ບັນດາແນວຄວາມຄິດທີ່ເປັນປະໂຫຍດ ແລະ ແທດຈິງ ໃນໄລຍະເກີດໂລກລະບາດ
(VOVWORLD) -ຢູ່ຫວຽດນາມ, ກຳລັງແຮງຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ການປະດິດຄິດສ້າງ, ລັກສະນະປະຈັນບານແລະຄວາມຈູບຈ້າວຫ້າວຫັນຂອງໄວໜຸ່ມ ກໍ່ໄດ້ຮັບການຜັນຂະຫຍາຍແລະປະກອບສ່ວນເຂົ້າໃນວຽກງານປ້ອງກັນ, ສະກັດກັ້ນໂລກລະບາດຢ່າງມີປະສິດທິຜົນ. ມີເລື່ອງລາວທີ່ໜ້າຕື້ນຕັນໃຈຫຼາຍເລື່ອງກ່ຽວກັບຮູບພາບນັກຮົບຢູ່ແນວໜ້າຕ້ານໂລກລະບາດທີ່ຕ້ອງກິນຟ້າວນອນຟັ່ງຢູ່ກາງດິນຫຼືມີພະຍາບານ, ແພດໝໍຫຼາຍຄົນເປັນໄຂ້ແດດເມື່ອຕ້ອງເຮັດວຽກໃນຫຼາຍຊົ່ວໂມງຢ່າງລຽນຕິດພາຍໃຕ້ອາກາດທີ່ແດດກ້າຂອງລະດູຮ້ອນ. ແຕ່ໃນຄວາມຫຍຸ້ງຍາກນາໆນັ້ນ ແນວຄວາມຄິດ ແລະ ຜະລິດຕະພັນທີ່ເປັນປະໂຫຍດຫຼາຍຢ່າງ ກໍໄດ້ປະດິດສ້າງອອກມາດ້ວຍມືຂອງຜູ້ເປັນມືອາຊີບ ແລະ ບໍ່ເປັນມືອາຊີບ.










