Mediaບັນຍາກາດຕ້ອນຮັບວັນບຸນຄຼິດສະມາດທີ່ບັນດາໂບດຢູ່ຮ່າໂນ້ຍ
ບັນຍາກາດຕ້ອນຮັບວັນບຸນຄຼິດສະມາດທີ່ບັນດາໂບດຢູ່ຮ່າໂນ້ຍ
ວັນເສົາ, 17:35, 23/12/2017
Duc Anh
(VOVWORLD) -ວັນບຸນ ຄຼິດສະມາດ ແມ່ນຫນຶ່ງໃນບັນດາວັນບຸນໃຫຍ່ໃນປີຂອງຊາວຄຼິດ. ແຕ່ລະປີ ເມື່ອຮອດກາງເດືອນທັນວາ, ບັນດາໂບດຢູ່ຫລາຍແຂວງ, ນະຄອນ, ທ້ອງຖິ່ນຂອງຫວຽດນາມ ໄດ້ກະກຽມຕ້ອນຮັບວັນບຸນສຳຄັນຍິ່ງນີ້. ຕໍ່ໄປນີ້ແມ່ນບັນຍາກາດຕ້ອນຮັບວັນບຸນຄຼິດສະມາດ 2017 ທີ່ໂບດຕ່າງໆຢູ່ຮ່າໂນ້ຍ.
 |
| ເບື້ອງນອກຂອງໂມດ ຮ່າມລອງ |
 |
| ບໍລິເວນໃນໂບດກໍ່ໄດ້ຮັບການປະດັບປະດາຢ່າງສວຍງາມ |
 |
| ປະຕູເຂົ້າໂບດ |
 |
| ການເຄື່ອນໄຫວຕ່າງໆຢູ່ໂບດຍັງຄົງດຳເນີນເປັນປົກກະຕິໃນຊຸມມື້ນີ້. |
 |
| ທາງຫນ້າຂອງໂບດຮ່າມລອງ |
 |
| ໂມດໃຫຍ່ ຮ່າໂນ້ຍ ແມ່ນຫນຶ່ງໃນບັນດາໂບດທີ່ມີຊື່ສຽງຢູ່ຮ່າໂນ້ຍ. ເມື່ອວັນບຸນຄຼິດສະມາດວຽນມາ, ແຕ່ລະມື້ໂບດແຫ່ງນີ້ຕ້ອນຮັບນັກທ່ອງທ່ຽວນັບໝື່ນຄົນ |
 |
| ໃນບໍລິເວນໂບດ, ເຄື່ອງປະດັບປະດາໄດ້ວາງຂາຍຢູ່ບາງບ່ອນ, ເງິນເກັບມາໄດ້ແມ່ນເພື່ອຮັບໃຊ້ວຽກງານການກຸສົນ |
 |
| ຢູ່ໂບດເກື໋ອບັກ, ງານຕະຫລາດນັດວັນບຸນຄຼິດສະມາດຖືກຈັດຂຶ້ນກໍ່ໄດ້ດຶງດູດນັກທ່ອງທ່ຽວຢູ່ພາຍໃນ ແລະ ຕ່າງປະເທດມາຊົມເປັນຈຳນວນຫລວງຫລາຍ |
 |
| ບັນດາຮ້ານຂາຍເຄື່ອງປະດັບປະດາວັນບຸນຄຼິດສະມາດ ໄດ້ເຮັດໃຫ້ບັນຍາກາດວັນບຸນຄຼິດສະມາດຢູ່ທີ່ນີ້ເປັນເອກະລັກສະເພາະ. |
 |
| ສິ້ນສຸດງານຕະຫລາດນັດ ກໍ່ຮອດຈຸດເວລາກອງສິລະປະກອນຝືກແອບເພື່ອຮັບໃຊ້ວັນບຸນຄຼິດສະມາດ |
 |
| ຮູບປັ້ນເຈົ້າແມ່ ຢູ່ ໂບດເກື໋ອບັກ |
 |
| ຮູບຖ້ຳຫີນ Bethlehem |
 |
| ວັນບຸນຄຼິດສະມາດໄດ້ວຽນມາແລ້ວທ່າມກາງອາກາດຫນາວຢູ່ ຮ່າໂນ້ຍ. |
Tag:VOV / VOVworld / ວັນບຸນ ຄຼິດສະມາດ