ບັນດາໂຄງການເສັ້ນທາງຄວາມໄວສູງ ສ້າງການເຊື່ອມຕໍ່ ແລະ ສ້າງກຳລັງຫນູນພັດທະນາເສດຖະກິດປະເທດຊາດ
(VOVWORLD) -ບັນດາຄາດໝາຍພັດທະນາໄດ້ວາງອອກໃນມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ ສືບຕໍ່ຢັ້ງຢືນການສ້າງລະບົບພື້ນຖານໂຄງລ່າງຢ່າງຄົບຊຸດ ແມ່ນຫນຶ່ງໃນ 3 ເສົາຄ້ຳບຸກທະລຸຍຸດທະສາດ. ສະນັ້ນ ການກໍ່ສ້າງພື້ນຖານໂຄງລ່າງຄົມມະນາຄົມຂົນສົ່ງ ດ້ວຍທິດນຳ “ໄປກ່ອນເພື່ອເປີດທາງ” ໄດ້ຮັບຖືວ່າແມ່ນປາຍແຫລມກະໂດດຂັ້ນ, ບຸລິມະສິດແຖວຫນ້າຂອງ ຫວຽດນາມ. ເລື່ອງພັດທະນາລະບົບເສັ້ນທາງຄວາມໄວສູງຢ່າງຄົບຊຸດ ໄດ້ປະກອບສ່ວນຊຸກຍູ້ເສດຖະກິດ ສັງຄົມ, ຍົກສູງກຳລັງຄວາມສາມາດແກ້ງແຍ່ງແຫ່ງຊາດ, ລົບລ້າງຄວາມອຶວຫິວຫລຸດຜ່ອນຄວາມທຸກຍາກ.










