Media

ດອກໄມ້ເບັ່ງບານນາໆສີໃນລະດູຮ້ອນຢູ່ ຮ່າໂນ້ຍ

ດອກໄມ້ເບັ່ງບານນາໆສີໃນລະດູຮ້ອນຢູ່ ຮ່າໂນ້ຍ

(VOVWORLD) -ເມື່ອລະດູຮ້ອນວຽນມາ, ດອກໄມ້ຫລາຍຊະນິດຕາມຖະຫນົນສາຍຕ່າງໆຢູ່ນະຄອນຫລວງ ຮ່າໂນ້ຍ ໄດ້ເບັ່ງບານນາໆສີ. ສີແດງຂອງດອກຝາງແດງ, ສີເຫລືອງຂອງດອກຄຸນ ຫລື ສີອິດຂອງດອກກາເລົາ…

ສີອິດ ຂອງດອກກາເລົາ ຕາມຖະຫນົນສາຍຕ່າງໆຢູ່ຮ່າໂນ້ຍ
ດອກກາເລົາ ຢູ່ຖະຫນົນ ກີມໝ໋າ, ຮ່າໂນ້ຍ
ເມື່ອລະດູຮ້ອນວຽນມາ, ດອກຝາງແດງເບັ່ງບານອອກ

ນອກນັ້ນ ຍັງມີດອກໄມ້ຫລາຍຊະນິດໄດ້ປະກອບສ່ວນເຮັດໃຫ້ທັດສະນີຍະພາບຢູ່ນະຄອນຫລວງ ຮ່າໂນ້ຍ ຍິ່ງຈັບອົກຈັບໃຈ

ດອກຄູນ ຖືກປູກຕາມຖະຫນົນສາຍຕ່າງໆຢູ່ ຮ່າໂນ້ຍ ຄື: ເລຈ້ອງເຕີນ, ຫງວຽນດີງທີ, ລາກລອງກວັນ ແລະ ບໍລິເວນຫນອງ ໂຮ່ໄຕ. ນີ້ແມ່ນຕົ້ນໄມ້ໃຫ້ດອກໄມ້ ແລະ ຮົ່ມໄມ້. ຕົ້ນໄມ້ຊະນິດນີ້ມີລວງສູງສະເລ່ຍ 10 ແມັດ.


This site is protected by reCAPTCHA and the Google Privacy Policy and Terms of Service apply.