Mediaດົນຕີປະສານສຽງສາກົນ 2017 ໂດຍມີການເຂົ້າຮ່ວມຂອງນັກສິລະປິນ 1.000 ກວ່າຄົນທີ່ມາຈາກ 10 ປະເທດແລະເຂດແຄ້ວນໃນໂລ
ດົນຕີປະສານສຽງສາກົນ 2017 ໂດຍມີການເຂົ້າຮ່ວມຂອງນັກສິລະປິນ 1.000 ກວ່າຄົນທີ່ມາຈາກ 10 ປະເທດແລະເຂດແຄ້ວນໃນໂລ
ວັນສຸກ, 08:00, 09/06/2017
Lan Anh
(VOVWORLD) -ໂດຍນອນໃນບັນດາການເຄື່ອນໄຫວຂອງ Festival ມໍລະດົກ ກວາງນາມ ຄັ້ງທີ 6 ປີ 2017, ການເສັງດົນຕີປະສານສຽງສາກົນຄັ້ງທີ 5 ຢູ່ຫວຽດນາມ ແລະ ຄັ້ງທີ 4 ຢູ່ໂຮ້ຍອານ ຖືກດຳເນີນໃນລະຫວ່າງວັນທີ 07 – 10 ມິຖຸນາ. ງານປະກວດດົນຕີປະສານສຽງສາກົນ ແມ່ນການເຄື່ອນໄຫວມີຄວາມໝາຍສຳຄັນໃນການໂຄສະນາບັນດາຄຸນຄ່າມໍລະດົກ, ວັດທະນະທຳ, ສິລະປະ ແລະ ຄວາມສາມາດບົ່ມຊ້ອນດ້ານການທ່ອງທ່ຽວຂອງໂຮ້້ຍອານ, ແຂວງກວາງນາມ ເຖິງນັກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ.
 |
| ພວກນ້ອງນ້ອຍເປີດຊາກໃຫ້ລາຍການດົນຕີປະສານສຽງ |
 |
| ບັນດາວາດຟ້ອນເພງພື້ນເມືອງ |
 |
| ນັກສິລະປິນ 1.000 ກວ່າຄົນ, ສັງກັດ 32 ກອງສິລະປະທີ່ມາຈາກ 10 ປະເທດ ແລະ ເຂດແຄ້ວນໃນໂລກ ໄດ້ເຕົ້າໂຮມຢູ່ໂຮ້ຍອານ ເພື່ອເຂົ້າຮ່ວມງານປະກວດ |
 |
| ກ່າວຄຳເຫັນທີ່ພິທີໄຂ, ທ່ານ ເລວັນແທງ, ຮອງປະທານຄະນະກຳມະການແຂວງກວາງນາມ, ຖືວ່າ, ການເສັງຈະນຳມາໃຫ້ຜູ້ຊົມ ແລະ ນັກທ່ອງທ່ຽວຢູ່ພາຍໃນ ແລະ ຕ່າງປະເທດ ບັນດາລາຍການທີ່ດູດດື່ມ, ມີຈຸດທີ່ເປັນເອກະລັກສະເພາະພິເສດຂອງບັນດາປະເທດ. |
 |
| ລາຍການໜຶ່ງຂອງກອງດົນຕີປະສານສຽງຫວຽດນາມ |
 |
| ກອງດົນຕີປະສານສຽງ ຟິລິບປິນ ສະແດງໃນຄ່ຳຄືນໄຂລາຍການເພງພື້ນເມືອງທີ່ມ່ວນຊື່ນ |
 |
| ງານປະກວດຄັ້ງນີ້ຈະນັບມື້ນັບຮັດແໜ້ນຄວາມສາມັກຄີນ້ຳໃຈມິດຕະພາບ, ເຊື່ອມຕໍ່ລະຫວ່າງໂຮ້ຍອານ, ກວາງນາມ ກັບບັນດາທ້ອງຖິ່ນຢູ່ພາຍໃນ ແລະ ຕ່າງປະເທດ. |
 |
| ການຕ້ອນຮັບແຂກຂອງປະເທດເຈົ້າພາບຫວຽດນາມ ໄດ້ນຳມາເຊິ່ງຄວາມຮູ້ສຶກໃກ້ສິດສະໜິດສະໜົມໃຫ້ແກ່ບັນດານັກສິລະປິນເຂົ້າຮ່ວມລາຍການດົນຕີປະສານສຽງ. |
 |
| ງານປະກວດດົນຕີປະສານສຽງສາກົນຫວຽດນາມ ຄັ້ງທີ 6, ໂຮ້ຍອານ ແມ່ນແຫ່ງເພື່ອໃຫ້ປະຊາຊົນຮັບຟັງບັນດາທຳນອງເພງມ່ວນຊື່ນ. |
Tag:VOV / VOVworld / ປະສານສຽງ