ສາລະຄະດີ

29/08/2025

ກາ​ເຟ​ຕອນ​ເຊົ້າ ຮຽນ​ເປັນ​ພົນ​ລະ​ເມືອງ​ດີ​ຈີ​ຕອນ

(VOVWORLD) - ໃນໂອກາດທ້າຍອາທິດ, ຮ້ານກາເຟຢູ່ຖະໜົນ ຫງວຽນຊີ, ເມືອງ ບິ່ງແທັກ, ນະຄອນ ໂຮ່ຈິມິນ ພັດມີຄວາມຄຶກຄື້ນມ່ວນຊື່ນ. ສະຖານທີ່ແຫ່ງນີ້ບໍ່ພຽງແຕ່ແມ່ນບ່ອນພັກຜ່ອນຢ່ອນອາລົມເທົ່ານັ້ນ ຫາກຍັງກາຍເປັນ ຫ້ອງຮຽນກ່ຽວກັບພົນລະເມືອງດີຈີຕອນ ຊ່ວຍປະຊາຊົນເຂົ້າເຖິງການຫັນເປັນດີຈີຕອນໂດຍໄວ, ສະດວກຈາກ ສມາດໂຟນ, ແອັບ ບັດປະຈຳຕົວດີຈີຕອນ (VneID), ຕະຫຼອດຮອດການບໍລິການສາທາລະນະແບບທາງໄກອີກດ້ວຍ.

ກາ​ເຟ​ຕອນ​ເຊົ້າ ຮຽນ​ເປັນ​ພົນ​ລະ​ເມືອງ​ດີ​ຈີ​ຕອນ
23/08/2025

ສ້າງຕັ້ງເມື່ອ​ປີ 1945: ທີ່​ນີ້, ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ

(VOVWORLD) - ກ່ອນນີ້ 80 ປີ, ວັນທີ 2 ກັນຍາ 1945, ປະເທດ ສາທາລະນະລັດປະຊາທິປະໄຕຫວຽດນາມ ໄດ້ຮັບຮັບສ້າງຕັ້ງເຊິ່ງໄດ້ນຳຊີວິດທີ່ສົດໃສກວ່າມາໃຫ້ປະຊາຊົນ ຫວຽດນາມ. ວັນທີ 7 ກັນຍາ 1945, ຈາກຫ້ອງນ້ອຍໆຢູ່ເຮືອນເລກທີ 128C ຖະໜົນ ດ້າຍລາ, ຮ່າໂນ້ຍ, ລາຍການທຳອິດຂອງວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບການອອກອາກາດແມ່ນ ບົດຖະແຫຼງປະກາດເອກະລາດອະມະຕະຂອງປະທານ ໂຮ່ຈີມິນ, ໂດຍເປັນການສ້າງຂີດໝາຍການສ້າງຕັ້ງວິທະຍຸກະຈາຍສຽງແຫ່ງຊາດທີ່ມີຊື່ວ່າ ວິທະຍຸກະຈາຍສຽງ ຫວຽດນາມ.

ສ້າງຕັ້ງເມື່ອ​ປີ 1945: ທີ່​ນີ້, ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ
18/08/2025

ນຳ​ຫວຽດ​ນາມ​ກາຍ​ເປັນ​ປະ​ເທດ​ນຳ​ໜ້າ​ກ່ຽວ​ກັບ blockchain ໃນ​ພາກ​ພື້ນເທື່ອລະກ້າວ

(VOVWORLD) - Blockchain ແມ່ນພື້ນຖານໂຄງລ່າງດີຈີຕອນຫຼັກແຫຼ່ງເຊິ່ງ ຫວຽດນາມ ກຳນົດແມ່ນເສົາຄ້ຳຍຸດທະສາດເພື່ອຊຸກຍູ້ພື້ນຖານເສດຖະກິດດີຈີຕອນ. ດ້ວຍລະບົບນິຕິກຳທີ່ນັບມື້ນັບສົມບູນແບບ ແລະ ລະບົບນິເວດພວມໄດ້ຮັບການກໍ່ສ້າງ, ຫວຽດນາມ ພວມຄ່ອຍໆຫັນເປັນປະເທດນຳໜ້າໃນພາກພື້ນກ່ຽວກັບ blockchain ໃນປີ 2030.

