Mediaຄວາມເປັນເອກະລັກໃນບຸນຊີງໝາກເກົາໃນບ້ານເວີນ
ຄວາມເປັນເອກະລັກໃນບຸນຊີງໝາກເກົາໃນບ້ານເວີນ
ວັນເສົາ, 20:02, 02/06/2018
Nguyễn Học- Phan Huy
(VOVWORLD) - ບ້ານເວີນ ທີ່ຂຶ້ນກັບຕາແສງເວີນຮ່າ, ເມືອງຫວຽດອຽນ, ແຂວງ ບັກຢາງ ຕັ້ງຢູ່ແຄມແມ່ນນ້ຳເກົາທີ່ສວຍງາມ. ບຸນຊີງໝາກເກົາໃນບ້ານເວີນ ເພື່ອອາໄລຫາຄຸນງາມຄວາມດີຂອງພະອໍລະຫັນ ຕາມຢາງ ແລະ ກໍແມ່ນຮູບການບູຊາ ດວງອາທິດ, ມີຄວາມໝາຍແມ່ນຮູບການພາວະນາໃຫ້ດິນຟ້າອາກາດເອື້ອອຳນວຍຄວາມສະດວກ, ລະດູການຜະລິດໄດ້ຮັບຜົນດີ. ບຸນຊີງໝາກເກົາບ້ານເວີນ ຖືກຈັດຂຶ້ນ 4 ປີໃດເທື່ອໜຶ່ງ, ໃນ 3 ວັນ ແຕ່ວັນທີ 12 ຫາ 14 ເດືອນ 4 ໄລ່ຕາມຈັນທະປະຕິທິນ, ອັນໄດ້ດຶງດູດແຂກທ່ອງທ່ຽວສາລະທິດມາເຂົ້າຮ່ວມຢ່າງຫຼວງຫຼາຍ.
 |
| ເດີນຕົມເພື່ອດຳເນີນການແຂ່ງຂັນໂດຍຄົນລຸ່ນກ່ອນໆໄດ້ກໍ່ສ້າງແຕ່ຮ້ອຍປີມານີ້, ກ້ວາງປະມານ 200 ຕາແມັດ, ຖືກຂຸດ 2 ຮູກ້ວາງ 40 ຊັງຕີແມັດ ແລະ ເລິກ 80 ຊັງຕີແມັດຢູ່ຕາມ 2 ເບື້ອງຂອງເດີນ. |
 |
| ນັບແຕ່ເຊົ້າໆ, ກໍໄດ້ສູບນ້ຳເຂົ້າເພື່ອໃຫ້ດິນ ແລະ ຕົມແລກ |
 |
| ຄະນະຈັດຕັ້ງມີຄວາມເປັນຫ່ວງຕໍ່ວຽກງານຈັດຕັ້ງງານບຸນໃຫ້ມີຄວາມປອດໄພ ແລະ ດຳເນີນໄປດ້ວຍດີ. |
 |
| ກ່ອນທີ່ກ້າວສູ່ການແຂ່ງຂັນ, 2 ທິມທຳພິທີກຳ ຕໍ່ໜ້າວິຫານ ພະອໍລະຫັນ, ດື່ມເຫຼົ້າບ້ານເວີນເພື່ອເພີ່ມກຳລັງໃຈໃນການແຂ່ງຂັນ. |
 |
| ໝາກເກົາ ຖືກເຮັດດ້ວຍໄມ້ໝາກມີ້ ໂດຍຄົນລຸ່ນກ່ອນໆປະໄວ້ໃຫ້, ພວມຖືກວາງຢູ່ທີ່ເຄັ່ງຂຶມຕໍ່ໜ້າວິຫານ. |
 |
| ກ່ອນທີ່ເຂົ້າສູ່ການແຂ່ງຂັນ, 2 ທິມທຳພິທີບູຊາ ທີ່ມີລັກສະນະການສະແດງຢູ່ໜ້າວິຫານ ພະອໍລະຫັນ. |
 |
| ມີ 2 ທິມແຂ່ງຂັນ, ແຕ່ລະທິມມີນັກກິລາ 8 ຄົນ. ຖ້າຫາກທິມໃດນຳເອົາໝາກເກົາເຂົ້າຮູໃນເດີນຂອງຄູ່ແຂ່ງຂັນ, ກໍແມ່ນວ່າ ໄດ້ຮັບໄຊຊະນະ. |
 |
| ເວລາພັກຜ່ອນຂອງບັນດານັກກິລາ. |
 |
| ເກີດກໍລະນີພິເສດໃນນັດແຂ່ງຂັນ. ໝາກເກົາຕົກລົງຈາກມື, ເຮັດໃຫ້ຄວາມພະຍາຍາມຂອງນັກກິລາສູນຫາຍໄປ. |
 |
| ເມື່ອ ໝາກເກົາຕົກລົງດິນຕົມ, ບັນດານັກກິລາຕ້ອງເຮັດຈັ່ງຫວະຍົກໝາກເກົາຂຶ້ນ, ແລ້ວຈຶ່ງເອົາ ໝາກເກົາລົງເພື່ອຊີງເອົາໝາກເກົາຈາກກັນ. |
 |
| ຮູບພາບທີ່ຈັບໃຈໃນການແຂ່ງຂັນຍາມສາຍັນ. ຕາມປະເພນີຂອງທ້ອງຖິ່ນ, ການແຂ່ງຂັນດຳເນີນໃນຕອນບ່າຍເທົ່ານັ້ນ. |
 |
| ບຸນຊີງໝາກເກົາໄດ້ດຶງດູດການເຂົ້າຮ່ວມຂອງນັກຂ່າວ, ນັກຖ່າຍຮູບຢູ່ທຸກຫົນແຫ່ງໃນທົ່ວປະເທດ. |
Tag:VOV / VOVworld / ການແຂ່ງຂັນ