Media

ຄົ້ນຫາໝູ່ບ້ານບູຮານ ທຽນເຮືອງ, ຮ່າຢາງ

ຄົ້ນຫາໝູ່ບ້ານບູຮານ ທຽນເຮືອງ, ຮ່າຢາງ

(VOVWORLD) - ໝູ່ບ້ານບູຮານ ທຽນເຮືອງ ຂຶ້ນກັບເມືອງ ດົ່ງວັນ, ແຂວງ ຮ່າຢາງ ແມ່ນໜຶ່ງໃນບັນດາສະຖານທີ່ທ່ອງທ່ຽວມີຊື່ສຽງ ເຊິ່ງແຂກທ່ອງທ່ຽວຫຼາຍຄົນມັກມາຄົ້ນຫາເມື່ອມາຢ້ຽມຢາມເຂດດິນແດນຕອນເໜືອສຸດຂອງປະເທດ ຫວຽດນາມ ນີ້.

ໂດຍນອນຢູ່ຫ່າງຈາກໃຈກາງເທດສະບານ ດົ່ງວັນ ປະມານ 7 ກມ, ເຂດໝູ່ບ້ານບູຮານ ທຽນເຮືອງ ມີອາຍຸກວ່າ 100 ປີ ໄດ້ສ້າງຄວາມດຶງດູດແຂກທ່ອງທ່ຽວ ຍ້ອນຄວາມງາມທີີ່ຄົງຕົວກັບການເວລາ.
(ພາບ: vietnamnet.vn)
(ພາບ: toquoc.vn)
ບັນດາຫຼັງຄາເຮືອນບູຮານມີອາຍຸກວ່າ 100 ປີ.
(ພາບ: toquoc.vn)
ເຮືອນແຕ່ລະຫຼັງໄດ້ອອກແບບກໍ່ສ້າງຕາມສະຖາປັດຕະຍາກຳບູຮານ.
(ພາບ: toquoc.vn)
ເຮືອນລວມມີ 2 ຫ້ອງ, ຫ້ອງເທິງເພື່ອວາງເຄື່ອງຂອງ, ຫ້ອງລຸ່ມແມ່ນເຮືອນຄົວ ແລະ ດຳເນີນຊີວິດ.
(ພາບ: toquoc.vn)
ຢູ່ອ້ອມເຮືອນມີກຳແພງເຮັດດ້ວຍຫີນ.
ໝູ່ບ້ານ ທຽນເຮືອງ ແມ່ນບ່ອນຢູ່ອາໄສຂອງພໍ່ແມ່ປະຊາຊົນຊາວເຜົ່າ ໄຕ່.
(ພາບ: toquoc.vn)
ພວກເດັກນ້ອຍໄດ້ແບກຫຍ້າ, ງ່າໄມ້ແຫ້ງກັບເມືອບ້ານ.
(ພາບ: vietnamnet.vn)
ພວກເດັກນ້ອຍລະຫຼີ້ນຢູ່ທາງເຂົ້າບ້ານ.
(ພາບ: vietnamnet.vn)
ໃນຊຸມປີມໍ່ໆມານີ້, ມີແຂກທ່ອງທ່ຽວຫຼາຍຄົນທີ່ມັກຮັກການຄົ້ນຫາ ໄດ້ມາຢ້ຽມຢາມໝູ່ບ້ານບູຮານນີ້.
(ພາບ: toquoc.vn)
ບັນດາແຂກທ່ອງທ່ຽວໄດ້ຮັບປະທານບັນດາເຍື່ອງອາຫານເມື່ອມາຢ້ຽມຢາມໝູ່ບ້ານ ທຽນເຮືອງ.
(ພາບ: vietnamnet.vn)
(ພາບ: vietnamnet.vn)
ໝູ່ບ້ານບູຮານ ທຽນເຮືອງ ໄດ້ກາຍເປັນສະຖານທີ່ດຶງດູດແຂກທ່ອງທ່ຽວທີ່ມາຈາກທົ່ວທຸກສາລະທິດ.
(ພາບ: vietnamnet.vn)

This site is protected by reCAPTCHA and the Google Privacy Policy and Terms of Service apply.