ນຳ​ຫວຽດ​ນາມ​ກາຍ​ເປັນ​ປະ​ເທດ​ນຳ​ໜ້າ​ກ່ຽວ​ກັບ blockchain ໃນ​ພາກ​ພື້ນເທື່ອລະກ້າວ
16/08/2025

“ປະ​ພາ​ຄານ” ອອກ​ຂ່າວກະຈາຍສຽງຢູ່ເທິງ​ຍອດ​​ພູ ເຟຍ ​ອັກ

(VOVWORLD) - ສະຖານີສົ່ງສັນຍານຄື້ນ FM (ສະຖານີຖານ FM) ຂອງວິທະຍຸກະຈາຍສຽງ ຫວຽດນາມ ຢູ່ຍອດພູ ເຟຍ ອັກ, ຕາແສງ ແທ່ງກົງ, ແຂວງ ກາວບັ່ງ, ຫາກໍ່ໄດ້ຮັບການເປີດສະຫຼອງນຳເຂົ້າໃຊ້ງານ, ແມ່ນໜຶ່ງໃນສອງກິດຈະກຳຈຸດສຸມຂອງວິທະຍຸກະຈາຍສຽງ ຫວຽດນາມ ເພື່ອສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດເດືອນ ສິງຫາ (19/8/1945 - 19/8/2025), ວັນຊາດ ຫວຽດນາມ (2/9/1945 - 2/9/2025). ນີ້ແມ່ນສະຖານີສົ່ງສັນຍານຄື້ນທີ່ສຳຄັນຮັບໃຊ້ການພັດທະນາເສດຖະກິດ, ສັງຄົມເຂດຊາຍແດນທາງທິດຕາເວັນອອກສ່ຽງເໜືອ, ແມ່ນກິດຈະກຳທີ່ມີຄວາມໝາຍຍຸດທະສາດໃນການຮັບປະກັນການປົກຄຸມຄື້ນກະຈາຍສຽງບັນດາລາຍການກະຈາຍສຽງຂອງວິທະຍຸກະຈາຍສຽງ ຫວຽດນາມ ຢ່າງແຮງ, ລຽນຕິດ ແລະ ເປັນປົກກະຕິ.

“ປະ​ພາ​ຄານ” ອອກ​ຂ່າວກະຈາຍສຽງຢູ່ເທິງ​ຍອດ​​ພູ ເຟຍ ​ອັກ
11/08/2025

ໂຮງ​ໝໍ​ເຄື່ອນທີ່ຢູ່​ທະ​ເລ: ຂົວ​ເຊື່ອມ​ຕໍ່​ດິນ​ຕໍ່​ແຜນ​ກັບ​ເຂດ​ໝູ່​ເກາະ​ທີ່​ຫ່າງ​ໄກ

(VOVWORLD) - ເມື່ອເຕືຶ້ອງເຖິງເຂດພິເສດເຈື່ອງຊາ, ພາບທີ່ປະກົດຂຶ້ນຢ່າງຈະແຈ້ງໃນຫົວຂອງພວກເຮົາອາດຈະແມ່ນ ບັນດານັກຮົບກອງທັບເຮືອ ພວມປົກປັກຮັກສາເຂດທະເລໝູ່ເກາະຢ່າງອົງອາດກ້າຫານ ຢູ່ບັນດາເກາະເຂດແນວໜ້າຂອງປະເທດຊາດ. ແລະເພື່ອເພີ່ມຄວາມໝັ້ນແກ່ນໃຫ້ແກ່ເຂດແນວໜ້າໃນການປົກປັກຮັກສາທະເລໝູ່ເກາະນັ້ນ, ບໍ່ອາດຂາດບັນດາຂົວເຊື່ອມຕໍ່ແຫ່ງຄວາມຮັກແພງ” ທີ່ເຊື່ອມຕໍ່ດິນຕໍ່ແຜ່ນກັບເຂດເກາະທີ່ຫ່າງໄກໄດ້. ນັ້ນແມ່ນບັນດາກຳປັ່ນຂອງກອງພົນນ້ອຍ 955, ທະຫານເຮືອເຂດ 4. ພົ້ນເດັ່ນຂຶ້ນໃນຈຳນວນນັ້ນແມ່ນກຳປັ່ນໂຮງໝໍ 561, ອາດເວົ້າໄດ້ວ່າ ນີ້ແມ່ນໂຮງໝໍເຄື່ອນທີ່ທີ່ມີພາລະກຳຄວບຄູ່, ທັງເບິ່ງແຍງດູແລສຸຂະພາບໃຫ້ແກ່ປະຊາຊົນ, ທະຫານ, ຊາວປະມົງຢູ່ເຂດທະເລ, ທັງນຳສົ່ງຄະນະມາຢ້ຽມຢາມໝູ່ເກາະເຈື່ອງຊາອັນສັກກະລະບູຊາ.

