ເຊີນລາຍົງສູງລະດັບຜະລິດຕະພັນກະເສດ, ສ້າງບາດກ້າວບຸກທະລຸດ້ານເສດຖະກິດເຂດຊົນນະບົດຈາກໂຄງການ OCOP
(VOVWORLD) - ເຊີນລາແມ່ນໜຶ່ງໃນບັນດາທ້ອງຖິ່ນນຳໜ້າໃນການພັດທະນາຜະລິດຕະພັນໂຄງການ “ໜຶ່ງຕາແສງໜຶ່ງຜະລິດຕະພັນ” (OCOP). ທ້ອງຖິ່ນຖືວ່ານີ້ແມ່ນວິທີການຈຸດສຸມຊຸກຍູ້ເສດຖະກິດເຂດຊົນນະບົດຕາມທິດເສີມຂະຫຍາຍກຳລັງແຮງພາຍໃນ, ເພີ່ມມູນຄ່າຜະລິດຕະພັນ ແລະ ຍົກສູງຊີວິດການເປັນຢູ່ຂອງປະຊາຊົນ. ດ້ວຍຈຸດພິເສດແມ່ນເຂດພູດອຍທາງພາກເໜືອມີເງື່ອນໄຂສະດວກຫຼາຍຢ່າງກ່ຽວກັບດິນຟ້າອາກາດ, ທີ່ດິນ, ເຊີນລາໄດ້ກາຍເປັນເຂດຜະລິດກະສິກຳສິນຄ້າຈຸດສຸມ, ພົ້ນເດັ່ນແມ່ນຕົ້ນໄມ້ກິນໝາກ, ຊາ, ຢາສະໝູນໄພ. ທາງແຂວງໄດ້ພັດທະນາໂຄງການ OCOP ຢ່າງຄົບຊຸດ, ຮອບດ້ານ, ສ້າງການຫັນປ່ຽນສຳຄັນໃນການສ້າງໂຄງປະກອບການຜະລິດກະສິກຳ, ນຳຜະລິດຕະພັນກະເສດຂອງແຂວງ ເຊີນລາ ຢັ້ງຢືນເຄື່ອງໝາຍການຄ້າໃນຕະຫຼາດທັງຢູ່ພາຍໃນປະເທດ ແລະ ສາກົນເທື່ອລະກ້າວ.










