ຜະລິດຕະພັນ OCOP ຊຸກຍູ້ການພັດທະນາເສດຖະກິດເຂດຊົນນະບົດຢູ່ ເຫົ້າຢາງ
(VOVWORLD) - ໂດຍສຸມໃສ່ພັດທະນາບັນດາຜະລິດຕະພັນ OCOP(ຫນຶ່ງຕາແສງຫນຶ່ງຜະລິດຕະພັນ) ຕິດພັນກັບໂຄງການເປົ້າໝາຍແຫ່ງຊາດກໍ່ສ້າງຊົນນະບົດໃຫມ່ ແມ່ນທິດກ້າວເດີນຂອງ ແຂວງ ເຫົ້າຢາງ ໃນໄລຍະຜ່ານມາ. ຜ່ານນັ້ນ ແຂວງ ເຫົ້າຢາງ ກໍ່ແມ່ນທ້ອງຖິ່ນນຳຫນ້າໃນການສ້າງຫລາຍຜະລິດຕະພັນທີ່ມີຄຸນນະພາບສູງ, ປະກອບສ່ວນຍົກສູງມູນຄ່າຜະລິດຕະພັນກະສິກຳຂອງທ້ອງຖິ່ນ ແລະ ຊີວິດການເປັນຢູ່ໃຫ້ແກ່ປະຊາຊົນຢູ່ເຂດຊົນນະບົດ.










