ເມືອງ ຊົງໝ໋າ (ເຊີນລາ) ລົບລ້າງຄວາມອຶດຫິວ ຈາກການປູກຕົ້ນໄມ້ກິນໝາກ
(VOVWORLD) -ຊົງໝ໋າ ແມ່ນຫນຶ່ງໃນບັນດາເມືອງທີ່ມີເນື້ອທີ່ປູກຕົ້ນໄມ້ກິນໝາກໃຫຍ່ຂອງແຂວງ ເຊີນລາ. ພິເສດ ດ້ວຍເນື້ອທີ່ປູກຕົ້ນລຳໄຍທີ່ມີຢູ່ແລ້ວໃນປະຈຸບັນ ເກືອບ 7.600 ເຮັກຕາ, ຊົງໝ໋າ ແມ່ນອູ່ລຳໄຍໃຫຍ່ສຸດຂອງແຂວງ. ມີໝາກຜົນຄືແນວນີ້ກໍ່ຍ້ອນການລົງທຶນ, ພັດທະນາຕົ້ນໄມ້ກິນໝາກໃນໄລຍະຜ່ານມາ, ຊ່ວຍປະຊາຊົນຫລຸດພົ້ນອອກຈາກຄວາມທຸກຍາກ ບືນຕົວຂຶ້ນສ້າງຄວາມຮັ່ງມີແບບຍືນຍົງ.