ໂຮງ​ໝໍ​ເຄື່ອນທີ່ຢູ່​ທະ​ເລ: ຂົວ​ເຊື່ອມ​ຕໍ່​ດິນ​ຕໍ່​ແຜນ​ກັບ​ເຂດ​ໝູ່​ເກາະ​ທີ່​ຫ່າງ​ໄກ
10/08/2025

ຮ່າ​ໂນ້ຍ ​ຈຸດ​ພົ້ນ​ເດັ່ນ​ໃນ​ການ​ໝູນ​ໃຊ້​ເຕັກ​ໂນ​ໂລ​ຢີ​ຂໍ້​ມູນ​ຂ່າວ​ສານ, ການ​ຫັ​ນ​ເປັນ​ດີ​ຈີ​ຕອນ

(VOVWORLD) - ຮ່າໂນ້ຍ ແມ່ນໜຶ່ງໃນບັນດາທ້ອງຖິ່ນນຳໜ້າໃນການຫັນເປັນດີຈີຕອນ, ປະຕິຮູບລະບຽບການບໍລິຫານ. ນະຄອນ ໄດ້ສ້າງຕັ້ງ ແລະ ນຳເຂົ້າເຄື່ອນໄຫວໜ່ວຍງານຫັນເປັນດີຈີຕອນຊຸມຊົນກ່ວາ 5.000 ແຫ່ງ, ດ້ວຍສະມາຊິກຂັ້ນຮາກຖານປະມານ 30.000 ຄົນ. ພິເສດ, ເມື່ອຮູບແບບອຳນາດການປົກຄອງສອງຂັ້ນໄດ້ຮັບການຜັນຂະຫຍາຍ, ວຽກງານຫັນເປັນດີຈີຕອນ ນັບມື້ນັບໄດ້ຮັບຄວາມສົນໃຈຈາກ ຮ່າໂນ້ຍ, ໃນນັ້ນມີ ບັ້ນ “45 ວັນ ແລະ ຄືນ ໜູນຊ່ວຍການເຄື່ອນໄຫວຫັນເປັນດີຈີຕອນຢູ່ບັນດາຕາແສງ ໃນໄລຍະຕົ້ນຂອງການເຄື່ອນໄຫວ”.

ຮ່າ​ໂນ້ຍ ​ຈຸດ​ພົ້ນ​ເດັ່ນ​ໃນ​ການ​ໝູນ​ໃຊ້​ເຕັກ​ໂນ​ໂລ​ຢີ​ຂໍ້​ມູນ​ຂ່າວ​ສານ, ການ​ຫັ​ນ​ເປັນ​ດີ​ຈີ​ຕອນ
09/08/2025

​ບ້ານ ​ສັນ​ຕິ​ພາບ - ບ່ອນສ້າງຄວາມ​ຮັກ​ແພງ​ໃຫ້​ແກ່​ເດັກຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ

(VOVWORLD) - ບ້ານ ຮວ່າບິ່ງ (ສັນຕິພາບ) ຕັ້ງຢູ່ພາຍໃນບໍລິເວນໂຮງໝໍ ຕື່ຢູ (ນະຄອນ ໂຮ່ຈີມິນ), ໂດຍໄດ້ຮັບການສ້າງຕັ້ງຂຶ້ນແຕ່ປີ 1990. ນີ້ແມ່ນບ່ອນລ້ຽງດູ, ເບິ່ງແຍງໃຫ້ແກ່ເດັກພິການ ເຊິ່ງເປັນຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ລຸ້ນທີ 2, ທີ 3. ສຳລັບພວກນ້ອງແລ້ວ, ນີ້ແມ່ນເຮືອນຫຼັງທີ 2, ບ່ອນທີ່ພວກນ້ອງໄດ້ຮັບຄວາມຮັກແພງ, ໄດ້ຮັບການບອກສອນ ແລະ ຄວາມຫວັງກ່ຽວກັບອະນາຄົດທີ່ສົດໃສກວ່າ.

​ບ້ານ ​ສັນ​ຕິ​ພາບ - ບ່ອນສ້າງຄວາມ​ຮັກ​ແພງ​ໃຫ້​ແກ່​ເດັກຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ
02/08/2025

ສະ​ໂມ​ສອນ “ອ່ານ​ປຶ້ມ​ພ້ອມ​ກັບ​ລູກ” ແຜ່​ກະ​ຈາຍ​ຄວາມ​ຮັກ​​ວັນ​ນະ​ຄະ​ດີ​ສູ່​ບັນ​ດາ​ເພື່ອນ​ໜຸ່ມ

(VOVWORLD) - 15 ປີຜ່ານມາ, ສະໂມສອນ “ອ່ານປຶ້ມພ້ອມກັບລູກ” ຕັ້ງຢູ່ເຂດເຮືອນລວມ ແບັກຄວາ, ຮ່າໂນ້ຍ ໄດ້ກາຍເປັນສະຖານທີ່ຄຸ້ນເຄີຍຂອງຫຼາຍຄອບຄົວໃນຍາມທ້າຍອາທິດ. ສະໂມສອນດັ່ງກ່າວ ບໍ່ພຽງແຕ່ແມ່ນເຂດອ່ານປຶ້ມເທົ່ານັ້ນ ຫາກຍັງແມ່ນບ່ອນແຜ່ກະຈາຍຄຸນຄ່າດ້ານພູມປັນຍາ, ປຸກລຸກຄວາມຮັກຕໍ່ວັນຄະນະດີໃຫ້ແກ່ເຍົາວະຊົນຫຼາຍລຸ້ນຄົນອີກດ້ວຍ.

