Media

ໄປ ເຫວ້ ຢາມໝູ່ບ້ານດອກໄມ້ເຈ້ຍ ແທັງຕຽນ ໃນຊຸມວັນໃກ້ຈະຮອດບຸນເຕັດ

ໄປ ເຫວ້ ຢາມໝູ່ບ້ານດອກໄມ້ເຈ້ຍ ແທັງຕຽນ ໃນຊຸມວັນໃກ້ຈະຮອດບຸນເຕັດ

(VOVWORLD) - ດອກໄມ້ເຈ້ຍ ແທັງຕຽນ ແມ່ນດອກໄມ້ທີ່ເຮັດດ້ວຍເຈ້ຍແບບດັ້ງເດີມທີ່ມີຊື່ສຽງຂອງໝູ່ບ້ານ ແທັງຕຽນ, ຕາແສງ ເຢືອງໂນ, ເມືອງ ທ້ວນຮວ້າ, ນະຄອນ ເຫວ້. ດອກໄມ້ເຈ້ຍບໍ່ພຽງແຕ່ມີຄວາມໝາຍເພື່ອປະດັບປະດາເທົ່ານັ້ນ ຫາກຍັງມີຄຸນຄ່າທາງດ້ານວັດທະນະທຳ, ຈິດວິນຍານ ແລະ ໄດ້ນຳໃຊ້ໃນໂອກາດວັນບຸນເຕັດ (ບຸນປີໃໝ່ປະຈຳຊາດ) ແລະ ພິທີບູຊາຕ່າງໆ.

ໝູ່ບ້ານດອກໄມ້ເຈ້ຍ ແທັງຕຽນ ຕັ້ງຢູ່ຍ່ານໃຕ້ແມ່ນ້ຳ ເຮືອງ, ຂຶ້ນກັບຕາແສງ ຝູເມົ໋າ, ເມືອງ ຝຸູວາງ, ນະຄອນ ເຫວ້.
ດອກໄມ້ເຮັດດ້ວຍມືຈາກເຈ້ຍສີ, ໄມ້ໄຜ່ ແລະ ຜົງສີທຳມະຊາດ. ບັນດາວັດຖຸດິບລ້ວນແຕ່ເປັນມິດກັບສິ່ງແວດລ້ອມ.
ດອກໄມ້ເຈ້ຍດຶງດູດໃຈແຂກທ່ອງທ່ຽວຍ້ອນມັນຄົງຕົວມາແຕ່ດົນນານ, ແມ່ນຈຸດວັດທະນະທຳທີ່ເປັນມູນເຊື້ອໃນຊີວິດທາງດ້ານຈິດວິນຍານຂອງຊາວ ເຫວ້.
ຊາວບ້ານ ແທັງຕຽນ ນຳໃຊ້ບັນດາວັດຖຸດິບທີ່ມີຢູ່ແລ້ວໃນທ້ອງຖິ່ນຄື ຕົ້ນລຸ່ງ, ຕົ້ມໄຜ່ ສົມທົບກັບແນວຄວາມຄິດ ແລະ ສີມືອັນຄ່ອງແຄ້ວເພື່ອເຮັດເປັນຮູບດອກໄມ້ຊະນິດຕ່າງໆ.
ໃນນັ້ນ, ມີຊື່ສຽງທີ່ສຸດແມ່ນດອກບົວເຊິ່ງແມ່ນດອກໄມ້ປະຈຳຊາດ ຫວຽດນາມ.
ບັນດານັກສິລະປະການໃນໝູ່ບ້ານເລົ່າສູ່ຟັງວ່າ ຜູ້ໃດຢູ່ ແທັງຕຽນ ກໍ່ຮູ້ວິທີການເຮັດດອກໄມ້ດ້ວຍເຈ້ຍ ນັບແຕ່ຄາວຍັງນ້ອຍ. ແຕ່ວ່າ ປັດຈຸບັນ ມີພຽງແຕ່ຄອບຄົວຈຳນວນໜຶ່ງທີ່ຍັງຮັກສາອາຊີບນີ້ໄວ້, ໃນນັ້ນມີ 3 ຮາກຖານທັງຜະລິດທັງຮັກສາການເຄື່ອນໄຫວລົງພຶດຕິກຳຕົວຈິງໃນການເຮັດດອກໄມ້ດ້ວຍເຈ້ຍ ທີ່ສະຫງວນໃຫ້ແກ່ແຂກທ່ອງທ່ຽວ.
ຮາກຖານຂອງນັກສິລະປະການ ຫງວຽນຮວ໋າ ກໍ່ນອນໃນຈຳນວນນັ້ນ. ອ້າຍຫ້ຽວ, ລູກຊາຍຂອງລຸງຮວ໋າ ໃຫ້ຮູ້ວ່າ ປັດຈຸບັນ, ດອກໄມ້ເຈ້ຍບໍ່ພຽງແຕ່ຮັບໃຊ້ໃຫ້ແກ່ການບູຊາເທົ່ານັ້ນ ຫາກຍັງໄດ້ຮັບຄວາມນິຍົມຊົມຊອບຈາກລູກຄ້າເພື່ອປະດັບປະດາເຮືອນຊານ, ຮ້ານຄ້າຕ່າງໆ.
ບໍ່ພຽງແຕ່ປະກອບສ່ວນຮັກສາຄວາມງາມທາງດ້ານວັດທະນະທຳທີ່ເປັນມູນເຊື້ອເທົ່ານັ້ນ, ອາຊີບເຮັດດອກເຈ້ຍ ແທັງຕຽນ ຍັງສ້າງລາຍຮັບໃຫ້ແກ່ປະຊາຊົນທ້ອງຖິ່ນຕື່ມອີກ.
ໃນຊຸມວັນໃກ້ຈະຮອດບຸນເຕັດ, ດອກໄມ້ຈາກໝູ່ບ້ານ ແທັງຕຽນຖືກຂົນສົ່ງ ດ້ວຍເຮືອໄປຍັງຕະຫຼາດ ບາວວິງ ເພື່ອຂາຍ.
ດອກໄມ້ເຈ້ຍ ແທັງຕຽນ ສ່ວນຫຼາຍແມ່ນຈະຂາຍພ້ອມກັບຮູບປັ້ນ ເຈົ້າເຕົາ ຢູ່ຕາມຕະຫຼາດບ້ານນາ. ປະຊາຊົນຈະຊື້ເພື່ອວາງຢູ່ແທນບູຊາ ເຈົ້າເຕົາ.

This site is protected by reCAPTCHA and the Google Privacy Policy and Terms of Service apply.