Media

ຄວາມງາມ ໂຮ້ຍອານ ແລະ ຊາປາ, 2 ສະຖານທີ່ຖ່າຍຮູບງາມທີ່ສຸດຂອງຫວຽດນາມ

ຄວາມງາມ ໂຮ້ຍອານ ແລະ ຊາປາ, 2 ສະຖານທີ່ຖ່າຍຮູບງາມທີ່ສຸດຂອງຫວຽດນາມ

(VOVWORLD) -ເນື່ອງໃນໂອກາດວັນຖ່າຍຮູບໂລກ 19 ສິງຫາ, ເວັບໄຊການທ່ອງທ່ຽວໃຫຍ່ທີ່ສຸດຂອງໂລກ Booking.com ໄດ້ປະກາດສະຖານທີ 10 ແຫ່ງແຖວໜ້າເພື່ອຖ່າຍຮູບຢູ່ຫວຽດນາມ. ຕາມການຕີລາຄາຂອງນັກທ່ອງທ່ຽວສາກົນ ແລະ ພາຍໃນປະເທດແລ້ວ, ໂຮ້ຍອານ ແລະ ຊາປາ ແມ່ນຢູ່ແຖວໜ້າຂອງຕາຕະລາງຈັດອັນດັບ.

ອັນດັບໜຶ່ງໃນຕາຕະລາງຈັດອັນດັບແມ່ນຄຸ້ມເມືອງເກົ່າ ໂຮ້ຍອານ (ກວາງນາມ), ດ້ວຍຈຸດຄວາມງາມແບບດັ້ງເດີມ ແລະ ເພີດເພີນຈິດໃຈ ໄດ້ດຶງດູດນັກທ່ອງທ່ຽວ.
ບໍ່ມີສຽງເນືອງນັນ ແລະ ບໍ່ມີລົດທຽວໄປມາຫຼາຍຄືຢູ່ຮ່າໂນ້ຍ, ຄຸ້ມເມືອງເກົ່າ ໂຮ້ຍອານ ແມ່ນຖະໜົນທີ່ໃຫ້ໃຊ້ໄດ້ແຕ່ລົດຖີບ ກັບຄົນຍ່າງ.
ແມ່ນ້ຳ ຮ່ວາຍ ທີ່ສວຍງາມ.
ບັນດາຮ້ານຂາຍເຄື່ອງທີ່ລະນຶກຍັງຮັກສາການອອກແບບດັ້ງເດີມໄວ້.
ງານສະແດງສິລະປະພື້ນເມືອງທີ່ເປັນເອກະລັກສະເພາະ.
ຖັດຈາກ ໂຮ້ຍອານ ແມ່ນນະຄອນ ຊາປາ, ເຊິ່ງແມ່ນສະຖານທີ່ທີ່ມີຊື່ສຽງທາງພາກເໜືອຫວຽດນາມ ໄດ້ດຶງດູດນັກທ່ອງທ່ຽວ.
ຮັບຊົມຄວາມງາມຂອງນ້ຳຕົກຕາດ ບາກ, ຂົວ ໄມ…
ຫຼືຄວາມງາມດັ່ງໃນຝັນຂອງຫ້ວຍນ້ຳລຳເຊ.
ຍິ່ງໄປກວ່ານັ້ນແມ່ນຄວາມງາມຂອງນາຂັ້ນໄດ.
ສີສັນນາຂັ້ນໄດໃນຍາມລະດູເກັບກ່ຽວ.
ທັງໝົດເຫຼົ່ານັ້ນໄດ້ດຶດດູດໃຈນັກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ ແລະ ຊອກຫາບັນດາສະຖານທີ່ຖ່າຍຮູບທີ່ສວຍງາມທີ່ສຸດກ່ຽວກັບປະເທດຊາດ, ຊາວຫວຽດນາມ.

This site is protected by reCAPTCHA and the Google Privacy Policy and Terms of Service apply.