Mediaຮັບຊົມບັນດາຮູບພາບແຫ່ງຄວາມອົບອຸ່ນຍາມບຸນເຕັດເມື່ອກ່ອນນີ້
ຮັບຊົມບັນດາຮູບພາບແຫ່ງຄວາມອົບອຸ່ນຍາມບຸນເຕັດເມື່ອກ່ອນນີ້
ວັນພະຫັດ, 11:47, 16/01/2020
VOV5
(VOVWORLD) -ບຸນເຕັດເມື່ອກ່ອນນີ້ແມ່ນລຽບງ່າຍແຕ່ເຕັມໄປດ້ວຍຄວາມອົບອຸ່ນທີ່ສຸດ. ອະນຸສອນກ່ຽວກັບບຸນເຕັດໃນສະໄໝເກື້ອກູນໄດ້ກາຍເປັນສ່ວນໜຶ່ງແຫ່ງຄວາມຊົງຈຳທີ່ບໍມີວັນຈະຈ່າງຫາຍໃນຄວາມນຶກຄິດຂອງບັນດາຜູ້ທີ່ໄດ້ຜ່ານໄລຍະເວລາດັ່ງກ່າວ.
ເມື່ອບຸນເຕັດວຽນມາ ໃນແຕ່ລະຄັ້ງ, ຊາວຫວຽດນາມຕ້ອນຮັບລະດູບານໃໝ່ພັດຄິດຮອດຄິດເຖິງບຸນເຕັດເມືອກ່ອນນີ້. ດ້ວຍກວັນໝາກໄມ້, ດອກຄາຍ, ດອກເໝີຍ, ເຂົ້າຕົ້ມໝູ, ແຜ່ນຄຳພະຫຍາ, ພາບແຕ້ມບຸນເຕັດ…ແຕ່ບັນຍາກາດຄຶກຄື້ນຂອງບຸນເຕັດເມື່ອກ່ອນນີ້ແລະບຸນເຕັດໃນປັດຈຸບັນມີຄວາມແຕກຕ່າງກັນຫຼາຍ.
 |
| ບຸນເຕັດເມື່ອກ່ອນນີ້, ກວັນໝາກໄມ້, ໜັງໝູໂພງ, ເຂົ້າຂຽບບາງ, ແປ້ງນົວ, ໝາກພິກໄທ, ຢາສູບ, ຊາ…ແມ່ນສິ່ງທີ່ຂາດບໍ່ໄດ້ໃນຍາມບຸນເຕັດ |
 |
| ຮ້ານຂາຍໝາກກະໂພກບຸນເຕັດ |
 |
| ພວກເດັກໃນຄາວນັ້ນຍາມໃດກໍ່ຖືກດຶງດູດໃຈໂດຍໝາກກະໂພກທີ່ຂາຍຢູ່ຮ້ານຂາຍເຄື່ອງເຊັ່ນນີ້ |
 |
| ບຸນເຕັດໃນສະໄໝເກື້ອກູນ |
 |
| ຕະຫຼາດບູນເຕັດເມື່ອກ່ອນນີ້ມີຄວາມຟ້າວຝັງໃນມື້ທ້າຍປີ |
 |
| ຮູບພາບບັນຍາກາດບຸນເຕັດຢູ່ຕະຫຼາດດົ່ງຊວັນເມື່ອກ່ອນນີ້ |
 |
| ຕະຫຼາດດອກໄມ້ໃນວັນບຸນເຕັດ |
 |
| ພາບແຕ້ມບຸນເຕັດ, ປະຕິທິນບຸນເຕັດ, ແຜ່ນຄຳພະຫຍາບຸນເຕັດຖືກວາງຂາຍຢູ່ແຄມ ທາງເພື່ອຂາຍໃຫ້ແກ່ແຂກຊື້ເມື່ອແຂວນ ໃຊ້ເປັນຂອງຂວັນໃຫ້ແກ່ຄອບຄົວ. |
 |
| ງ່າດອກຄາຍ, ຕົ້ນໝາກແປ້ນໃນຍາມບຸນເຕັດເມື່ອກອນນີ້ |
 |
| ຜູ້ແຕ້ມຕົວໜັງສືໃນຍາມບຸນເຕັດ |
 |
| ບັນຍາກາດບຸນເຕັດໄດ້ວຽນມາສູ່ເຂດບ້ານນາ |