Media“ຂ້າມພາຍຸ” - ງານວາງສະແດງຮຽກຮ້ອງໃຫ້ຕ້ານ ການໃຊ້ຄວາມຮຸນແຮງທາງເພດຢູ່ຫວຽດນາມ
“ຂ້າມພາຍຸ” - ງານວາງສະແດງຮຽກຮ້ອງໃຫ້ຕ້ານ ການໃຊ້ຄວາມຮຸນແຮງທາງເພດຢູ່ຫວຽດນາມ
ວັນອາທິດ, 17:26, 19/11/2017
Quan Huy
(VOVWORLD) - “ຂ້າມພາຍຸ” ແມ່ນຫົວເລື່ອງຂອງງານວາງສະແດງສິລະປະຍຸກປະຈຸບັນ ທີ່ມີລັກສະນະວັດທະນະທຳມະນຸດ. ນີ້ແມ່ນການເຄື່ອນໄຫວຕອບສະໜອງວັນສາກົນລົບລ້າງການໃຊ້ຄວາມຮຸນແຮງສຳລັບແມ່ຍິງ ແລະ ເດັກສາວ ຄືວັນທີ 25 ພະຈິກໂດຍສູນຄົ້ນຄ້ວາ ແລະ ນຳໃຊ້ວິທະຍາສາດກ່ຽວກັບເພດ-ຄອບຄົວ-ແມ່ຍິງ ແລະ ຜູ້ບໍ່ເຖິງກະສຽນອາຍຸ(CSAGA) ຈັດຕັ້ງຂຶ້ນ.
 |
| “ຂ້າມພາຍຸ” ແມ່ນງານວາງສະແດງສິລະປະຍຸກປະຈຸບັນ ທີ່ເຂັ້ມຂົ້ນໄປດ້ວຍລັກສະນະວັດທະນະທຳມະນຸດໂດຍ CSAGA ແລະ ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ, ສະຖານທູດໂຮນລັງປະຈຳຫວຽດນາມ, ອົງການຮ່ວມມືສາກົນແຫ່ງ ສ.ເກົາຫຼີ ພ້ອມກັບສິລະປິນ ບີງດັ້ງ ແລະ ຢຸຍລີສົມທົບກັນຈັດຕັ້ງຂຶ້ນ. |
 |
| ນີ້ແມ່ນງານວາງສະແດງທີ່ເປັນເອກະລັກລະຫວ່າງພາບສຽງ, ແສງສະຫວ່າງ ແລະ ໄມ້ໄຜ່. |
 |
| ຈົດໝາຍສະບັບຕ່າງໆທີ່ຂຽນດ້ວຍສໍ ຖືກສສະແດງໃຕ້ແສງສະຫວ່າງ, ເສື້ອກັນຝົນ ແລະ ກຸບທີ່ພິເສດສະເພາະ |
 |
| ງານວາງສະແດງຖືກວາດພາບຄືດັ່ງຕະຫຼາດນັດ ປະກອບດ້ວຍ 20 ຮ້ານວາງສະແດງ ທີ່ເຕັມໄປດ້ວຍຄວາມທຸກ, ຄວາມສຸກ ແລະ ຄວາມເຈັບແສບຂອງບັນດາຜູ້ເປັນແມ່ຍິງ. |
 |
| ດ້ວຍງານວາງສະແດງຄັ້ງນີ້, ບັນດາເລື່ອງລາວທີ່ມີຄວາມສຸກ, ຄວາມທຸກໄດ້ຖືກບັນທຶກໂດຍແມ່ຍິງ 20 ຄົນເຄີຍຖືກໃຊ້ຄວາມຮຸນແຮງ ແລະ ໃນແຕ່ວັນເຂົາເຈົ້ານຍັງຄົງລຳບາກດ້ວຍການຫາບຜັກ, ປາໄປເລາະຂາຍຢູ່ຕະຫຼາດບ້າຍດ້າ(ເຊີນໄຕ, ຮ່າໂນ້ຍ) ຈະເຖິງແນະນຳຕໍ່ມວນຊົນ. |
 |
| ທ່ານນາງ ຫງວຽນວັນແອງ, ຜູ້ອຳນວຍການ CSAGA ໃຫ້ຮູ້ວ່າ ໃນຫຼາຍປີທີ່ຜ່ານມາ, CSAGA ໄດ້ຮ່ວມເດີນທາງພ້ອມກັບແມ່ຍິງຫວຽດນາມໂດຍຜ່ານການເຄື່ອນໄຫວຕ່າງໆ ອັນໄດ້ຊ່ວຍເຂົາເຈົ້າຜ່ານຜ່າຄວາມຫຍຸ້ງຍາກ, ສະພາບການໃຊ້ຄວາມຮຸນແຮງເພື່ອບືນຕົວຂຶ້ນໃນຊີວິດຂອງຕົນ. |
 |
| ງານວາງສະແດງໄດ້ດຶງດູດແຂກທ່ອງທ່ຽວມາຢ້ຽມຊົມຢ່າງຫຼວງຫຼາຍ |
 |
| ຕະຫຼາດບ້າຍດ້າ ຊຶ່ງແມ່ນຕະຫຼາດເຂດບ້ານນາ ໄດ້ຮັບເລືອກເປັນເຂດຈຸດສຸມຂອງໂຄງການ. ປະຈຸບັນ, ຕະຫຼາດໄດ້ມີຕູ້ເອກະສານ, ຂໍ້ມູນກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍ, ການໃຊ້ຄວາມຮຸນແຮງທາງເພດ. |
 |
| ຜູ້ຄົນໄປຕະຫຼາດບໍ່ພຽງແຕ່ເພື່ອຊື້ຂາຍເຄື່ອງເທົ່ານັ້ນ ຫາກຍັງໄດ້ຮັບຂໍ້ມູນຂ່າວສານທີ່ດີສຳລັບຄອບຄົວຕົນເອງອີກດ້ວຍ. |
 |
| ແຂກມາຢ້ຽມຊົມຍັງໄດ້ຮັບຊົມບັນດາຮູບເງົາເອກະສານກ່ຽວກັບຊີວິດຂອງບັນດາບຸກຄົນຢູ່ນີ້. |
 |
| ປະຈຸບັນ, ຫວຽດນາມໄດ້ມີຫຼາຍຮູບແບບກ່ຽວກັບການຕ້ານການໃຊ້ຄວາມຮຸນແຮງທາງເພດໄດ້ຮັບການຜັນຂະຫຍາຍ ແລະ ໄດ້ນຳມາເຊິ່ງບັນດາໝາກຜົນໃນເບື້ອງຕົ້ນ. ໃນນັ້ນ ພວກເຮົາພວມເລັ່ງໃສ່ມາດຕະການສື່ສານໃນວົງຄະນະຍາດເພື່ອໃຫ້ທຸກໆຄົນຮູ້ຈັກວ່າ ການໃຊ້ຄວາມຮຸນແຮງບໍ່ພຽງແຕ່ແມ່ນບັນຫາສະເພາະຂອງໃຜຂອງລາວເທົ່ານັ້ນ, ຫາກຍັງແມ່ນບັນຫາຂອງທົ່ວສັງຄົມອີກດ້ວຍ |