Mediaໝູ່ກັງຈາຍຍາມນ້ຳໄຫຼ, ຄວາມງາມຂອງຮູບພາບຫຼາກຫຼາຍສີສັນ
ໝູ່ກັງຈາຍຍາມນ້ຳໄຫຼ, ຄວາມງາມຂອງຮູບພາບຫຼາກຫຼາຍສີສັນ
ວັນເສົາ, 17:08, 17/06/2017
ນັກຂ່າວ, ເພື່ອນຮ່ວມງານ ໂງແທງຫາຍ
(VOVWORLD) - ເມື່ອເວົ້າເຖິງໝູ່ກັງຈາຍ, ແຕ່ລະຄົນທີ່ເມົາມົວກັບການທ່ອງທ່ຽວ, ມັກຄົ້ນ ຫານັ້ນ ກໍເລີຍຄິດເຖິງທັດສະນີຍະພາບສີເຫຼືອງອາຮາມຂອງເນື້ອທີ່ນາຂັ້ນໄດທີ່ກ້ວາງໃຫຍ່ໄພສານ, ສະຫຼັບຊັບຊ້ອນ. ແຕ່ເມື່ອໄປໝູ່ກັງຈາຍໃນຍາມນ້ຳໄຫຼມາຮັບໃຊ້ການປັກດຳ, ບັນດາເພື່ອນຈະຕົກສະເງີ້ຕໍ່ໜ້າຄວາມງາມຂອງຮູບພາບຫຼາກຫຼາຍສີສັນ. ສີຂອງດິນ, ສີຂອງນາປະສານກັບສີຂອງພູຜາປ່າໄມ້ ແລະ ການດຳລົງຊີວິດ ອັນໄດ້ສ້າງຄວາມງາມຂອງສິ່ງທີ່ມະຫັດສະຈັນ, ມີລັກສະນະເພິ່ນຈິດໃນທ່າມກາງຄວາມລຽບງ່າຍ, ຮົກເຮື້ອວ່າງເປົ່າ.
 |
| 1. ບັນດາເນື້ອທີ່ເຂົ້ານາທາມໃນທ່າມກາງແສງແດດຍາມສາຍັນ. ມາຢ້ຽມຢາມໝູ່ກັງຈາຍຍາມປັກດຳເພື່ອຮັບຊົມພາບພົດທີ່ງົດງາມດັ່ງໃນຝັນຢູ່ເຂດພູດອຍ. |
 |
| ສີຂຽວຍາມໃດກໍແມ່ນສີສັນແຫ່ງພະລັງຊີວິດ, ຄວາມເຊື່ອໝັ້ນ ແລະ ປາດຖະໜາເມື່ອກ້າວເຂົ້າສູ່ລະດູການຜະລິດໃໝ່. |
 |
| ສີສັນຫຼາກຫຼາຍຢູ່ຮອມພູກາວຟ້າໃນຍາມປັກດຳ. |
 |
| ຊາວເຜົ່າມົ້ງດຸໝັ້ນອອກແຮງງານຢູ່ຕາມເນື້ອທີ່ນາຂັ້ນໄດ |
 |
| ຊາວກະສີກອນ ກັບຄືນບ້ານພາຍຫຼັງອອກແຮງງານດ້ວຍຄວາມອິດເມື່ອຍ |
 |
| ດວງຕາເວັນອອກໃນບ້ານລິມມົ້ງ |
 |
| ດວງຕາເວັນຄ່ອຍເລື່ອນຂຶ້ນ, ເລີ່ມຕົ້ນມື້ໃໝ່ບົນເນື້ອທີ່ນາຂຽວອຸ່ມທຸ່ມ. |
 |
| ຄວາມມີສະເໜ່ຂອງເດັກເຂດພູສູງ. |
 |
| ທົ່ງນາພວມລໍ່ຖ້າການລົງມືອອກແຮງງານຂອງມະນຸດ. |
 |
| ບັນດາເນື້ອທີ່ນາທີ່ພວມເປີດສາກໃຫ້ແກ່ພະລັງຊີວິດ, ຄວາມຫວັງຕໍ່ລະດູການຜະລິດໃໝ່ |
 |
| ຊາວກະສີກອນເຜົ່າມົ້ງລົງນາຍາມປັກດຳ. |
 |
| ລະດູການຜະລິດໃໝ່ໄດ້ເລີ່ມຂຶ້ນ. |
 |
| ທົ່ງນາແຫ້ງແລ້ງພວມຄ່ອຍຖ້ານ້ຳໄຫຼມາ. |
 |
| ຄວາມງາມຂອງສີສັນຫຼາກຫຼາຍ |
 |
| ທັດສະນີຍະພາບບ້ານລິມມົ້ງ ຍາມນ້ຳໄຫຼມາຮັບໃຊ້ການປັກດຳ. |
 |
| ຮ່ອມພູກາວຟ້າມີນ້ຳໄຫຼມາໂດຍຫຼຽວເບິ່ງຈາກຍອດກີ່ວເຂົາຟ້າ. |
 |
| ນ້ຳໄຫຼມາເຕັມທົ່ງນາໃນທ່າມກາງແສງແດດໃນຕອນທ່ຽງ. |
 |
| ທົ່ງໄຮ່ຍາມສາຍັນ. |
 |
| ຄວາມເບີກບານມ່ວນຊື່ນຂອງເດັກໃນລະດູການຜະລິດເຂົ້າ. |