Media

ຈັດສາກການເຂົ້າເຝົ້າເຈົ້າຊີວິດໃນວັນທີ 1 ຂອງບຸນເຕັດຄືນໃໝ່

ຈັດສາກການເຂົ້າເຝົ້າເຈົ້າຊີວິດໃນວັນທີ 1 ຂອງບຸນເຕັດຄືນໃໝ່

(VOVWORLD) -ຕອນເຊົ້າວັນທີ 02 ກຸມພາ (ກົງກັບວັນທີ 21 ເດືອນ 12 ໄລ່ຕາມຈັນທະປະຕິທິນຫວຽດນາມ), ສູນອະນຸລັກຮັກສາມໍລະດົກເຫ້ວໄດ້ຈັດສາກພິທີບຸນເຕັດສະໄໝລາຊະວົງ ຫງວຽນ.

ຫງວຽນດ໊ານ (ບຸນເຕັດ) ແມ່ນພິທີກຳງານບຸນສະໄໝລາຊະວົງຫງວຽນ, ໄດ້ຈັດຂຶ້ນໃນວັນທີ 1 ເດືອນຈຽງ (ໄລ່ຕາມຈັນທະປະຕິທິນ) ດ້ວຍພິທີກຳເຂົ້າເຝົ້າເຈົ້າຊີວິດ ຢູ່ວັງ ທ໊າຍຮ່ວາ ແລະ ເຂົ້າເຝົ້າເຈົ້າຊີວິດເປັນປະຈຳຢູ່ ວັງ ເກີ່ນແຈ໊ງ.
ໃນພິທີເຂົ້າເຝົ້າເຈົ້າຊີວິດ, ບັນດາເຈົ້າອາໝາດຈະສົ່ງສານອວຍພອນເຈົ້າຊີວິດ, ຕິດພັນກັບບັນດາລາຍການສະແດງດົນຕີໃຫຍ່.
ຫຼັງຈາກນັ້ນ, ເຈົ້າຊີວິດກັບຄືນວັງ ເກີ່ນແຈ໊ງ ເພື່ອສືບຕໍ່ປະຕິບັດພິທີກຳຂອງບຸນເຕັດ.
ຢູ່ທີ່ນີ້, ບັນດາເຈົ້າຊາຍຈະນົບໄຫວ້ອວຍພອນເຈົ້າຊີວິດ.
ຕໍ່ຈາກນັ້ນແມ່ນປະກາດຈັດພິທີງານລ້ຽງ…
ສຸດທ້າຍເຈົ້າຊີວິດປະກາດຈັດພິທີງານລ້ຽງຢູ່ວັງ ເກີນແຈ໊ງ ແລະ ຕາວູ, ຮຶວວູ…
ສູນອະນຸລັກຮັກສາມໍລະດົກກຸງເກົ່າເຫ້ວ ຈະຈັດສາກພິທີ ຫງວຽນດ໊ານ ໃນສະໄໝ ຫງວຽນ
ບາງພາບຖ່າຍກ່ຽວກັບພິທີກຳນີ້…

This site is protected by reCAPTCHA and the Google Privacy Policy and Terms of Service apply.