະພາບລະຫວ່າງປະຊາຊົນສອງປະເທດ. ສຳລັບການປະກອບສ່ວນ ແຕ່ກໍມີປະສິດທິຜົນ ແລະ ເຕັມໄປດ້ວຍຄຸນຄ່າວັດທະນະທຳມະນຸດ ຂອງບັນດາເພື່ອນ ອາເມລິກາ ຍາມໃດປະຊາຊົນ ຫວຽດນາມ ກໍມີຄວາມເຄົາລົບນັບຖື ແລະ ຮູ້ບຸນຄຸນ.