ສະ​ໂມ​ສອນ “ອ່ານ​ປຶ້ມ​ພ້ອມ​ກັບ​ລູກ” ແຜ່​ກະ​ຈາຍ​ຄວາມ​ຮັກ​​ວັນ​ນະ​ຄະ​ດີ​ສູ່​ບັນ​ດາ​ເພື່ອນ​ໜຸ່ມ
31/07/2025

ມະ​ຕິ​ເລກ​ທີ 57: ໄມ້​ງັດ​ນຳ​ວິ​ທະ​ນາ​ສາດ​ເຕັກ​ໂນ​ໂລ​ຢີ ຫວຽດ​ນາມ ເຊື່ອມ​ໂຍງ ແລະ ນຳ​ໜ້າ

(VOVWORLD) - ວິທະຍາສາດ ແລະ ເຕັກໂນໂລຢີພວມກຳນົດທຸກຮູບແບບຕ່າງໆຂອງບັນດາຂົງເຂດໃນຊີວິດ ແລະ ການຜະລິດ. ໃນກະແສນັ້ນ, ຫວຽດນາມ ພວມຢັ້ງຢືນບົດບາດດ້ວຍບັນດາຂໍ້ລິເລີ່ມ, ໂຄງການວິທະຍາສາດຂອງ ຊາວ ຫວຽດນາມ ເທື່ອລະກ້າວ, ພ້ອມທັງຍູ້ແຮງການເຊື່ອມຕໍ່ກັບປະຊາຄົມວິທະຍາສາດສາກົນ. ມະຕິເລກທີ 57 ກ່ຽວກັບການບຸກທະລຸພັດທະນາວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ ແລະການຫັນເປັນດີຈີຕອນແຫ່ງຊາດ ໄດ້ວາງອອກກໍໄດ້ສ້າງກຳລັງໜູນຢ່າງແຮງໃຫ້ແກ່ວິວັດກການສຳຜັດກັບພູມປັນຍາໃໝ່, ເຕັກໂນໂລຢີໃໝ່ ແລະ ການພັດທະນາແບບຍືນຍົງຂອງປະເທດຊາດ.

ມະ​ຕິ​ເລກ​ທີ 57: ໄມ້​ງັດ​ນຳ​ວິ​ທະ​ນາ​ສາດ​ເຕັກ​ໂນ​ໂລ​ຢີ ຫວຽດ​ນາມ ເຊື່ອມ​ໂຍງ ແລະ ນຳ​ໜ້າ
27/07/2025

ການ​ປົກ​ປັກຮັກ​ສາ​ທະ​ເລ​ໝູ່​ເກາະ​ຂອງ​ປະ​ເທດ​ຊາດ

(VOVWORLD) - ໂດຍຕັ້ງຢູ່ເຂດທະເລຂອງໝູ່ເກາະເຈື່ອງຊາ, ເກາະ ດ້າທິ ເຊິ່ງແມ່ນເສົາຫຼັກໝາຍທີ່ໝັ້ນແກ່ນທາງທະເລ. ຢູ່ແຫ່ງນີ້, ນັກຮົບກອງທັບເຮືອ ໄດ້ປະຕິບັດວຽກງານປົກປັກຮັກສາອະທິປະໄຕເຂດທະເລໝູ່ເກາະທີ່ສັກກະລະບູຊາຂອງປະເທດຊາດທັງເວັນ ແລະ ຄືນ. ຊີວິດການເປັນຢູ່ ແລະ ໜ້າທີ່ຢູ່ບ່ອນນີ້ໄດ້ຊ່ວຍໃຫ້ຝືກຝົນຄຸນນະທາດ, ແນວຄິດ ແລະ ຄວາມໄວ້ເນື້ອເຊື່ອໃຈອັນເຂັ້ມແຂງຂອງບັນດານັກຮົບຢູ່ເກາະ. ຕໍ່ໄປເຊີນທ່ານຜູ້ຟັງ ມາຍັງເກາະ ດ້າທິ ຜ່ານເລື່ອງລາວແທ້ຈິງຂອງບັນດານັກຮົບທີ່ພວມປະຕິບັດໜ້າທີ່ຢູ່ສະຖານທີ່ແຫ່ງນີ້.

ການ​ປົກ​ປັກຮັກ​ສາ​ທະ​ເລ​ໝູ່​ເກາະ​ຂອງ​ປະ​ເທດ​ຊາດ