Media

ຄວາມຕື້ນຕັນໃຈໃນຈຸດເວລາອັດສົກຮຽນຂອງພວກນັກຮຽນຫ້ອງມໍ7

ຄວາມຕື້ນຕັນໃຈໃນຈຸດເວລາອັດສົກຮຽນຂອງພວກນັກຮຽນຫ້ອງມໍ7

(VOVWORLD) -ເນື່ອງຈາກການພັກຮຽນຍ້ອນຖືກແຍກຫ່າງໃນສັງຄົມເພື່ອປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19, ດັ່ງນັ້ນສົກຮຽນ 2019 – 2020 ຢູ່ບັນດາໂຮງຮຽນກໍ່ລ້ວນແຕ່ແກ່ຍາວກ່ວາ 1 ເດືອນເມື່ອທຽບໃສ່ສົກຮຽນກ່ອນໆ. ໃນກາງເດືອນກໍລະກົດ,ບັນດາໂຮງຮຽນມັດທະຍົມຕອນປາຍຢູ່ຮ່າໂນ້ຍຈຶ່ງຈັດຕັ້ງພິທີອັດສົກຮຽນ.

ນັບແຕ່ຮຸ່ງເຊົ້າພວກນ້ອງນັກຮຽນໄດ້ມີໜ້າຢູ່ໂຮງຮຽນດ້ວຍຊຸດເຄື່ອງແບບເສື້ອຍາວສີຂາວທີ່ສວຍງາມ
ພິທີອັດສົກຮຽນໄດ້ຖືກຈັດຂຶ້ນຢ່າງສົມກຽດດ້ວຍການເຄື່ອນໄຫວຫຼາຍຢ່າງ ຄືລາຍການສະແດງສີລະປະວັນນະຄະດີ, ການພົບປະແລກປ່ຽນແບ່ງປັນຄວາມຮູ້ສຶກລະຫວ່າງຄູ່ອາຈານແລະນັກຮຽນ,ຖ່າຍຮູບເປັນທີ່ລະນຶກ.

  ໂດຍມີຄວາມແຕກຕ່າງກັບຮູບພາບເບີກບານມ່ວນຊື່ນ, ຂີ້ດື້ໃນແຕ່ລະວັນ, ສະເພາະມື້ນີ້ພວກນ້ອງນັກຮຽນຫ້ອງມໍ 7 ເບິ່ງຄືວ່າ ມີຄວາມມິດງຽບກ່ວາ

ມີນັກຮຽນຫຼາຍຄົນບໍ່ສາມາດອົດກັ້ນນ້ຳຕາຕົກໃນຈຸດເວລາສຸດທ້າຍຂອງຊີວິດເປັນນັກຮຽນ
ນັກຮຽນ ແລະ ຄູ່ອາຈານທຸກໆຄົນຕ່າງກໍ່ຢາກຮັກສາຈຸດເວລາທີ່ປະເສີດເລີດລ້ຳນີ້
ພວກນັກຮຽນຟ້າວຂຽນແຖວຕົວໜັງສືເປັນທີ່ລະນຶກ
ບັນດາຄຳອວຍພອນ, ຄຳໝັ້ນໝາຍແລະນັດກັນຈະພົບກັນໃໝ່ໃນພາຍພາກໜ້າ
ຈຸດເວລາຄິດຮອດ, ຄິດເຖິງໂຮງຮຽນທີ່ໄດ້ຜູກພັນໃນຕະຫຼອດຊີວິດເປັນນັກຮຽນ
ຢູ່ເດີນໂຮງຮຽນ ຫວຽດນາມ- ເຢຍລະມັນ ມີຜ້າກັ້ງ ຂະໜາດໃຫຍ່ໄດ້ບັນທຶກນັບພັນລາຍເຊັນ, ຄຳອວຍພອນຂອງພວກນັກຮຽນຫ້ອງມໍ 7ໃນຈຸດເວລາອຳລາຈາກໂຮງຮຽນ
ພ້ອມກັນຖ່າຍຮູບເປັນທີ່ລະນຶກໃນຊີວິດເປັນນັກຮຽນ, ນີ້ຈະແມ່ນອະນຸສອນເຊິ່ງພວກນັກຮຽນຈະບໍ່ມີວັນຈະຫຼົງລືມໄດ້
ຂໍອຳລາຈາກໂຮງຮຽນ ແລະ ບັນດາອະນຸສອນໃນຄາວເປັນນັກຮຽນ ຄົງຈະເດີນຕາມເຮົາໃນຕະຫຼອດຊີວິດ.

This site is protected by reCAPTCHA and the Google Privacy Policy and Terms of Service apply.