Mediaບັນຍາກາດຕ້ອນຮັບວັນບຸນຄຼິດສະມາດກ່ອນຮອດ ເທດສະການມີຢູ່ທົ່ວ ຮ່າໂນ້ຍ
ບັນຍາກາດຕ້ອນຮັບວັນບຸນຄຼິດສະມາດກ່ອນຮອດ ເທດສະການມີຢູ່ທົ່ວ ຮ່າໂນ້ຍ
ວັນເສົາ, 12:06, 16/12/2023
Media VOV5
(VOVWORLD) - ຍັງອີກ 1 ອາທິດຈຶ່ງຈະຮອດວັນບຸນຄຼິດສະມາດ, ແຕ່ຖະໜົນສາຍຕ່າງໆຢູ່ ຮ່າໂນ້ຍ ໄດ້ປະດັບປະດາຢ່າງສວຍງາມ ແລະ ສີສັນລະຍິບລະຍັບທີ່ຫຼາກຫຼາຍແລ້ວ.
 |
| ແຕ່ຕົ້ນເດືອນ ທັນວາ, ອາກາດຢູ່ ຮ່າໂນ້ຍ ເລີ່ມໜາວແລ້ວ. ແລະກໍ່ໃນຈຸດເວລານີ້, ຢູ່ບັນດາສູນການຄ້າ, ຖະໜົນສາຍຕ່າງໆເລີ່ມປະດັບປະດາວັນບຸນຄຼິດສະມາດ ແລະ ຕ້ອນຮັບປີໃໝ່ສາກົນຢ່າງຄຶກຄື້ນ. |
 |
| ບັນດາໂບດໃຫຍ່, ຄື: ເກືອບັກ, ຮ່າມລອງ… ກໍ່ເລີ່ມປະດັບປະດາຕ້ອນຮັບວັນບຸນຄຼິດສະມາດ. |
 |
| ຢູ່ຕໍ່ໜ້າໂບດໃຫຍ່ ຮ່າໂນ້ຍ ໄດ້ຮັບການປະດັບປະດາດ້ວຍຕົ້ນແປກ, ຖ້ຳຫີນ ແລະ ດາວຄຼິດສະມາດ. |
 |
| ບັນດາຮ້ານອາຫານໄດ້ຮັບການປະດັບປະດາດ້ວຍສີສັນທີ່ຫຼາກຫຼາຍຂອງບຸນຄຼິດສະມາດ. |
 |
| ຫຼັງຈາກບຸນ ຮາໂລວິນ, ຜູ້ຂາຍເຄື່ອງຢູຸຸ່ຖະໜົນ ຮ່າງມ໊າ ໄດ້ຟ້າວຟັ່ງກະກຽມ, ວາງຂາຍບັນດາສິນຄ້າຮັບໃຊ້ວັນບຸນຄຼິດສະມາດ. |
 |
| ບັນດາເຄື່ອງປະດັບປະດາດ້ວຍຫຼາຍຮູບຫຼາຍແບບ, ງາມຕາ, ເໝາະກັບຄວາມຕ້ອງການຂອງຜູ້ບໍລິໂພກ. |
 |
| ບັນຍາກາດ “ຜູ້ຂາຍ - ຜູ້ຊື້” ທີ່ຄຶກຄັກຢູ່ຖະໜົນ ຮ່າງມ໊າ. |
 |
| ພວກເພື່ອນໜຸ່ມພາກັບມາຖະໜົນ ຮ່າງມ໊າ ເພື່ອຖ່າຍຮູບ. |
 |
| “ຊານຕາຄອດ” ພວມເລືອກເອົາຂອງຂວັນສຳລັບວັນບຸນຄຼິດສະມາດ. |
 |
| ບັນດາ “ກວາງສົ່ງເຄື່ອງເຕັກໂນໂລຊີ” ຢູ່ຖະໜົນສາຍຕ່າງໆ. |
 |
| ນີ້ກໍ່ແມ່ນໂອກາດທີ່ດີເພື່ອໃຫ້ແຂກທ່ອງທ່ຽວຕ່າງປະເທດໄດ້ມີບັນຍາກາດສຳລັບການຜັກຜ່ອນລະດູໜາວຢູ່ ຮ່າໂນ້ຍ. |