Mediaບ້ານ ທິເກິມ ແຂ່ງຂັນດັງໄຟຫຸງເຂົ້າ
ບ້ານ ທິເກິມ ແຂ່ງຂັນດັງໄຟຫຸງເຂົ້າ
ວັນພຸດ, 12:28, 01/02/2023
CTV Tuấn Anh.VOV.VN
(VOVWORLD) -ງານບຸນແຂ່ງຂັນດັງໄຟຫຸງເຂົ້າ ແມ່ນງານບຸນປະເພນີ ມີມາແຕ່ດົນນານຢູ່ບ້ານ ທິເກິມ (ຕາແສງ ຊວັນເຟືອງ, ຕືລຽມ, ຮ່າໂນ້ຍ) ໄດ້ຈັດຂຶ້ນໃນວັນທີ 08 ເດືອນຈຽງ (ໄລ່ຕາມຈັນທະປະຕິທິນ) ໃນແຕ່ລະປີ ແລະ ແຂກຢູ່ທຸກສາລະທິດໄດ້ມາ ເຂົ້າຮ່ວມງານບຸນແຂ່ງຂັນດັງໄຟຫຸງເຂົ້າຢູ່ສາລາບ້ານ
 |
| ງານບຸນແຂ່ງຂັນດັງໄຟຫຸງເຂົ້າ ແມ່ນງານບຸນປະເພນີ ມີມາແຕ່ດົນນານຢູ່ບ້ານ ທິເກິມ. |
 |
| ບັນດາຖົງເຟືອງແຫ້ງໂດຍຄະນະຈັດຕັ້ງກະກຽມໄດ້ເອົາມາວາງໄວ້ຢູ່ບ່ອນທີ່ແຕ່ລະທິມກຽມຈະແຂ່ງຂັນ. |
 |
| ບັນດາທິມກະກຽມໄມ້ເຮ້ຍ. |
 |
| ໃນເວລາກະກຽມ, ບັນດາທິມຈະເລີ່ມມັດເຟືອງວາງໄວ້ລຸ່ມ ແລະ ເທິງຄົກຫີນຕຳເຂົ້າ. |
 |
| ເກືອບ 11 ໂມງ, ຢູ່ເດີ່ນສາລາບ້ານມີຜູ້ມາເບິ່ງເປັນຈຳນວນຫຼາຍ. ງານບຸນແຂ່ງຂັນຫຸງເຂົ້າໄດ້ແບ່ງປັນ 3 ພາກ: ດັງໄຟ, ແຂ່ງຂັນໄປເອົານ້ຳ ແລະ ຫຸງເຂົ້າ. |
 |
| ເວລາ 11 ໂມງ, ການແຂ່ງຂັນໄປເອົານ້ຳ ແລະ ດັງໄຟໄດ້ເລີ່ມຂຶ້ນ. |
 |
| ຢູ່ເດີ່ນສາລາບ້ານ, ບັນດາທິມເຂົ້າຮ່ວມການແຂ່ງຂັນເລີ່ມດັງໄຟ. |
 |
| ເຂົ້າເປືອກໃຊ້ຄົກຫີນຕຳເປັນເຂົ້າ. |
 |
| ຜູ້ເຂົ້າຮ່ວມການແຂ່ງຂັນໄປເອົານ້ຳ ເວລານີ້ກໍ່ກັບມາແລ້ວ. |
 |
| ໃນເວລາໜ້ອຍດຽວ, ຢູ່ສາລາບ້ານກໍ່ເຕັມໄປດ້ວຍສຽງຮ້ອງໂຮ່ຂອງຜູ້ເຊຍ. |
 |
| ການແຂ່ງຂັນຫຸງເຂົ້າໃສ່ໝໍ້ນ້ອຍຮຽກຮ້ອງຕ້ອງມີປະສົບການຫຼາຍຢ່າງ. |
 |
| ບັນດາຜູ້ມີອາຍຸສູງຍັງຮູ້ວ່າ, ຫຸງເຂົ້າດ້ວຍເຂົ້າທີ່ຕຳດ້ວຍມືຈະນານສຸກກວ່າເຂົ້າທຳມະດາ. |
 |
| ບັນດາທິມແຂ່ງຂັນຈູດເຟືອງເອົາຂີ້ເທົ່າໂອບໃສ່ໝໍ້ຫຸງເຂົ້າເພື່ອໃຫ້ມັນສຸກ. |
 |
| ພາຍຫຼັງໝົດເວລາ, ໝໍ້ເຂົ້ານັ້ນຈະໄດ້ເອົາມາກວດໃຫ້ຄະແນນ. |