Mediaຮ່າໂນ້ຍ: ຮ້ານກາເຟທີ່ມີຄວາມເອກະລັກພິເສດ ປະດັບປະດາທຸງແດງດາວຄຳ ສະເຫຼີມສະຫຼອງ 80 ປີແຫ່ງວັນຊາດ ຫວຽດນາມ
ຮ່າໂນ້ຍ: ຮ້ານກາເຟທີ່ມີຄວາມເອກະລັກພິເສດ ປະດັບປະດາທຸງແດງດາວຄຳ ສະເຫຼີມສະຫຼອງ 80 ປີແຫ່ງວັນຊາດ ຫວຽດນາມ
ວັນອາທິດ, 13:00, 24/08/2025
VOV5
(VOVWORLD) - ໃນຊຸມວັນຍາມລະດູໃບໄມ້ຫຼົ່ນແຫ່ງປະຫວັດສາດສະເຫຼີມສະຫຼອງ 80 ປີແຫ່ງວັນຊາດ ຫວຽດນາມ (2/9/1945-2/9/2025), ຮ້ານກາເຟ Cheka ຢູ່ເຂດຕົວເມືອງ ເຢືອງໂນ້ຍ, ຮ່າໂນ້ຍ ໄດ້ຮັບການປະດັບປະດາຢ່າງຟົດຟື້ນໄປດ້ວຍສີສັນທຸງຊາດສີແດງ...
 |
| Cheka ຄືໄດ້ຄຸມເສື້ອໃໝ່ທີ່ສວຍງາມດ້ວຍສີສັນອັນຮຸ່ງເຮືອງເຫຼືອງເຫຼື້ອມຂອງທຸງແດງດາວຄຳ, ແຕ່ລະມູມຂອງຮ້ານໄດ້ກາຍເປັນຄຳຕັກເຕືອນກ່ຽວກັບຄວາມເອກອ້າງທະນົງໃຈຂອງຊາດ. |
 |
| ດ້ວຍບັນຍາກາດທີ່ພົ້ນເດັ່ນຂອງທຸງແດງດາວຄຳ, ສະຖານທີ່ແຫ່ງນີ້ໄດ້ກາຍເປັນໜຶ່ງໃນບັນດາຈຸດນັດພົບຂອງຫຼາຍຄົນພ້ອມກັບນ້ຳໃຈຮັກຊາດລວມ ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນຊາດ ທີ 2 ກັນຍາ, |
 |
| ນະທີ່ນີ້, ຢູ່ແຕ່ລະມູມລ້ວນແຕ່ໄດ້ເຊື່ອມຕົວເຂົ້າກັບປະຫວັດສາດອັນອົງອາດກ້າຫານ, ເຊື້ອເຊີນລູກຄ້າມາຖ່າຍຮູບ ແລະ ຮູ້ສຶກໄດ້ເຖິງຄຸນຄ່າກ່ຽວກັບເອກະລາດ, ເສລີພາບຂອງຊາດຢ່າງເລິກເຊິ່ງກ່ວາ. |
 |
| ເອື້ອຍ ຫງວຽນບາວເງິນ ເຈົ້າຂອງຮ້ານໃຫ້ຮູ້ວ່າ ບ່ອນ check-in ວິທະຍຸກະຈາຍສຽງ ຫວຽດນາມ ດຶງດູດຜູ້ຄົນຫຼາຍທີ່ສຸດ. ຢູ່ບ່ອນນີ້, ແຂກຍັງໄດ້ຮັບຟັງຄືນສຽງເວົ້າຂອງປະທານໂຮ່ຈີມິນ ອ່ານບົດຖະແຫຼງການປະກາດເອກະລາດ ແລະ ລາຍການກະຈາຍສຽງຂອງວິທະຍຸກະຈາຍສຽງ ຫວຽດນາມ ຈຳນວນໜຶ່ງ. ເອື້ອຍ ເງິນ ແບ່ງປັນດ້ວຍຄວາມຕື້ນຕັນໃຈວ່າ ບັນດາສະມາຊິກໃນຮ້ານ ຢາກຫັນສະຖານທີ່ໃນຊຸມວັນລະດູໃບໄມ້ຫຼົ່ນປະຫວັດສາດນີ້ກາຍເປັນຄຳຕັກເຕືອນກ່ຽວກັບຄວາມເອກອ້າງທະນົງໃຈຂອງຊາດ. |
 |
| ບັນດາວັດຖຸ ຢູ່ສະຖານທີ່ check-in ວິທະຍຸກະຈາຍສຽງ ຫວຽດນາມ ໂດຍບັນດາສະມາຊິກໃນຮ້ານເລືອກ ແລະ ວາງສະແດງຢ່າງພິຖີພິຖັນ. |
 |
| Cheka ບໍ່ພຽງແຕ່ແມ່ນສະຖານທີ່ນັດພົບຂອງຜູ້ມັກຮັກກາເຟເທົ່ານັ້ນ ຫາກຍັງແມ່ນສະຖານທີ່ເກັບຮັກສາ ແລະ ແຜ່ກະຈາຍນ້ຳໃຈຮັກຊາດອີກດ້ວຍ. |
 |
| ສາຍຕາທີ່ລະມຸນຂອງພວກນ້ອງນ້ອຍໃນສະຖານທີ່ເຕັມໄປດ້ວຍສີສັນທຸງຊາດ. |
 |
| ກຸ່ມເພື່ອນໜຸ່ມຮ້ອງໂຮດັງກ້ອງ “ຂ້ອຍຮັກ ຫວຽດນາມ” ແລະ ບັນທຶກຄວາມຊົງຈຳທີ່ເປັນໜ້າເອກອ້າງທະນົງໃຈໃນຊຸມວັນຂອງລະດູໃບໄມ້ຫຼົ່ນປະຕິວັດ. |