ກາລະໂອກາດ ແລະ ສິ່ງທ້າທາຍຂອງກະສິກຳຫວຽດນາມ ໃນ EVFTA
(VOVWORLD) -ວັນທີ 8 ມິຖຸນາ, ສະພາແຫ່ງຊາດຫວຽດນາມ ໄດ້ໃຫ້ສັດຕະຍາບັນສັນຍາການຄ້າເສລີ ຫວຽດນາມ - ອີຢູ (EVFTA). ດ້ວຍບັນດາຄຳໝັ້ນສັນຍາຢ່າງແຮງກ່ຽວກັບການຫລຸດຜ່ອນພາສີ, EVFTA ສ້າງກາລະໂອກາດໃຫຍ່ໃຫ້ຫວຽດນາມ ຊຸກຍູ້ການສົ່ງອອກໄປຍັງຕະຫລາດ ເອີລົບ ພິເສດແມ່ນບັນດາປະເພດສິນຄ້າຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ ແລະ ສິນໃນນ້ຳ ເຊິ່ງແມ່ນບັນດາປະເພດສິນຄ້າທີ່ມີທ່າໄດ້ປຽບຫລາຍຢ່າງໃນການແກ່ງແຍ້ງ. ດ້ານອື່ນ ບັນດາຄູ່ຮ່ວມມືດ້ານການຄ້າ ກໍ່ຮຽກຮ້ອງຫວຽດນາມ ຕ້ອງເປີດປະຕູສຳລັບສິນຄ້າຂອງປະເທດເຂົາເຈົ້າ. ເພາະສະນັ້ນ ຂະແຫນງກະສິກຳຫວຽດນາມ ພວມຢືນຢູ່ຕໍ່ຫນ້າບັນດາກາລະໂອກາດ ແລະ ສິ່ງທ້າທາຍອັນໃຫຍ່ຫລວງໃນເສັ້ນທາງການເຊື່ອມໂຍງເຂົ້າກັບສາກົນ.










