Media

ຄວາມຮັກທະເລ, ໝູ່ເກາະໄດ້ເຕົ້າໂຮມໃນງານວາງສະແດງ “ເຈື່ອງຊາໃນຫົວໃຈຂອງພວກເຮົາ”

ຄວາມຮັກທະເລ, ໝູ່ເກາະໄດ້ເຕົ້າໂຮມໃນງານວາງສະແດງ “ເຈື່ອງຊາໃນຫົວໃຈຂອງພວກເຮົາ”

(VOVWORLD) - ເນື່ອງໃນໂອກາດສະເຫຼີມສະຫຼອງ 54 ປີແຫ່ງໄຊຊະນະຄັ້ງທຳອິດຂອງທະຫານເຮືອ ປະຊາຊົນ ຫວຽດນາມ, ນັກຂ່າວ, ນັກຖ່າຍຮູບຂອງ ຫວຽດນາມ 12 ຄົນໄດ້ພ້ອມກັນຈັດຕັ້ງ, ແນະນຳເຖິງມະຫາຊົນຮູບຖ່າຍ 120 ແຜ່ນທີ່ມີຊີວິດຊີວາໃນບັນດາການປະຕິບັດງານຢູ່ໝູ່ເກາະ ເຈື່ອງຊາ.

1. ງານວາງສະແດງຮູບຖ່າຍ “ເຈື່ອງຊາ ໃນຫົວໃຈຂອງພວກເຮົາ” ໄດ້ຈັດຕັ້ງຢູ່ຮ່າໂນ້ຍ ໃນລະຫວ່າງວັນທີ 2 – 5 ສິງຫາ.
2. ບັນດາຮູບຖ່າຍ, ຜະລິດຕະພັນໃນງານວາງສະແດງນີ້ໄດ້ຮັບການຄັດເລືອກຈາກຮູບຖ່າຍນັບພັນແຜ່ນທີ່ 12 ນັກປະພັນສາມາດຖ່າຍຮູບໄດ້ໃນໂອກາດໄດ້ໄປເຖິງໝູ່ເກາະ ເຈື່ອງຊາ.
3. ເຂົ້າຮ່ວມພິທີໄຂງານວາງສະແດງມີທ່ານ ຫງວຽນເທ໊ກິ້ - ກຳມະການສູນກາງພັກ, ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງ ຫວຽດນາມ; ທ່ານພັນເອກ ເລຊວນຖູຍ, ຮອງເສນາທິການເຫຼົ່າທັບເຮືອ ຫວຽດນາມ ແລະ ນັກຂ່າວຂອງບັນດາອົງການສື່ມວນຊົນທັງສູນກາງ ແລະ ທ້ອງຖິ່ນ, ນັກຖ່າຍຮູບເປັນຈຳນວນຫຼວງຫຼາຍ.
ກ່າວຄຳເຫັນທີ່ພິທີໄຂ, ທ່ານ ຫງວຽນເທ໊ກິ້ - ກຳມະການສູນກາງພັກ, ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງ ຫວຽດນາມ ຢັ້ງຢືນວ່າ: ເມື່ອມາຊົມງານວາງສະແດງຄັ້ງນີ້, ເກືອບຄືວ່າໄດ້ໄປຢາມທະຫານ ແລະ ປະຊາຊົນ ເຈື່ອງຊາ, ບັນດາບຸກຄົນທີ່ພວມປົກປັກຮັກສາທະເລ, ໝູ່ເກາະຂອງປະເທດຊາດທັງວັນ ແລະ ຄືນ.
ທີ່ພິທີໄຂ, ຜູ້ຊົມຍັງໄດ້ຮັບຟັງບັນດາບົດເພງຍ້ອງຍໍຊົມເຊີຍທະເລ, ໝູ່ເກາະຂອງບ້ານເກີດເມືອງນອນ ແລະ ທະຫານເຮືອ ຫວຽດນາມ.
ທ່ານພັນເອກ ເລຊວນຖູຍ, ຮອງເສນາທິການເຫຼົ່າທັບເຮືອ ຫວຽດນາມ ຢັ້ງຢືນວ່າ: ງານວາງສະແດງແມ່ນການເຄື່ອນໄຫວໂຄສະນາເຜີຍແຜ່ສຳຄັນເພື່ອແນໃສ່ປະກອບສ່ວນຍົກສູງສະຕິ, ຄວາມຮັບຜິດຊອບຂອງປະຊາຊົນ, ພິເສດແມ່ນຊາວໜຸ່ມໃນການປົກປັກຮັກສາທະເລ, ໝູ່ເກາະຂອງບ້ານເກີດເມືອງນອນ.
ທ່ານພັນເອກ ເລຊວນຖູຍ, ຮອງເສນາທິການເຫຼົ່າທັບເຮືອ ຫວຽດນາມ ແລະ ທ່ານ ຫງວຽນເທ໊ກິ້ - ກຳມະການສູນກາງພັກ, ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງ ຫວຽດນາມ ພວມຮັບຊົມຮູບຖ່າຍທີ່ງານວາງສະແດງ.
ບ່ອນວາງສະແດງບັນດາວັດຖຸພັນກ່ຽວກັບເຈື່ອງຊາ.
.ທີ່ງານວາງສະແດງ, ຄະນະຈັດຕັ້ງຍັງໄດ້ວາງຂາຍຊຸດບັດ “ສີສັນເຈື່ອງຊາ” ດ້ວຍຈຸດປະສົງສ້າງກອງທຶນໃຫ້ລາຍການ “ເຈື່ອງຊາຂຽວ” ເພື່ອສະໜອງຈັກກັ່ນນ້ຳໃຫ້ແກ່ເກາະ ອານບາງ ຂຶ້ນກັບໝູ່ເກາະເຈື່ອງຊາ.
ງານວາງສະແດງ “ເຈື່ອງຊາ ໃນຫົວໃຈຂອງພວກເຮົາ” ແມ່ນບ່ອນເຕົ້າໂຮມ ແລະ ສືບທອດນ້ຳໃຈຮັກແພງກັບ ເຈື່ອງຊາ ແລະ ຄວາມຫວັງຢາກແຜ່ຂະຫຍາຍຄວາມຮັກທະເລ, ໝູ່ເກາະເຖິງປະຊາຊົນຢູ່ພາຍໃນປະເທດ ແລະ ເພື່ອນມິດສາກົນ.

This site is protected by reCAPTCHA and the Google Privacy Policy and Terms of Service apply.