(VOVWORLD) -ໂດຍຕອບສະໜອງຕາມຄຳເຊື້ອເຊີນຂອງທ່ານເລຂາທິການໃຫຍ່, ປະທານປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ທອງລຸນ ສີສຸລິດ, ໃນລະຫວ່າງວັນທີ 9 ຫາວັນທີ 10 ສິງຫາ ນີ້, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ພັກ ແລະ ລັດ ຫວຽດນາມ ຈະເດີນທາງຢ້ຽມຢາມສັນຖະວະໄມຕີ ປະເທດສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ຢ່າງເປັນທາງການ. ລາວ ກໍແມ່ນປະເທດທຳອິດໃນການເດີນທາງຢ້ຽມຢາມຕ່າງປະເທດຂອງທ່ານ ຫງວຽນຊວັນຟຸກ ໃນຖານະຕຳແໜ່ງເປັນປະທານປະເທດຫວຽດນາມ. ຕໍ່ໜ້າເຫດການທີ່ມີຄວາມໝາຍຄວາມສຳຄັນນີ້, ນັກຂ່າວ ວິທະຍຸກະຈາຍສຽງຫວຽດນາມ ກໍມີຄວາມເປັນກຽດຢ່າງຍິ່ງ ທີ່ໄດ້ສຳພາດທ່ານເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມ ແຫ່ງ ສປປ.ລາວ ປະຈຳ ຫວຽດນາມ ແສງເພັດ ຮຸ່ງບຸນຍວງ.