ບ່າເຣ້ຍ - ຫວູງເຕົາ ນຳຫນ້າທົ່ວປະເທດກ່ຽວກັບການດຶງດູດທຶນ FDI
(VOVWORLD) - ໃນຊຸມເດືອນຕົ້ນປີນີ້, ແຂວງ ບ່າເຣ້ຍ - ຫວູງເຕົາ ມີ 18 ໂຄງການລົງທຶນໂດຍກົງຂອງຕ່າງປະເທດ (FDI) ຈົດທະບຽນໃຫມ່, ດ້ວຍຍອດລະດັບການລົງທຶນແມ່ນກວ່າ 1,5 ຕື້ USD, ເພີ່ມຂຶ້ນທົບ 42 ເທົ່າ ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ຈຳນວນໂຄງການດັດປັບທຶນກໍ່ເພີ່ມຂຶ້ນສູງທົບ 1,3 ເທົ່າເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ດ້ວຍຕົວເລກດັ່ງກ່າວ, ເປັນຄັ້ງທຳອິດ ທີ່ແຂວງ ບ່າເຣ້ຍ - ຫວູງເຕົາ ນຳຫນ້າທົ່ວປະເທດກ່ຽວກັບການດຶງດູດທຶນ FDI. ບັນລຸໄດ້ໝາກຜົນນັ້ນກໍ່ຍ້ອນມີຄວາມມານະພະຍາຍາມອັນໃຫຍ່ຫລວງຈາກອຳນາດການປົກຄອງຂອງແຂວງ.










