Media

ເມືອງເອກດອກໄມ້ໃຫຍ່ທີ່ສຸດຢູ່ທາງທິດຕາເວັນຕົກພາກໃຕ້ ຫວຽດນາມ ກະກຽມຕ້ອນຮັບບຸນເຕັດ

ເມືອງເອກດອກໄມ້ໃຫຍ່ທີ່ສຸດຢູ່ທາງທິດຕາເວັນຕົກພາກໃຕ້ ຫວຽດນາມ ກະກຽມຕ້ອນຮັບບຸນເຕັດ

(VOVWORLD) - ໝູ່ບ້ານດອກໄມ້ ຊາແດກ, ເຊິ່ງເປັນເມືອງເອກດອກໄມ້ໃຫຍ່ທີ່ສຸດຢູ່ທາງ ທິດຕາເວັນຕົກພາກໃຕ້ ຫວຽດນາມ ໄດ້ເລີ່ມເຂົ້າລະດູກະກຽມດອກໄມ້ໃຫ້ວັນບຸນເຕັດ, ດ້ວຍດອກໄມ້ຫຼາຍສີສັນ, ບັນຍາກາດອຶກກະທຶກຄືກຄື້ນ, ດຶງດູດແຂກມາຢ້ຽມຊົມເປັນຈຳນນວນຫຼາຍ.

ໃນຊຸມມື້ນີ້, ບັນຍາກາດຂອງລະດູບານໃໝ່ໄດ້ເລີ່ມປະກົດຂຶ້ນຢູ່ໝູ່ບ້ານດອກໄມ້ ຊາແດກ (ດົ່ງທາບ). ໂດຍມີຄວາມແຕກຕ່າງກັນກັບຈຸດເວລາໃກ້ຈະຮອດບຸນເຕັດທີ່ມີຜູ້ຄົນມາແວ່ເປັນຈຳນວນຫວງຫຼາຍ, ຍາມດອກໄມ້ຕົ້ນລະດູຂອງບຸນເຕັດຢູ່ ຊາແດກ ໄດ້ນຳມາເຊິ່ງຄວາມງາມທີ່ອ່ອນຊ້ອຍກວ່າ.
ດອກໄມ້ຍັງບໍ່ທັນບານໝົດ, ແຕ່ສີສັນຫຼາກຫຼາຍໄດ້ສ້າງເປັນຮູບພາບສະເພາະຂອງໝູ່ບ້ານດອກໄມ້ເຂດແມ່ນ້ຳລຳເຊ.
ຮູບທຸງແດງດາວເຫຼືອງ ແລະ ຫົວໃຈໄດ້ສ້າງຈາກບັນດາໂຖດອກໄມ້ ຊາແດກ, ຕັ້ງຢູ່ໃຈກາງຂອງໝູ່ບ້ານດອກໄມ້.
ປະຊາຊົນ ຊາແດກ ບົວລະບັດຕົ້ນໄມ້, ກະກຽມໃຫ້ແກ່ບຸນເຕັດ.
ຄາດວ່າ ປະລິມານໂຖດອກໄມ້ສະໜອງໃຫ້ຕະຫຼາດດອກໄມ້ບຸນເຕັດ 2026 ບັນລຸປະມານ 1,3 – 1,4 ລ້ານໂຖ
ປະຈຸບັນ, ໝູ່ບ້ານດອກໄມ້ ຊາແດກ ມີ 4.000 ຄອບຄົວປູກດອກໄມ້, ຜະລິດໂຖດອກໄມ້ ດ້ວຍເນື້ອທີ່ເກືອບ 1.000 ເຮັກຕາ.
ແຂກທ່ອງທ່ຽວຖ່າຍຮູບພ້ອມກັບດອກໄມ້ຮູບຫົວໃຈ ຊາແດກ.
ຖ້າໃກ້ຈະຮອດບຸນເຕັດ ແມ່ນເວລາໝູ່ບ້ານ ຊາແດກ ສວຍງາມ ແລະ ຟົດຟື້ນທີ່ສຸດນັ້ນ, ຍາມຕົ້ນລະດູດອກໄມ້ຂອງບຸນເຕັດ ພັດມີຄວາມງາມອ່ອນຊອຍກວ່າ. ດອກໄມ້ພວມພັດທະນາແຕ່ລະມື້, ລໍຖ້າເບັນບານໃນໂອກາດບຸນເຕັດ.

This site is protected by reCAPTCHA and the Google Privacy Policy and Terms of Service apply.